Ad

Ad

27 October 2015

ສາທານະຄອນຫຼວງ​ເລັ່ງ​ປ້ອງ​ກັນຄວາມ​ປອດ​ໄພ​ດ້ານ​ສຸຂະພາບ​ໃນ​ໄລຍະ​ງານ​ບຸນ

 ຫົວໜ້າພະແນກສາທາລະນະສຸກນະຄອນຫຼວງ ວຽງຈັນໄດ້ໃຫ້ສຳພາດຕໍ່ນັກຂ່າວລາວພັດທະນາໃນວັນທີ 26 ຕຸລານີ້ວ່າ: ກໍດັ່ງ​​ທຸກໆປີພໍໃກ້ຈະຮອດງານບຸນປະເພນີສຳຄັນຕ່າງໆເຊັ່ນ: ບຸນອອກພັນສາແລະ ຊ່ວງເຮືອປະເພນີປະຈຳປີ, ກໍຄືບຸນພະທາດຫຼວງ​, ທາງພະແນກສາທານະຄອນຫຼວງວຽງຈັນ​​ຈະ​​ໄດ້​​ເລັ່ງໃສ່ປ້ອງກັນພະຍາດຕິດແປດຕ່າງໆທີ່ອາດຈະເກີດຂຶ້ນ​, ​ໂດຍໄດ້ຈັດຕັ້ງໜ່ວຍບໍລິການ​​​​ດ້ານສຸຂະພາບມວນຊົນຜູ້ມາທ່ຽວຊົມງານບຸນແລະ ຊາວຄ້າຂາຍເມື່ອມີກໍລະນີໃດໜຶ່ງເກີດຂຶ້ນ, ​ພ້ອມເຮັດໜ້າທີ່ໂຄສະນາການໃຫ້ມວນຊົນ​​ເອົາໃຈໃສ່ປະຕິບັດຫຼັກການອະນາໄມ 3 ສະອາດຫຼາຍຂຶ້ນ ແລະ ເຮັດໜ້າທີ່ກວດກາສິນຄ້າ​​ເຄື່ຶອງອຸປະໂພກຕ່າງໆທີ່ນຳເຂົ້າມາຈຳໜ່າຍໃນງານບຸນໃຫ້ມີຄວາມປອດໄພ,​ ໂດຍສະເພາະແມ່ນອາຫານ​, ເຄື່ອງດື່ມ​ ​ແລະ ໝາກໄມ້ປະເພດຕ່າງໆ.


ຮອງຫົວໜ້າພະແນກດັ່ງກ່າວໃຫ້ຮຸູ້ອີກວ່າ: ໃນງານບຸນປີຜ່ານມາເຫັນວ່າຍັງມີການຈຳໜ່າຍ ອາຫານການກິນຈຳນວນໜຶ່ງທີ່ບໍ່ຖືກຕາມຫຼັກອະນາໄມຢູ່ໃນງານບຸນໃຫ່ຍຕ່າງໆເຊັ່ນ: ການວາງຂາຍອາຫານຕ້ອງສູງຈາກໜ້າດິນຢ່າງໜ່ອຍ 60 ຊັງຕີແມັດເພື່ອຫຼີກເວັ້ນສະພາບຂີ້ຝຸ່ນ, ຫ້າມນຳເອົາເຈ້ຍທີ່ໃຊ້ງານ​​ແລ້ວມາຫໍ່ອາຫານແລະ ການນຳໃຊ້ສານກັນບູດໃນອາຫານ, ບາງຮ້ານຍັງນຳເອົາ​​ສິນຄ້າລອກຮຽນແບບ,​ ສິນຄ້າໝົດອາຍຸການໃຊ້ງານເສຍຄຸນມາຈຳໜ່າຍໃນງານບຸນກໍມີ,​ ໂດຍສະເພາະແມ່ນອາຫານແລະເຄື່ອງດື່ມບາງຊິະນິດ, ດັ່ງນັ້ນ ຈຶ່ງເຕືອນມາຍັງມວນຊົນ ແລະ ຜູ້ບໍລິໂພກທັງຫຼາຍຈົ່ງມີສະຕິລະວັງຕົວໃນການເລືອກຊື້, ​ເລືອກບໍລິໂພກອາຫານແລະເຄື່ອງດຶ່ມຕ່າງໆເພື່ອຄວາມປອດໄພດ້ານສຸຂະພາບ.​

No comments:

Post a Comment