Ad

Ad

9 October 2015

ປກສ ຫລວງນໍ້າທາຈັບຜູ້ຄ້າຢາເສບຕິດລາຍໃຫຍ່

ຂ່າວ-ພາບ: ຫນັງສືພິມ ປກສ
ທ້າຍອາທິດຜ່ານມາ, ເຈົ້າໜ້າທີ່ສະກັດກັ້ນແລະ ຕ້ານຢາເສບຕິດເມືອງລອງ ແຂວງຫລວງນ້ຳທາ ໄດ້ຈັບຕົວນາງນວນອາຍຸ 32 ປີ ຢູ່ບ້ານຈອມແຈ້ງ ເມືອງລອງ ພ້ອມຂອງກາງຢາບ້າຈໍານວນ 42 ພັນເມັດ ແລະ ຢາໄອມີນໍ້າໜັກ 1 ກິໂລຊຸກເຊື່ອງໄວ້ໃນແກັດເຈ້ຍພາຍໃນເຮືອນຜູ້ກ່ຽວ.
ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ນາງ ນວນໄດ້ໃຫ້ການວ່າ: ​ໃນວັນທີ 28 ກັນຍາ 2015, ພໍ່ຂອງຜູ້ກ່ຽວຊື່ທ້າວໄໜ່ຄຳຜົງ ອາຍຸ 60 ປີ ບ້ານຊຽງກົດໃໝ່ ເມືອງລອງ  ໄດ້ເອົາແກັດດັ່ງກ່າວມາປະໄວ້ຢູ່ເຮືອນຕົນ ເຊິ່ງໄລຍະນັ້ນຕົນໄດ້ໄປເຮັດທານຢູ່ວັດທີ່ເມືອງຫລາ ແຂວງອຸດົມໄຊ ຈາກຄໍາໃຫ້ການດັ່ງກ່າວ ເຈົ້າໜ້າທີ່ກໍໄດ້ນໍາກໍາລັງໄປຄົ້ນເຮືອນຂອງທ້າວໄໜ່ຄຳຜົງ ແລະນຳຕົວມາສອບສວນ​, ຜູ້ກ່ຽວຈຶ່ງໄດ້ຮັບສາລະພາບວ່າ: ຢາເສບຕິດທັງໝົດແມ່ນຊື້ມາຈາກທ້າວຍິສັນຊາດມຽນມາແລ້ວຕົນກໍເອົາໄປຊຸກເຊື່ອງໄວ້ຢູ່ເຮືອນຂອງລູກສາວເພື່ອລໍຖ້າສົ່ງຂາຍໃຫ້ລູກຄ້າ.

ເຈົ້າໜ້າທີ່ ປກສເມືອງລອງໃຫ້ຮູ້ວ່າ: ພໍ່-ລູກດັ່ງກ່າວແມ່ນໄດ້ຖືກຕິດຕາມພຶດຕິກຳມາໄດ້ໄລຍະໜຶ່ງແລ້ວ,​ ແຕ່ຍັງບໍ່ມີຂໍ້ມູນຫລັກຖານທີ່ຈະສາມາດເອົາຜິດພວກກ່ຽວໄດ້​. ກ່ອນຈັບຕົວໄດ້ແມ່ນມີແຫລ່ງຂ່າວແຈ້ງໃຫ້ຮູ້ວ່າ: ພວກກ່ຽວມີການເຄື່ອນໄຫວຄ້າຂາຍຢາເສບຕິດຢູ່ເຂດບ້ານຊຽງກົກໃໝ່ແລະ ບ້ານຈອມແຈ້ງ, ຈຶ່ງໄດ້ຈັດກຳລັງຕິດຕາມ​​ເຫັນວ່າມີມູນຄວາມຈິງ, ຈຶ່ງໄດ້ນໍາກໍາລັງຈັບຕົວມາດໍາເນີນຄະດີຕາມລະບຽບກົດໝາຍ.

No comments:

Post a Comment