Ad

Ad

29 October 2015

ກະຊວງການເງິນຊີ້ແຈງກໍລະນີເກັບຄ່າທໍານຽມຢູ່ດ່ານສາກົນ

ເມື່ອບໍ່ດົນນີ້, ທ່ານລັດຖະມົນຕີຊ່ວຍວ່າການກະຊວງການເງິນ ສີລາ ວຽງແກ້ວ ໄດ້ອອກມາຊີ້ແຈງຜ່ານສື່ມວນຊົນກ່ຽວກັບລະບຽບການເກັບຄ່າທໍານຽມຜ່ານດ່ານສາກົນໃນທົ່ວປະເທດວ່າ: ການເກັບຄ່າທໍານຽມພາສີຄົນໂດຍສານແລະພາຫະນະເຂົ້າ-ອອກເມືອງຜ່ານດ່ານສາກົນໃນທົ່ວປະເທດແມ່ນປະຕິບັດຕາມລັດຖະບັນຍັດຂອງປະທານປະເທດແຫ່ງສປປລາວແລະເງິນຄ່າທໍານຽມດັ່ງກ່າວກໍແມ່ນມອບເຂົ້າເປັນລາຍຮັບງົບປະມານແລະສາມາດກວດສອບໄດ້ຊຶ່ງໄດ້ມີການຕິດປ້າຍອັດຕາການເກັບຄ່າທໍານຽມຕ່າງໆໄວ້ທີ່ດ່ານຢ່າງຊັດເຈນ,ປັດຈຸບັນກົມພາສີໄດ້ພັດທະນາລະບົບການຈັດເກັບຄ່າທໍານຽມດັ່ງກ່າວດ້ວຍລະບົບທັນສະໄໝ(RFID), ຊຶ່ງທົດລອງຢູ່ດ່ານຂົວມິດຕະພາບ 1 ແລະ 2 ແລະຈະຂະຫຍາຍການນໍາໃຊ້ຢູ່ບັນດາດ່ານໃນທົ່ວປະເທດ. ແນວໃດກໍຕາມ, ເນື່ອງຈາກບັນດາດ່ານຊາຍແດນປະກອບມີເຈົ້າໜ້າທີ່ມາຈາກຫລາຍຂະແໜງການແລະຕິດພັນກັບວຽກງານບໍລິການຕາມຂອບເຂດຮັບຜິດຊອບຂອງໃຜລາວ, ສະນັ້ນ ຈຶ່ງເຮັດໃຫ້ເກີດມີກຸ່ມຄົນບໍ່ດີຈໍານວນໜຶ່ງສວຍໂອກາດເຄື່ອນໄຫວຫາຜົນປະໂຫຍດແບບບໍ່ຊອບທໍາ,ບໍ່ເຮັດຕາມລະບຽບການຢູ່ຕາມດ່ານສາກົນຕ່າງໆ, ຊຶ່ງກະຊວງການເງິນຈະໄດ້ປະສານສົມທົບກັບພາກສ່ວນກ່ຽວຂ້ອງເພື່ອລົງກວດກາແລະແກ້ໄຂບັນດາສະພາບທີ່ສ້າງຄວາມຫຍຸ້ງຍາກສັບສົນໃຫ້ແກ່ຂອດບໍລິການແລະແກ້ໄຂປະກົດການຫຍໍ້ທໍ້ອື່ນໆໃຫ້ຫລຸດໜ້ອຍລົງເທື່ອລະກ້າວ.


ການອອກມາຊີ້ແຈງບັນຫາດັ່ງກ່າວມີຂື້ນພາຍຫລັງສັງຄົມເຫັນວ່າ: ມີພະນັກງານພາສີປະຈໍາຢູ່ດ່ານຈໍານວນໜຶ່ງເກັບເງິນນອກລະບົບເພື່ອຜົນປະໂຫຍດສ່ວນຕົວແລະມີກຸ່ມຄົນຈໍານວນໜຶ່ງຮັບຈ້າງຂຽນຟອມແລ້ວຮຽກເກັບເງິນຕາມໃຈ, ບໍ່ເກັບຕາມລະບຽບການແລະເຫັນວ່າກຸ່ມຄົນດັ່ງກ່າວມີຄວາມໃກ້ຊິດກັບເຈົ້າໜ້າທີ່ຢູ່ດ່ານເປັນຢ່າງດີ, ພ້ອມທັງມີການໂຄສະນາຊັກຊວນວ່າຖ້າໃຜບໍ່ຢາກລຽນຄິວຖ້າຈໍ້າກາປື້ມຜ່ານດ່ານຕ້ອງຈ່າຍເພີ່ມອີກຫົວລະ 10 ພັນກີບ, ຊຶ່ງນັບວ່າເປັນການກະທໍາທີ່ບໍ່ມີຄວາມຍຸຕິທໍາ ແລະ ສ້າງຜົນເສຍຫາຍໃຫ້ແກ່ງົບປະມານລັດຫລວງຫລາຍ.

No comments:

Post a Comment