Ad

Ad

27 October 2015

ລາວອອກນະໂຍບາຍເພີ່ມເຕີມເພື່ອສົ່ງເສີມການລົງທຶນໃນເຂດເສດຖະກິດພິເສດ ແລະ ສະເພາະ

ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ໄດ້ອອກຂໍ້ຕົກລົງວ່າດ້ວຍນະໂຍບາຍສົ່ງເສີມເພີ່ມເຕີມຂອງການລົງທຶນຢູ່ເຂດເສດຖະກິດສະເພາະບຶງທາດຫລວງ ແລະ ເຂດເສດຖະກິດພິເສດໃນທົ່ວປະເທດ, ເພື່ອແນ່ໃສ່ດຶງດູດການລົງທຶນແລະຊຸກຍູ້ການພັດທະນາໃນເຂດເສດຖະກິດດັ່ງກ່າວໃຫ້ໄວຂຶ້ນແລະບັນລຸເປົ້າໝາຍວາງໄວ້, ໂດຍໄດ້ກໍານົດສ່ວນຫລຸດພິເສດຫລາຍຢ່າງເພື່ອອໍານວຍຄວາມສະດວກຂອງການເຄື່ອນໄຫວໃນເຂດດັ່ງກ່າວເປັນຕົ້ນ: ການບໍລິການຜ່ານປະຕູດຽວ, ການເກັບຄ່າທໍານຽມ, ອາກອນ, ການນໍາໃຊ້ທີ່ດິນ, ການຄຸ້ມຄອງພົນລະເມືອງ, ການບໍລິການວີຊາເຂົ້າ-ອອກຫລາຍເທື່ອ.

ຂໍ້ຕົກລົງດັ່ງກ່າວມີທັງໝົດ 6 ໝວດ,18 ມາດຕາ, ໃນນີ້ໃນໝວດທີ 2 ທີ່ລະບຸກ່ຽວກັບນະໂຍບາຍດ້າອາກອນໄດ້ກໍານົດໄວ້ຄື: ຜູ້ລົງທຶນຈົດທະບຽນນໍາສະພາບໍລິຫານໃນເຂດດັ່ງກ່າວຈະໄດ້ຮັບນະໂຍບາຍດ້ານອາກອນກໍາໄລດັ່ງນີ້:ກິດຈະການບໍລິການສາທາລະນຸປະໂພກຍົກເວັ້ນອາກອນກໍາໄລ 5 ປີ, ກິດຈະການລົງທຶນຂະໜາດນ້ອຍ ແລະ ກາງຍົກເວັ້ນ 4 ປີ ແລະ ກິດຈະການທີ່ມີກໍາໄລໄວແມ່ນຍົກເວັ້ນ 2 ປີ. ສ່ວນອາກອນມູນຄ່າເພີ່ມທີ່ຕ້ອງເສຍໃຫ້ລັດແມ່ນ 5% ສໍາລັບສີນຄ້ານໍາເຂົ້າ 0% ສໍາລັບສີນຄ້າຜະລິດໃນເຂດແລ້ວສົ່ງອອກໄປຕ່າງປະເທດ. ນອກຈາກນີ້ຍັງມີນະໂຍບາຍ ອື່ນໆທີ່ໜ້າສົນໃຈຂໍໃຫ້ຜູ້ອ່ານຕິດຕາມຜ່ານສື່ມວນຊົນກ່ຽວກັບຂໍ້ຕົກລົງດັ່ງກ່າວສະບັບເລກທີ 73/ນຍ, ລົງວັນ 58 ກັນຍາ 2015.

No comments:

Post a Comment