Ad

Ad

27 October 2015

ເຈົ້າໜ້າທີ່ເຕືອນມວນຊົນມາທ່ຽວບຸນຊ່ວງເຮືອມີສະຕິລະວັງຕົວ

ເຈົ້າໜ້າທີ່ປກສນະຄອນຫລວງວຽງຈັນ,ຝາກເຕືອນປະຊາຊົນທີ່ມາທ່ຽວບຸນຊ່ວງເຮືອປະເພນີທ່າວັດຈັນປີນີ້,ຈົ່ງເພີ່ມສະຕິລະວັງຕົວໃຫ້ສູງເພືອຮັບປະກັນຄວາມປອດໄພທາງດ້ານຊີວີດແລະຊັບສີນທີ່ມີຄ່າເປັນຕົ້ນ: ບໍ່ຄວນປິດປະຕູເຮືອນແລ້ວມາທ່ຽວກັນຈົນໝົດ, ຄວນມີການຜັດປ່ຽນກັນເພື່ອບໍ່ໃຫ້ມີຊ່ອງຫວ່າງແກ່ຄົນບໍ່ດີເຂົ້າມາງັດແງະເຮືອນຊານ,ຄວນເກັບຮັກສາຊັບສີນທີ່ມີຄ່າເຊັ່ນ:ເງິນ,ຄໍາໄວ້ໃນບ່ອນທີ່ຮັບປະກັນປອດໄພແລະບໍ່ຄວນພົກພາເງິນຫລືໃສ່ຄໍາຮູບປະ ພັນມາອວດອ້າງຫລາຍເກີນໄປເພາະມັນຈະເປັນສິ່ງດຶດູດລໍຕາລໍໃຈຂອງພວກມິດສາຊີບລົງມືກໍເຫດປຸ້ນຫລືຊິງຊັບເອົາໄປແລະນອກຈາກນີ້ກ່ອນອອກຈາກເຮືອນໃຫ້ກວດກາລະບົບໄຟຟ້າໃຫ້ດີເປັນຕົ້ນ: ເຄື່ອງໃຊ້ໄຟຟ້າຕ່າງໆຄວນຖອດປັກໃນເມື່ອບໍ່ໃຊ້ງານເພື່ອຮັບປະກັນບໍ່ໃຫ້ເກີດອັກຄີໄພ,ສ່ວນການໃຊ້ລົດໃຊ້ຖະໜົນສັນຈອນໄປມາໃນໄລຍະບຸນຊ່ວງເຮືອນີ້,ຊຶ່ງເຫັນວ່າຈະມີຜູ້ມາທ່ຽວບຸນດັ່ງກ່າວຫລາຍຂຶ້ນແລະຈະເຮັດໃຫ້ສະພາບການສັນຈອນມີຄວາມຫຍຸ້ງຍາກສັບສົນແລະເກີດອຸປະຕິເຫດໄດ້ງ່າຍກໍໃຫ້ມີສະຕິເຄົາລົບກົດລະບຽບຈະລາຈອນຢ່າງເຂັ້ມງວດເຊັ່ນ: ບໍ່ຂັບຂີ່ລົດໄວ, ບໍ່ຈອດລົດຊະຊາຍ, ບໍ່ລ່ວງປ້າຍສັນຍານ, ປ້າຍຫ້າມແລະໄຟອໍານາດຕ່າງໆ, ສິ່ງສໍາຄັນແມ່ນດື່ມສິ່ງມືນເມົາແລ້ວບໍ່ຄວນຂັບຂີ່ລົດຍິ່ງເປັນການດີ.

