Ad

Ad

9 October 2015

ອາກາດ​ຍັງ​ສືບ​ຕໍ່​​ເຢັນ ​ແລະ ມີ​ຝົນຕົກ​ເປັນ​ບໍລິ​ເວນ​ກ້ວາງ​ໃນ​ຫລາຍ​ທ້ອງ​ຖິ່ນ

     ກົມອຸຕຸນິຍົມແລະ ອຸທົກກະສາ ​​ແຈ້ງໃຫ້ຮູ້ວ່າ: ​ບໍລິເວນຄວາມກົດດັນສູງຂອງອາກາດເຢັນຈາກຕອນໃຕ້ຂອງຈີນ ຈະມີທ່າອ່ຽງເພີ່ມກຳລັງແຮງຂຶ້ນແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງລາວ, ສົມທົບກັບສອງກະແສລົມຕາເວັນອອກສ່ຽງເໜືອພັດປົກຄຸມພາກເໜືອ, ສ່ວນພາກກາງແລະ ພາກໃຕ້ກະແສລົມຕາເວັນຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່, ​ເຊິ່ງລັກສະນະເຊັ່ນນີ້ ຈະເຮັດໃຫ້ອຸນຫະພູມອາກາດເຢັນລົງພ້ອມມີໝອກບາງປົກຫຸ້ມໃນຕອນເຊົ້າແລະ ຈະມີຝົນຕົກຟ້າຄະນອງກະຈາຍ​​ເປັນບໍລິເວນກ້ວາງແລະ ຕົກປານກາງເປັນບາງໂອກາດຢູ່ບາງທ້ອງຖິ່ນໃນແຕ່ລະພາກ. ຈາກນັ້ນ ກາງຫາທ້າຍອາທິດຮ່ອງມໍລະສຸມຕາເວັນຕົກສ່ຽງໃຕ້ຈະມີກຳລັງແຮງເພີ່ມຂຶ້ນພັດຜ່ານຢູ່ແຂວງພາກກາງຫາພາກໃຕ້ຂອງລາວ, ຊຶ່ງຈະເຮັດໃຫ້ມີຝົນຕົກ​​ຟ້າຄະນອງຫລາຍຂຶ້ນໃນແຕ່ລະພາກແລະ ຕົກໃນລະດັບປານກາງຫາຕົກໜັກພ້ອມມີລົມພັດແຮງເປັນບາໂອກາດຢູ່ບາງທ້ອງຖິ່ນ ນັບທັງນະຄອນຫລວງວຽງຈັນ.


     ສະພາບອາກາດໃນໜຶ່ງອາທິດຕໍ່ໜ້າ, ​ໂດຍທົ່ວໄປອາກາດຈະເຢັນລົງຢູ່ແຕ່ລະພາກພ້ອມມີໝອກບາງປົກຫຸ້ມໃນຕອນເຊົ້າແລະ ອາກາດຈະໜາວຢູ່ແຂວງພາກເໜືອດ້ານຕາເວັນອອກ, ​ແຂວງໄຊສົມບູນແລະ ພູພຽງບໍລະເວນປາກຊ່ອງ ພ້ອມມີໝອກໜາປົກຫຸ້ມຢູ່ບາງທ້ອງຖິ່ນ. ​ໃນລະຫວ່າງວັນທີ 10-13 ຕຸລານີ້ ຈະມີຝົນຕົກຟ້າຄະນອງຫລາຍຂຶ້ນ ພ້ອມຈະມີລົມພັດແຮງເປັນບາງໂອກາດ ຍ້ອນລົມມໍລະສຸມຕາເວັນຕົກສ່ຽງໃຕ້ຈະມີທ່າອ່ຽງເພີ່ມກຳລັງແຮງຂຶ້ນພັດປົກຄຸມ.

No comments:

Post a Comment