Ad

Ad

9 October 2015

ລາວເປີດ​ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ

     ​ພິທີເປີດສະຖາບັນຍຸຕິທຳແຫ່ງຊາດ​, ໄດ້ຈັດຂຶ້ນໃນວັນທີ 7 ຕຸລານີ້, ​ເພື່ອເປັນບ່ອນກໍ່ສ້າງນັກສຶກສາກໍຄືຜູ້ພິພາກສາໃຫ້ມີຄວາມເປັນເອກະພາບທາງດ້ານຄວາມຮູ້ແລະ ຄວາມເຂົ້າໃຈດ້ານກົດໝາຍ,​ ໂດຍສະເພາະແມ່ນເຮັດໃຫ້ການຕັດສິນແລະ ພິພາກສາຄະດີ​​ຮັບປະກັນໄດ້ຄວາມຖືກຕ້ອງແລະ ຍຸຕິທໍາຫລາຍຂຶ້ນ, ໂດຍການເຂົ້າຮ່ວມຂອງທ່ານ ສົມພັນແພງຄຳມີ ຮອງປະທານສະພາແຫ່ງຊາດ, ​ທ່ານ ຄຳພັນ ສິດທິດຳພາ ປະທານສານປະຊາຊົນສູງສຸດແລະ ທ່ານ ຄຳສານ ສຸວົງ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີບັນດາລັດຖະມົນຕີ​, ຜູ້ຕາງໜ້າອົງການສະຫະປະຊາຊາດ, ອົງການຈັດຕັ້ງສາກົນ, ທູຕານຸທູດແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນຈໍານວນຫລາຍ.

ລັດຖະມົນຕີວ່າການກະຊວງຍຸຕິທຳ ບຸນເກີດ ສັງສົມສັກໄດ້ກ່າວວ່າ: ເມື່ອກ່ອນສະຖາບັນແຫ່ງນີ້ມີຊື່ວ່າ: ​ໂຮງຮຽນກົດໝາຍຊັ້ນກາງນະຄອນຫລວງ, ສ້າງຕັ້ງຂຶ້ນໃນປີ 2004 ຢູ່ບ້ານນ້ອຍຊຽງດາ ເມືອງໄຊເສດຖາ ນະຄອນ ຫລວງວຽງຈັນແລະໄດ້ຮັບການປັບປຸງພັດທະນາມາເປັນລະບົບປະລິນຍາຕີໃນສົກປີ 2006-2007,​ ແຕ່ຜົນສຳເລັດການສຶກສາຂອງນັກສຶກສາທີ່ຈົບໄປພັດບໍ່ໄດ້ຮັບປະສິດທິຜົນເທົ່າທີ່ຄວນ, ເນື່ອງຈາກການກໍ່ສ້າງວິຊາຊີບທາງດ້ານກົດໝາຍແລະ ວຽກງານຍຸຕິທຳເປັນຕົ້ນ: ວິຊາຊີບຜູ້ພິພາກສາ, ​ໄອຍະການແລະ ທະນາຍຄວາມແມ່ນດຳເນີນແບບກະແຈກກະຈາຍແລະ ຂາດການລວມສູນ ເຊັ່ນ: ສານປະຊາຊົນກໍເຝິກອົບຮົມແຕ່ດ້ານວິຊາຊີບຜູ້ພິພາກສາ, ອົງການໄອຍະການປະຊາຊົນສູງສຸດກໍເຝິກອົບຮົມວິຊາຊີບ​​ໄອຍະການແລະ ສະພາທະນາຍຄວາມກໍເຝິກອົບຮົມວິຊາຊີທະນາຍຄວາມ, ຈຶ່ງເຮັດໃຫ້ການນຳໃຊ້ຄວາມຮູ້ທີ່ໄດ້
ຮຽນມາເຂົ້າໃນການຈັດຕັ້ງປະຕິບັດວຽກງານ​​ດຳເນີນຄະດີຂາດຄວາມເປັນເອກະພາບກັນໃນຫລາຍດ້ານເປັນຕົ້ນ: ຄວາມເຂົ້າໃຈຕໍ່ເນື້ອໃນກົດໝາຍ ແລະດ້ານເຕັກນິກຈຶ່ງເຮັດໃຫ້ການຕີຄວາມໝາຍຂອງການກະທຳຜິດແລະ ການຕີຄວາມໝາຍຂອງມາດຕາກົດໝາຍໃນບາງກໍລະນີຂັດກັນ ແລະ ນຳໄປສູ່ການວາງໂທດໃສ່ຜູ້ກະທຳຜິດມີການຜິດພາດ, ບໍ່ຮັບປະກັນຄວາມຍຸຕິທຳເຮັດໃຫ້ສັງຄົມຈົ່ມວ່າແລະ ວິຈານຕໍ່ພະນັກງານປົກປ້ອງກົດໝາຍຂອງພວກເຮົາ. ດັ່ງນັ້ນເພື່ອເປັນການແກ້ໄຂສະພາບດັ່ງກ່າວ, ການນຳສູງສຸດຂອງກະຊວງຍຸຕິທຳ, ສານປະຊາຊົນສູງສຸດແລະ ອົງການ​​ໄອຍະການປະຊາຊົນສູງສຸດຈຶ່ງໄດ້ມີຂໍ້ຕົກລົງຮ່ວມກັນໂດຍເຫັນດີລວມສູນການກໍ່ສ້າງວິຊາຊີບຜູ້ພິພາກສາ, ພະນັກງານໄອຍະການແລະ ທະນາຍຄວາມໃຫ້ຢູ່ກະຊວງຍຸຕິທຳບ່ອນດຽວແລະເຫັນດີໃຫ້ກະຊວງຍຸຕິທຳສ້າງຕັ້ງສະຖາບັນແຫ່ງຊາດຂຶ້ນເພື່ອເປັນສູນກາງດ້ານການກໍ່ສ້າງວິຊາຊີບຕ່າງໆທາງດ້ານກົດໝາຍແລະ ວຽກງານຍຸຕິທຳເຊັ່ນ: ວິຊາຊີບຜູ້ພິພາກສາ, ​ໄອຍະການ, ທະນາຍຄວາມ, ສ້າງກົດໝາຍ, ​ໂຄສະນາເຜີຍແຜ່ກົດໝາຍ, ປະຕິບັດຄຳຕັດສິນຂອງສານ, ທະບຽນສານ, ​ແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດແລະ ວິຊາຊີບຍຸຕິທຳອື່ນໆ, ພ້ອມທັງເປັນບ່ອນບຳລຸງຍົກລະດັບໄລຍະສັ້ນວຽກງານຕ່າງໆຂອງຂະແໜງການຍຸຕິທຳໃຫ້ພະນັກງານ-ລັດຖະກອນທີ່ຮັບຜິດຊອບວຽກງານກົດໝາຍແລະຍຸຕິທຳ, ຄົ້ນຄວ້າວິທະຍາສາດກ່ຽວກັບກົດໝາຍແລະ ວຽກງານຍຸຕິທຳເພື່ອປະກອບສ່ວນເຂົ້າໃນການພັດທະນາຂະແໜງຍຸຕິທຳແລະເສດຖະກິດ-ສັງຄົມແຫ່ງຊາດ.

No comments:

Post a Comment