Ad

Ad

9 October 2015

ລາວກຽມເຈລະຈາກັບສະຫະພາບເອີຣົບກ່ຽວກັບຂໍ້ຕົກລົງສົ່ງເສີມການຄ້າໄມ້ຖືກກົດໝາຍ

ສປປ ລາວ ກຽມຈະເຈລະຈາກັບສະຫະພາບເອີຣົບ (EU) ກ່ຽວກັບຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ໃນແຜນງານການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງແລະການຄ້າໄມ້ (FLEGT) ເພື່ອແກ້ໄຂບັນຫາການຂຸດຄົ້ນໄມ້ທີ່ຜິດກົດໝາຍ ແລະ ເພື່ອເປັນການສົ່ງເສີມການຄ້າໄມ້ທີ່ຖຶກຕ້ອງຕາມກົດໝາຍກັບສະຫະພາບເອີຣົບ, ຂະນະທີ່ທ່ານ ດຣ ພວງປະຣິສັກ ປຣະວົງວຽງຄໍາ ລັດຖະມົນຕີຊ່ວຍວ່າການກະຊວງກະສິກໍາ ແລະ ປ່າໄມ້ທັງເປັນຫົວໜ້າທີມງານເຈລະຈາໃນຂໍ້ຕົກລົງດັ່ງກ່າວເປີດເຜີຍວ່າ: ລັດຖະບານລາວມີກໍານົດການເຈລະຈາກັບສະຫະພາບເອີຣົບໃນທ້າຍປີ 2015 ນີ້.
ໃນກອງປະຊຸມຄັ້ງທໍາອິດຂອງຄະນະຊີ້ນໍາລະດັບຊາດກ່ຽວກັບການເຈລະຈາຂໍ້ຕົກລົງດັ່ງກ່າວເມື່ອບໍ່ດົນມານີ້, ໂດຍການເປັນປະທານຂອງລັດຖະມົນຕີຊ່ວຍວ່າການກະຊວງກະສິກໍາ ແລະ ປ່າໄມ້ ດຣ ພວງປະຣິຊາດ ປຣະວົງວຽງຄໍາ ໄດ້ມີຄໍາເຫັນວ່າ: ການເຈລະຈາຂໍ້ຕົກລົງການຄ້າຄັ້ງນີ້ຕ້ອງໄດ້ດໍາເນີນໄປພ້ອມກັບການສົ່ງເສີມການເພີ່ມມູນຄ່າໃນຂະແໜງປຸງແຕ່ງໄມ້ໃນລາວ, ຊຶ່ງຈະຊ່ວຍເພີ່ມການເກັບລາຍຮັບຂອງພາກລັດ , ສ້າງວຽກເຮັດງານທໍາ ແລະ ເຂົ້າເຖິງຕະຫລາດສົ່ງອອກໃໝ່ໃຫ້ແກ່ປະເທດລາວ.

ສະຫະພາບເອີຣົບໄດ້ລິເລີ່ມແຜນງານການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້, ເພື່ອສະກັດກັ້ນການຂຸດຄົ້ນໄມ້ທີ່ຜິດກົດໝາຍໃນທົ່ວໂລກ, ພ້ອມນັ້ນສະຫະພາບເອີຣົບຍັງໄດ້ກະກຽມການເຈລະຈາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈກັບບັນດາປະເທດຜະລິດໄມ້VPA ຊຶ່ງແມ່ນຂໍ້ຕົກລົງການຄ້າໄມ້ສາກົນທີ່ມີຈຸດປະສົງເພື່ອຫລຸດຜ່ອນການຕັດໄມ້ທີ່ຜິດກົດໝາຍ ແລະ ສົ່ງເສີມການຄ້າໄມ້ທີ່ຖືກກົດໝາຍ.

ສປປ ລາວ ແມ່ນໜຶ່ງໃນບັນດາປະເທດທີ່ເລີ່ມເຈລະຈາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາດັ່ງກ່າວກັບສະຫະພາບເອີຣົບ, ເຊິ່ງໄດ້ຮັບການຊ່ວຍເຫລືອຈາກໂຄງການ GIZ ໃນການສະໜັບສະໜູນແຜນງານການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ລະຫວ່າງ ສປປ ລາວ ກັບສະຫະພາບເອີຣົບ(Pro FLEGT), ຊຶ່ງແມ່ນໂຄງການລິເລີ່ມຮ່ວມກັນຂອງລັດຖະບານລາວ ແລະ ການຮ່ວມມືພັດທະນາຂອງເຢຍລະມັນ.

No comments:

Post a Comment