ເຈົ້າໜ້າທີ່ໃຫ້ຮູ້ວ່າ: ໃນໄລຍະບຸນຊ່ວງເຮືອປະເພນີປີ 2014 ຜ່ານມາກໍມີສະພາບຫຍໍ້ທໍ້ເກີດຂຶ້ນຈໍານວນຫລາຍ,ໂດຍສະເພາະການຈົກກະເປົາ, ແຫກກະເປົາ ແລະ ລັກຊັບພົນລະເມືອງ, ມີຊັບສນປະຊາຊົນເສຍຫາຍຈໍານວນຫລາຍ,ສ່ວນອຸປະຕິເຫດເກີດຂຶ້ນທັງໝົດ 24 ເລື່ອງ, ພາຫະນະເປ່ເພ 52 ຄັນ ແລະ ຜູ້ບາດເຈັບ 47 ລາຍ.
ສໍາລັບການລະບາຍການສັນຈອນໃນຊ່ວງໄລຍະບຸນຊ່ວງເຮືອປີ 2015 ນີ້, ໄດ້ມີການກໍານົດເສັ້ນທາງສັນຈອນຄື: ລົດທີ່ມາຈາກທິດເໜືອມີຈຸດປະສົງມາທ່ຽວບຸນຊ່ວງເຮືອແມ່ນອະນຸຍາດໃຫ້ເຂົ້າຈອດຢູ່ເຂດວັດຫົວເມືອງ,ເດີ່ນສະໂມສອນດອກປິກໄກ່ກະຊວງປ້ອງກັນຄວາມສະຫງົບ, ສວນເຈົ້າອານຸວົງ, ພະແນກສຶກສານະຄອນຫລວງວຽງ

ຈັນ, ຖະໜົນສຸພານຸວົງ ແລະ ບັນດາເສັ້ນທາງຮ່ອມທີ່ເຫັນວ່າມີຄວາມປອດໄພແລະບໍ່ກີດຂວາງການສັນຈອນຂອງຍານພາຫະນະອື່ນໆ. ສ່ວນລົດທີ່ມາຈາກທິດໃຕ້ແມ່ນອະນຸຍາດໃຫ້ຈອດລົດຢູ່ບໍລິເວນເຂດພະແນກໂຍທາທິການແລະຂົນສົ່ງ, ໂຮງຮຽນມັດທະຍົມສົມບູນເພຍວັດ, ເດີ່ນຂ້າງສວນເຈົ້າອານຸວົງ, ດ້ານຫລັງໂຮງແຮມດອນຈັນພາເລດ, ເດີ່ນຈອດລົດໂຮງໝໍມະໂຫສົດແລະຕາມທາງຮ່ອມທີ່ເຫັນວ່າມີຄວາມປອດໄພແລະບໍ່ເປັນການກີດຂວາງການສັນຈອນຂອງຍານພາຫະນະອື່ນໆ, ສໍາລັບລົດທີ່ມາຈາກເສັ້ນທາງເລກ 13 ໃຕ້ແມ່ນອະນຸຍາດໃຫ້ຈອດຢູ່ບໍລິເວນສະຖານທີ່ຈອດລົດໜ້າສະໜາມກິລາເຈົ້າອານຸວົງ, ຫໍວັດທະນາທໍາແຫ່ງຊາດ, ເດີ່ນຫໍພິພິທະພັນແລະຕາມທາງຮ່ອມທີ່ເຫັນວ່າມີຄວາມປອດໄພແລະບໍ່ກີດຂວາງການສັນຈອນອື່ນໆ. ສໍາລັບພາຫະນະທີ່ບໍ່ມີຈຸດປະສົງມາທ່ຽວບຸນແມ່ນໃຫ້ນໍາໃຊ້ເສັ້ນທາງເວັ້ນຄື: ລົດມາຈາກເສັ້ນທາງເລກ 13 ເໜືອຈະໄປເສັ້ນທາງເລກ 13 ໃຕ້, ຖະໜົນທ່າເດື່ອ,ໃຫ້ນໍາໃຊ້ເສັ້ນທາງໜອງບຶກ, ດົງໂດກ, ສີທອງ ແລະ ເສັ້ນທາງອາຊຽນແລະລົດທີ່ມາຈາກເສັ້ນທາງທ່າເດື່ອ, ຂົວມິດຕະພາບທີ່ຈະໄປທາງເລກ 13 ເໜືອໃຫ້ນໍາໃຊ້ເສັ້ນທາງ 450 ປີ,ກໍາແພງເມືອງແລະເສັ້ນທາງມິດຕະພາບແລະຫ້າມລົດທຸກປະເພດນໍາໃຊ້ເສັ້ນທາງເຈົ້າຟ້າງູ່ມ(ແຄມຂອງ).

No comments:

Post a Comment