Ad

Ad

29 October 2015

ມະຫະ​ກຳ​ສື​ມີ​ຫັດຖະກຳລາວ​ປີ 2015 ຈະ​ໄຂ​ຂື້ນ​ໃນ​ວັນ​​ທີ 30 ຕຸລາ​ນີ້​ທີ່ສູນ​ການ​ຄ້າ​ລາວ​ໄອ​ເຕັກ

ປະທ່ານສະມາຄົມຫັດຖະກຳລາວໃຫ້ຮູ້ວ່າ: ງານມະຫະກຳສືມີຫັດຖະກຳປະຈຳລາວປີ 2015 ຈະໄຂຂື້ນໃນວັນທີ 30 ຕຸລານີ້ທີ່ສູນການຄ້າລາວໄອເຕັກ,​ໃນນະຄອນຫຼວງວຽງຈັນ,​ໂດຍຈະຈັດໃຫ້ມີກິດຈະກຳສຳຄັນຕ່າງໆຄື:, ການວາງສະແດງ ແລະ ຂາຍສິນຄ້າຫັດຖະກຳທີ່ເປັນຫົວ ຄິດປະດິດສ້າງຂອງຄົນລາວນອກຈາກນັ້ນຍັງຈະມີການ ວາງສະແດງສິນຄ້າຫັດຖະກໍາຂອງບັນດາປະເທດ ອາຊຽນ, ການສະແດງສີລະປະດົນຕີ, ເດີນແບບຊຸດບັນດາເຜົ່າ,ສາທິດການຜະລິດຫັດຖະກຳການຕໍ່າຫູກຜ້າ​​ໄໝ, ການແຂ່ງຂັນຜະລິດຕະພັນດີເດັ່ນ ແລະ ອື່ນໆອີກຫຼາກຫຼາຍກິດຈະ ກຳ, ດັ່ງນັ້ນຈຶ່ງຂໍເຊີນຊວນທຸກຄົນຜູ້ທີ່ມີຄວາມສົນໃຈເຂົ້າໄປຊົມງານງານດັ່ງກ່າວເພື່ອເປັນການຊຸກຍູ້ສົ່ງເສີມສືມືຫັດຖະກິດຂອງລາວນີ້, ​ໄດ້ຮັບຄວາມນິຍົມຂອງຕະຫຼາດທັງພາຍໃນແລະ ຕ່າງປະເທດ, ພ້ອມເປັນການສົ່ງເສີມສີໄມ້ລາຍມືຂອງຊາວຊ່າງຫັດເຖະກຳໃຫ້ຍືນຍົງຢູ່ຄູ່ຊາວລາວຕະຫຼອດໄປ.

No comments:

Post a Comment