Ad

Ad

29 October 2015

ກະຊວງສຶກສາ ແລະ ອົງການຣູມທູຣີດ ຫາ​ລື​ແຜນ​ການຮ່ວມມື​ສົ່ງ​ເສີມ​ການ​ສຶກ​ສາສຳ​ລັບເດັກ

ໂຄງການຮ່ວມມືລະຫວ່າງກະຊວງສຶກສາທິການ ແລະ ກິລາ ແລະ ອົງການຣູມທູຣີດ ໃນການພັດທະນາການສຶກສາຂອງເດັກນ້ອຍລາວ ເຊິ່ງໄດ້ດໍາເນີນມາແຕ່ປີ 2005 ແລະ ມາເຖິງປັດຈຸບັນເປັນໄລຍະທີ 3 ແລ້ວ. ດັ່ງນັ້ນ ປຶກ ສາຫາ ລື ແຜນການຮ່ວມມື ໄລຍະ 4 (2016-2020) ໃຫ້ມີປະສິດທິຜົນ.
ທ່ານ ລີຕູ້ ບົວປາວ ​ລັດຖະມົນຕີຊ່ວຍວ່າການກະຊວງສຶກສາທິການ ແລະ ກິລາ ໃຫ້ຮູ້ວ່າ: ການ​ປຶກ​ສາ​ຫາ​ລື​ກັບ​​ອົງ​ການ​ຈັດ​ຕັ້ງ​ສາກົນດັ່ງກ່າວກ່ຽວ​ກັບ​ແຜນ​ການຮ່ວມມື​ສົ່ງ​ເສີມ​ການ​ສຶກ​ສາ​ສຳ​ລັບ​ເດັກ​ນ້ອຍ​ລາວ ໄລ​ຍະ 4 ນີ້ແມ່ນໄດ້ອີງໃສ່ນະໂຍບາຍ ແລະ ຍຸດທະສາດທີ່ໄດ້ບົ່ງໄວ້ໃນບົດບັນທຶກ ຄວາມເຂົາໃຈໃນການຮ່ວມມື ໃນແຕ່ລະໄລຍະນັ້ນ ເຊິ່ງກົມອະນຸບານ ແລະ ປະຖົມສຶກສາເປັນເສນາທິການໃຫ້ແກ່ການປະສານສົມທົບກັບພາກສ່ວນກ່ຽວຂ້ອງຕ່າງໆຂັ້ນທັງສູນກາງ ແລະ ທ້ອງຖິ່ນ ເພື່ອຈັດ ຕັ້ງປະຕິບັດໂຄງການຕ່າງໆດັ່ງກ່າວເປັນຂະບວນ ແລະ ເປັນລະບົບ. ສ່ວນການສົ່ງເສີມການຮຽນຮູ້ໜັງສື ແລະ ສົ່ງເສີມ ຄວາມສະເໝີພາບ ລະຫວ່າງ ຍິງ-ຊາຍ ແມ່ນມີຄວາມສຳ ຄັນທີ່ສຸດດັ່ງທີ່ໄດ້ລະບຸໄວ້ໃນນະໂຍບາຍ ແລະ ຍຸດທະສາດ ຂອງຂະແໜງການສຶກສາ ສປປ ລາວ ໂດຍການຮ່ວມມື ໃນໄລຍະຜ່ານມາລະຫວ່າງກະຊວງສຶກສາທິການ
ແລະ ອົງການຣູມທູຣີດ ແມ່ນເນັ້ນການສ້າງທັກສະໃນການອ່ານ, ການຂຽນພາ ສາລາວ ແລະ ປູກຝັງນິໄສໃນການ  ມັກອ່ານ ຈຶ່ງຖືເປັນປັດໄຈພື້ນຖານສຳຄັນ ໃນການສ້າງພື້ນຖານການສຶກສາທີ່ມີຄຸນະພາບໃຫ້ແກ່ເດັກ ຕັ້ງແຕ່ຍັງນ້ອຍ, ເຊິ່ງຈາກປະສົບການຕົວຈິງຂອງໂລກໄດ້ຊີ້ໃຫ້ເຫັນວ່າ ເດັກ ນ້ອຍທີ່ມັກການອ່ານ, ສາມາດອ່ານໄດ້ ໂດຍເອກະລາດ ແລະ ເຂົ້າໃຈພາສາທີ່ໃຊ້ໃນການສິດສອນໄດ້ດີໃນລະດັບປະຖົມສຶກສາ ແລະ ຈະມີໂອກາດຮຽນວິຊາຫລັກອື່ນໆໄດ້ດີກວ່າ ເພື່ອມີເງື່ອນໄຂໃນການຮຽນຕໍ່ໃນລະດັບທີ່ສູງກວ່າ.

ນອກຈາກນັ້ນ, ວຽກງານຈັດຕັ້ງຫ້ອງອ່ານ, ການຜະລິດ ແລະ ສະໜອງປຶ້ມພາສາລາວ, ວຽກງານປຸກສ້າງ ໂຮງຮຽນ ແລະ ຫ້ອງອ່ານໂດຍຊຸມຊົນມີສ່ວນຮ່ວມ, ລວມທັງການສົ່ງເສີມໃຫ້ເດັກຍິງ ໄດ້ຮຽນຈົບຊັ້ນມັດທະຍົມ, ມີທັກສະຊີວິດ ແລະ ຄວາມຮູ້ກ່ຽວກັບການເຊື່ອມສານບົດບາດຍິງຊາຍ, ສ້າງຈິດສຳນຶກແກ່ຄອບຄົວ ແລະ ຊຸມຊົນ ຖື ເປັນປັດໄຈສຳຄັນຍິ່ງ ໃນການປະກອບສ່ວນເຂົ້າໃນແຜນນະໂຍບາຍ ແລະ ຍຸດທະສາດຂອງລັດຖະບານ ໃນການຂະ ຫຍາຍໂອກາດ, ການປັບປຸງຄຸນະພາບ ແລະ ຄວາມສອດຄ່ອງຂອງການສຶກສາ ເພື່ອບັນລຸເປົ້າໝາຍການສຶກສາເພື່ອທຸກຄົນ.

No comments:

Post a Comment