Ad

Ad

29 October 2015

ຢູ່​ນະຄອນຫລວງ​ວຽງ​ຈັນ ມີ​ຜູ້ເສຍ​ຊີວິດ 3 ຄົນຍ້ອນ​ອຸປະຕິ​ເຫດ​ບົນທ້ອງ​ຖະໜົນໃນ​ມື້ອອກ​ພັນ​ສາ​

     ​ເຈົ້າໜ້າທີ່ຈະລາຈອນນະຄອນຫລວງວຽງຈັນໃຫ້ຮູ້ວ່າ: ​ໃນວັນທີ 27 ຕຸລານີ້ ຊຶ່ງເປັນມື້ອອກພັນສາປະວໍລະນາ 2558 ຢູ່ທົ່ວນະຄອນຫລວງວຽງຈັນ, ມີອຸປະຕິເຫດເກີດຂຶ້ນ​ 9 ກໍລະນີ, ມີຜູ້ເສຍຊີວິດ​ 3 ຄົນແລະ ມີຜູ້ໄດ້ຮັບບາດເຈັບຈຳນວນໜຶ່ງຄື: ​ໃນຄໍ່າຄືນວັນດັ່ງກ່າວ​, ຢູ່ເຂດບ້ານພູຄຳ, ​ເມືອງໄຊທານີໄດ້ເກີດເຫດລົດ​​ໃຫຍ່ຕຳລົດຈັກຢ່າງຮຸນແຮງເຮັດໃຫ້ທ້າວ ຄຳສະພາຍ (ຜູ້ຂັບຂີ່ລົດຈັກ), ອາຍຸ 24ປີ, ​ຢູ່ບ້ານໂພນໄຮ່ຄຳ, ​ເມືອງໄຊທານີເສຍຊີວິດຄາທີ່; ຢູ່​​ເຂດບ້ານໜອງທາເໜືອ,​​ ​ເມືອງຈັນທະບູລີໄດ້ເກີດ​​ເຫດລົດໃຫຍ່ຕຳລົດຈັກ 2 ຄັນຢ່າງຮຸນແຮງ,ສົ່ງຜົນໃຫ້ທ້າວ ບຸນທະວີ (ຜູ້ຂັບຂີ່ລົດຈັກ), ອາຍຸ 27 ປີ, ກຳມະກອນ ຢູ່ບ້ານດອນແດງເມືອງດັ່ງກ່າວເສຍຊີວິດ​ ​ແລະ ຕອນເຊົ້າຂອງວັນທີ 28 ຕຸລານີ້, ຢູ່ເຂດບ້ານຫ້ວຍຫ້ອມ, ​ເມືອງສີໂຄດຕະບອງ ​​ໄດ້ເກີດເຫດລົດຈັກຕຳກັນດ້ວຍຄວາມແຮງ, ​ເຮັດໃຫ້ທ້າວ ຫ້ອມ ອາຍຸ 17ປີ, ກຳມະກອນ ຢູ່ບ້ານດັ່ງກ່າວເສຍຊີວິດຄາທີ່.


    ​ເຈົ້າໜ້າທີ່ໃຫ້ຂໍ້ສັງເກດວ່າ: ການເກີດອຸປະຕິເຫດບົນທ້ອງຖະໜົນ ຢູ່ນະຄອນຫລວງວຽງຈັນ ນັບມື້ເພີ່ມຂຶ້ນຫລາຍ, ສ່ວນຫລາຍແມ່ນມາຈາກຜູ້ຂັບຂີ່ຂາດສະຕິການປະຕິບັດລະບຽບຈະລາຈອນຄື: ຂີ່ລົດໄວ, ມີອາການມືນເມົາໃນເວລາຂັບຂີ່, ພ້ອມນັ້ນ ກໍແມ່ນຈຳນວນພາຫະນະນັບມື້ເພີ່ມຂຶ້ນຢ່າງໄວວາ, ບວກກັບສະພາບເສັ້ນທາງບາງແຫ່ງກໍມີຄວາມຫຍຸ້ງຍາກຍ້ອນເປ່ເພເປັນບວກເປັນຂຸມ, ບໍ່ມີແສງສະຫວ່າງເຍືອງທາງແລະ ສິ່ງອຳນວຍຄວາມສະດວກອື່ນໆ ຕໍ່ການຂັບຂີ່ເຊັ່ນ: ​ໄຊອຳນາດ, ປ້າຍເຕືອນ, ປ້າຍຫ້າມແລະເສັ້ນທາງການຈະລາຈອນ ກໍຢູ່ໃນສະພາບສຸດໂຊມຫລາຍ, ຊຶ່ງພາກສ່ວນກ່ຽວຂ້ອງຈະຕ້ອງໄດ້ເອົາໃຈໃສ່ກວດກາສ້ອມແປງໃຫ້ດີຂຶ້ນ.

No comments:

Post a Comment