Ad

Ad

8 October 2015

ກອງ​ປະຊຸມ​​ໃຫຍ່​ຄັ້ງທີ VII ຂອງຜູ້​ແທນກໍາມະບານທົ່ວ​ປະ​ເທດຈະຈັດຂຶ້ນກາງເດືອນຕຸລານີ້

ທ່ານ ປ້ານ ນ້ອຍມະນີ ປະທານສູນກາງສະຫະພັນກຳມະບານລາວ,​ ໄດ້ຖະແຫລງຕໍ່ສື່ມວນຊົນໃນວັນທີ 7 ຕຸ ລານີ້ວ່າ:​ກອງປະຊຸມໃຫຍ່ຄັ້ງທີ VII ຂອງຜູ້ແທນສະຫະພັນກຳມະບານລາວທົ່ວປະເທດຈະໄຂຂຶ້ນຢ່າງເປັນທາງການໃນລະຫວ່າງວັນທີ 14-15 ຕຸລານີ້ຢູ່ນະຄອນຫລວງວຽງຈັນ,​ ເຊິ່ງຈະມີຜູ້ແທນສົມບູນຫລາຍກວ່າ 400 ຄົນທີ່ຕາງໜ້າສະມາຊິກກຳມະບານລາວໃນທົ່ວປະເທດຫລາຍກວ່າ 184 ພັນຄົນເຂົ້າຮ່ວມ.

ກອງປະຊຸມດັ່ງກ່າວຈະໄດ້ຄົ້ນຄວ້າແລະ ຕົກລົງຫລາຍບັນຫາສຳຄັນຄື: ຜ່ານຮ່າງບົດລາຍງານການເມືອງການຈັດຕັ້ງມະຕິກອງປະຊຸມໃຫຍ່ຜູ້ແທນສະຫະພັນກຳມະບານລາວທົ່ວປະເທດຄັ້ງທີ VII ​ແລະ ວາງທິດທາງແຜນການໃນ 5 ປີໃນຕໍ່ໜ້າ, ຄົ້ນຄວ້າແລະ ຮັບຮອງເອົາ​​ແຜນຍຸດທະສາດການພັດທະນາກຳມະບານລາວແຕ່ປີ 2016-2020 ແລະ ແຕ່ປີ 2020-2025 ​ແລະ ວິໄສທັດໃນການພັດທະນາກຳມະບານລາວເຖິງປີ 2030,
ຮັບຮອງເອົາຮ່າງກົດລະ ບຽບສະບັບປັບປຸງຂອງສະຫະພັນກຳມະບານລາວສະໄໝທີ VII ​ແລະ ຮັບຮອງເອົາຮ່າງຂໍ້ແຂ່ງຂັນ 2 ດີ 5 ​ເປັນ​​ເຈົ້າສະບັບປັບ​​ປຸງ, ສຳຫລວດກວດກາການຊີ້ນຳ-ນຳພາຂອງຄະນະບໍລິຫານງານສະໄໝທີ VI ​ແລະເລືອກຕັ້ງເອົາຄະນະບໍລິຫານງານສູນກາງສະຫະພັນກຳມະບານສະໄໝທີ VII. ນອກນັ້ນ ຍັງຈະໄດ້ຮັບຟັງການໂອລົມຈາກກົມການເມືອງສູນກາງພັກເພື່ອເປັນທິດໃນການພັດທະນາສະຫະພັນກໍາມະບານລາວໃນຕໍ່ໜ້າອີກດ້ວຍ.

No comments:

Post a Comment