Ad

Ad

9 October 2015

ອີ​ຢູຮຽກ​ຮ້ອງຫລາຍ​ປະ​ເທດ​ໃຫ້​ຢຸດຕິ​ໂທດ​ປະຫານ​

     ​ໃນວັນທີ 8 ຕຸລານີ້, ຢູ່ສຳນັກງານສະຫະພາບເອີຣົບ ປະຈຳລາວ ທ່ານ ມີແຊນໂກແຟັງ ອຸປະທູດສະຫະພາບເອີຣົບ ປະຈຳລາວໄດ້ຖະແຫລກ່ຽວກັບວັນສາກົນເພື່ອຢຸດຕິການລົງໂທດປະຫານຊີວິດ ຄົບຮອບ 13 ປີວ່າ: ​ການຍົກ​​ເລີກໂທດປະຫານ ຊີວິດຂອງບັນດາປະເທດ​​ໃນທົ່ວໂລກ​​ເປັນອີກເງື່ອນໄຂໜຶ່ງສຳລັບປະເທດທີ່ຈະເຂົ້າເປັນສະມາຊິກອີຢູ, ທັງເປັນໜຶ່ງໃນບັນດາເປົ້າໝາຍ​​ສຳຄັນຂອງນະໂຍບາຍການຕ່າງປະເທດອີຢູນຳອີກ, ​​ໂດຍສະເພາະໃນ ສປປລາວ ການນຳໃຊ້ໂທດປະຫານຊີວິດແມ່ນຍັງບໍ່ທັນມີການຢຸດຕິຢ່າງເປັນທາງການເທື່ອແຕ່​​ເຫັນວ່າລາວໄດ້ນຳໃຊ້​​ໃນກໍລະນີອື່ນແທນແລະ ການຕັດສິນ​​ໂທດປະຫານຊີວິດນັກໂທດໃນຄະດີຕ່າງໆນັ້ນສະເລ່ຍແລ້ວ ປະມານ 20 ຄົນ/ປີ, ​​ເຫັນວ່າມີຈຳນວນຫລາຍພໍສົມຄວນ. ​ໃນຂະນະດຽວກັນ ອີຢູຍັງ ໄດ້ຮຽກຮ້ອງໃຫ້ບັນດາ​​ປະເທດໃນທົ່ວໂລກໄດ້ທົບທວນຄືນນິຕິກຳຕ່າງໆ ​​ເພື່ອຢຸດຕິການນຳໃຊ້ໂທດປະຫານຊີວິດຢ່າງເປັນທາງການ, ​​ແຕ່ກໍບໍ່ສາມາດຫລີກລ້ຽງໄດ້ເຊັ່ນດຽວກັນ ຍ້ອນວ່າການນຳໃຊ້ໂທດດັ່ງກ່າວ ກໍເປັນອີກທາງເລືອກໜຶ່ງໃນການຕັດສິນນັກໂທດຂັ້ນເດັດຂາດ, ​ແຕ່ຄວນໃຫ້ຄວາມກະຈ່າງແຈ້ງ​ ​ແລະ ລະບຸປະເພດຄະດີຕ່າງໆທີ່ຄວນຖືກຕັດສິນໃຫ້ຈະແຈ້ງຂຶ້ນກວ່າເກົ່າ, ພ້ອມນີ້ ທ່ານ ທູດຍັງກ່າວຕື່ມວ່າ: ​ໃນບັນດາປະເທດທີ່ຍັງມີການນຳໃຊ້ໂທດປະຫານຊີວິດຢູ່ນັ້ນຍັງມີຫລາຍ, ​ແຕ່ຄວນຫັນມານຳໃຊ້ໃນຂອບເຂດທີ່ຈຳກັດ​​ໃຫ້ຫລາຍຂຶ້ນເພື່ອກ້າວໄປສູ່ການຢຸດຕິນໍາໃຊ້ໂທດປະຫານຊີວິດ.

No comments:

Post a Comment