Ad

Ad

9 October 2015

ຄະນະກຳມະການຮ່ວມມືລາວ-ຫວຽດນາມເພີ່ມທະວີການຮ່ວມມືສອງຝ່າຍ

ສະຫາຍ​ ຄຳເຜີຍ ແກ້ວກິນນາລີ ຮອງປະທານຄະນະກຳມະການຮ່ວມມືທະວີ​ພາຄີ​ລະຫວ່າງ​ລັດຖະບານລາວ​​ ແລະຫວຽດນາມ, ພ້ອມ​ຄະນະ​ໄດ້ໄປ​ຢ້ຽມຢາມ ​ແລະ ເຮັດວຽກຢູ່ ສສ ຫວຽດນາມ ໃນລະຫວ່າງ​ວັນ​ທີ1-6 ຕຸລາຜ່ານມາ,ເພື່ອຕີລາຄາຄືນການຈັດຕັ້ງປະຕິບັດບົດບັນທຶກກອງປະຊຸມຄັ້ງທີ 37 ກໍຄືສັນຍາວ່າດ້ວຍການຮ່ວມມືທະວິພາຄີລະຫວ່າງລັດຖະບານລາວ-ຫວຽດນາມປະຈຳປີ 2015 ໄລຍະ 9 ເດືອນ, ກຳນົດທິດທາງການຮ່ວມມືໃນໄລຍະ 3 ເດືອນທ້າຍປີ 2015, ຮັບຟັງລາຍງານກ່ຽວກັບການຜັນຂະຫຍາຍບັນດາໂຄງການຊ່ວຍເຫລືອຂອງລັດຖະບານຫວຽດນາມໃຫ້ແກ່ລາວ, ພ້ອມກັນນັ້ນກໍໄດ້ປຶກສາຫາລືເນື້ອໃນຮ່າງສັນຍາວ່າດ້ວຍການຮ່ວມມືທະວິພາຄີລະຫວ່າງສອງລັດຖະບານລາວ-ຫວຽດນາມ ໃນປີ 2016 ແລະ ເນື້ອໃນຮ່າງສັນຍາຮ່ວມມືສອງຝ່າຍແຕ່ປີ 2016-2020 ແລະ ການກະກຽມໜ້າວຽກຈໍານວນໜຶ່ງໃຫ້ແກ່ກອງປະຊຸມຄັ້ງທີ 38.

ໃນກອງປະຊຸມພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາວ່າ: ການຮ່ວມມືໃນໄລຍະຜ່ານມາມີຫລາຍດ້ານສາມາດຈັດຕັ້ງປະຕິບັດໄດ້ດີເປັນຕົ້ນ: ການ​ພົວ​ພັນ​ດ້ານ​ການ​ເມືອງ, ການຕ່າງປະເທດ ແລະ ດ້ານ​ປ້ອງ​ກັນ​ຊາດ-ປ້ອງ​ກັນຄວາມສະຫງົບລະຫວ່າງສອງປະເທດໄດ້​ຮັບ​ການເສີມຂະຫຍາຍຢ່າງໜັກແໜ້ນ, ສະໜິດສະໜົມ, ເຂົ້າອົກເຂົ້າໃຈ, ໄວ້ເນື້ອເຊື່ອໃຈກັນເລິກເຊິ່ງ ແລະ ກວ້າງຂວາງກວ່າເກົ່າ. ສ່ວນການຮ່ວມມືດ້ານການກໍ່ສ້າງຊັບພະຍາກອນມະນຸດເຫັນວ່າມີບາດກ້າວອັນໃໝ່, ສະເພາະສົກປີ 2015-2016 ສອງຝ່າຍໄດ້ເຫັນດີເພີ່ມທຶນການສຶກສາຈຳນວນ 52 ທຶນໃຫ້ແກ່ລູກຫລານຊາວຫວຽດນາມຕ່າງດ້າວໄປຮຽນຢູ່ ສສ ຫວຽດນາມ ແລະ ເຫັນດີໃຫ້ເພີ່ມການໄປຍົກລະດັບ ແລະ ບຳລຸງໄລຍະສັ້ນໃຫ້ແກ່ບັນດາກະຊວງ, ຂະແໜງການ, ອົງການຈັດຕັ້ງການເມືອງ-ສັງຄົມຕາມການສະເໜີຂອງຝ່າຍລາວ.

ສອງຝ່າຍໄດ້ເຫັນດີເປັນເອກະພາບ ແລະ ນຳສະເໜີລັດຖະບານຂອງຕົນເພື່ອພິຈາລະນາກ່ຽວກັບຮ່າງເນື້ອໃນສັນຍາວ່າດ້ວຍການຮ່ວມມືທະວິພາຄີລະຫວ່າງລັດຖະບານລາວ ແລະ ຫວຽດນາມໄລຍະ 2016-2020 ໃນເດືອນຕຸລານີ້.

No comments:

Post a Comment