Ad

Ad

27 October 2015

ສື່ມວນຊົນລາວຮ່ວມແລກປ່ຽນບົດຮຽນກັບນັກຂ່າວຊ່ຽວຊານຝຣັ່ງ

ວັນທີ 16 ຕຸລານີ້, ນັກຂ່າວຊ່ຽວຊານຝຣັ່ງກ່ຽວກັບການປ່ຽນແປງສະພາບດີຟ້າອາກາດ, ທ່ານ ອີຣິກ ໄດ້ພົບປະກັບສື່ມວນຊົນລາວ ຢູ່ນະຄອນຫຼວງວຽງຈັນ ເພື່ອແລກປ່ຽນບົດຮຽນກ່ຽວກັບການນຳສະເໜີຂ່າວການປ່ຽນແປງຂອງສະພາບດິນຟ້າອາກາດ ໃຫ້ສັງຄົມເຂົ້າໃຈ ແລະ ກຽມພ້ອມຮັບມືກັບມັນ, ໂດຍສະເພາະແມ່ນການຊອກຫາສາເຫດທີ່ເຮັດໃຫ້ສະພາບດິນຟ້າອາກາດມີການປ່ຽນແປງ.

ນັກຂ່າວຊຽວຊານຝຣັ່ງກ່າວໃນພິທີວ່າ: ການນຳສະເໜີຂ່າວຂອງສື່ມວນຊົນນັ້ນແມ່ນຂຶ້ນກັບມຸມມອງຂອງແຕ່ລະຄົນ ຊຶ່ງບໍ່ວ່າຈະເປັນຂ່າວກ່ຽວກັບການເມືອງ, ເສດຖິດ ແລະ ການປ່ຽນແປງຂອງສະພາບດິນຟ້າອາກາດ, ແຕ່ສິ່ງສຳຄັນຂອງການນຳສະເໜີຂ່າວແມ່ນການໃຊ້ສັບຄຳເວົ້າທີ່ເໝາະສົມໃນແຕ່ລະຂົງເຂດ ແລະ
ກຸ່ມຄົນທີ່ເຮົາຈະນຳສະເໜີ, ເພື່ອໃຫ້ເຂົາເຈົ້າເຂົ້າໃຈ, ຕົວຢ່າງການນຳສະເໜີຂ່າວສະພາບອາກາດທີ່ຮ້ອນຂຶ້ນໃນປັດຈຸບັນ, ສິ່ງສຳຄັນແມ່ນເຮົາຕ້ອງຊອກຫາສາເຫດແມ່ນຫຍັງທີ່ເຮັດໃຫ້ໂລກຮ້ອນ, ຊຶ່ງສື່ມວນຊົນຈະຕ້ອງໄດ້ສຶກສາຄົ້ນຄວ້າແລ້ວນຳສະເໜີໃຫ້ສັງຄົມໄດ້ຮັບຮູ້ ແລະ ຊ່ວຍການຫຼຸດຜ່ອນສະພາບຜົນກະທົບດັ່ງກ່າວ, ແຕ່ເຖິງຢ່າງໃດກໍຕາມໃນຖານະຜູ້ຊ່ຽວຊານເຫັນການຊອກຫາສາເຫດຕ່າງໆກ່ຽວກັບການປ່ຽນແປງຂອງສະພາບດິນຟ້າອາກາດນັ້ນເປັນສິ່ງທ້າທາຍ ແລະ ຫຍຸ້ງຍາກຫຼາຍ ແລະ ການທີ່ຈະການນຳສະເໜີເພື່ອໃຫ້ປະຊາຊົນເຂົ້າໃຈນັ້ນກໍເປັນເລື່ອງທີ່ຍາກເຊ່ັ່ນດຽວກັນ, ແຕ່ມັນຈະເປັນປະໂຫຍດຫຼາຍຕໍ່ປະຊົນຊົນຖ້າຫາກເຂົາເຈົາເຂົ້າໃຈກ່ຽວກັບການປ່ຽນແປງດັ່ງກ່າວ, ເພື່ອກຽມພ້ອມຮັບມືກັບມັນ, ພ້ອມທັງຫາວິທີ່ຫຼຸດຜ່ອນໄດ້ລ່ວງໜ້າອີກດ້ວຍ.

No comments:

Post a Comment