Ad

Ad

29 October 2015

ເກີດ​ເຫດ​ໄຟ​ໄໝ້້​ເຮືອນ​ຫ້ອງ​ແຖວທີ່​ບ້ານໜອງ​ແວງ​ເສຍ​ຫາຍ 10 ຫ້ອງ

            ​​
ເວລາ 19 ​ໂມງ 30 ນາທີ ຂອງວັນທີ 27 ຕຸລານີ້, ​ໄດ້ເກີດເຫດໄຟ​  ໄໝ້ເຮືອນຫ້ອງແຖວທີ່ບ້ານ ໜອງແວງເມືອງ ຫາດຊາຍຟອງ ນະຄອນຫຼວງວຽງຈັນ, ສ້າງຄວາມເສຍຫາຍດ້ານຊັບສິນເປັນຈຳນວນຫລາຍ, ສົ່ງຜົນໃຫ້ຫຼາຍຄອບຄົວຂາດບ່ອນຢູ່ອາ​ໄ.
            ທ່ານ ອຸທາ ​​ແສງສຸວັນ ນາຍບ້ານໜອງແວງໃຫ້ຮູ້ວ່າ: ​ ໃນເມື່ອກ່ອນເຮືອນຫ້ອງແຖວຫຼັງດັ່ງກ່າວ​​ເປັນຂອງບໍລິສັດມ້ອັດສ້າງຶ້ເພື່ອໃຫ້ພະນັກງານຂອງບໍລິສັດອາ​ໄຢູ່,ຕໍ່ມາແມ່ນການຄຸ້ມຄອງຂອງກະຊວງການເງິນ, ຈາກນັ້ນໄດ້ມີນາຍທຶນມາສຳປະທານແລະໄດ້​​​ເຮັດເປັນຫ້ອງແຖວໃຫ້ເຊົ່າມີ 10 ຫ້ອງແລະມີ 10 ຄອບຄົວອາໃສຢູ່ ພາຍ ຫລັງເກີດເຫດອຳນາດການປົກຄອງບ້ານ​​ໄດ້ແຈ້ງໃຫ້ໜ່ວຍກູ້ໄຟ ນະຄອນຫຼວງເຂົ້າມາຊ່ວຍມອດໄຟທັນທີ. ແຕ່ຍ້ອນ​​ໂຄງຫຼັງຄາ​ ​ແລະເພດານທີ່ເຮັດດ້ວຍໄມ້ອັດ ຊຶ່ງເປັນວັດຖຸໄຟໃໝ້ໄດ້ງ່າຍ ຈຶ່ງເຮັດໃຫ້ການດັບມອດ​​ໄຟຂອງເຈົ້າໜ້າທີ່ດຳເນີນໄປໄດ້ຍາກແລະ ​​ໃຊ້ເວລາ​​ເກືອບ 1 ຊົ່ວໂມງຈຶ່ງສາມາດສະກັດກັ້ນໄຟໄວ້ໄດ້.


​            ທ່ານ ອຸທາ ​​ແສງສຸວັນ ໃຫ້ຮູ້ຕື່ມວ່າ: ສາເຫດຂອງໄຟໄໝ້ໃນຄັ້ງນີ້ອາດແມ່ນເກີດຈາກໄຟຟ້າລັດວົງຈອນ.          

No comments:

Post a Comment