Ad

Ad

9 October 2015

ລາວພວມຄົ້ນຄວ້າປັບຄ່າແຮງງານຂັ້ນຕໍ່າຂຶ້ນອີກ

ລັດຖະບານລາວ, ພວມມີການພິຈາລະນາຄົ້ນຄວ້າຄວາມເປັນໄປໄດ້ໃນການປັບຄ່າແຮງງານຂັ້ນຕໍ່າຂຶ້ນຕື່ມອີກໃນທ້າຍປີ 2015 ນີ້, ຫລັງຈາກເຫັນວ່າການປັບຂຶ້ນຄ່າແຮງງານຂັ້ນຕໍ່າຈາກ 626.000 ກີບ ມາເປັນ 900.000 ກີບເມື່ອບໍ່ດົນນີ້, ຍັງບໍ່ທັນສ້າງແຮງດຶງດູດຈູງໃຈໃຫ້ຜູ້ອອກແຮງງານດີເທົ່າທີ່ຄວນ, ເຊິ່ງເຫັນໄດ້ຈາກສະພາບແຮງ
ງານລາວຍັງຫລັ່ງໄຫລໄປເຮັດວຽກຢູ່ປະເທດໃກ້ຄຽງຈໍານວນຫລວງຫລາຍ.
             ບັນຫາດັ່ງກ່າວໄດ້ມີການເປີດເຜີຍຈາກທ່ານຫົວໜ້າກົມຄຸ້ມຄອງແຮງງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມພົງໄຊສັກ ອິນຖາລາດ ເມື່ອບໍ່ດົນມານີ້ວ່າ: ບັນຫາຄ່າແຮງງານ​​ເປັນປັດໄຈສຳຄັນຕໍ່ຜູ້ອອກແຮງງານກໍຄືກຳມະກອນລາວ, ​ເຖິງວ່າເມື່ອຕົ້ນເດືອນເມສາຜ່ານມາ, ລັດຖະບານໄດ້ປັບຄ່າແຮງງານຂັ້ນຕ່ຳສຸດໃນຂົງເຂດທຸລະກິດຈາກ 626.000 ກີບມາເປັນ 900.000 ກີບແລ້ວກໍຕາມ, ແຕ່ຍັງບໍ່ສາມາດສ້າງແຮງດຶງດູດໃຈໃຫ້ແຮງງານລາວມີຄວາມກະຕືລືລົ້ນໃນການຊອກວຽກເຮັດງານທໍາໄດ້ດີ​​ເທົ່າທີ່ຄວນ, ບາງຈຳນວນຍັງໄປ​​ອອກແຮງງານຢູ່ປະເທດໃກ້ຄຽງ ແລະເຮັດໃຫ້ເກີດກົດການຫຍໍ້ທໍ້ຕ່າງໆ, ສະນັ້ນເພື່ອແກ້ໄຂບັນຫາດັ່ງກ່າວ, ລັດຖະບານຈຶ່ງມີແຜນຈະປັບຄ່າແຮງງານຂັ້ນຕ່ຳຂຶ້ນຕື່ມໃນທ້າຍປີນີ້. ແນວໃດກໍຕາມ, ການປັບຄ່າແຮງງານຄັ້ງໃໝ່ນີ້, ຈະໄດ້ຄໍານຶ່ງເຖິງເງື່ອນໄຂ
ຂອງຜູ້ໃຊ້ແຮງງານ ແລະ ລະດັບສີມືຂອງຜູ້ອອກແຮງງານຕົວຈິງເປັນຕົວກໍານົດໜຶ່ງໃນການພິຈາລະນານໍາດ້ວຍ.

ທ່ານຫົວໜ້າກົມຄຸ້ມຄອງແຮງງານໃຫ້ຮູ້​​ວ່າ: ປັດຈຸບັນ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ,​ ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງປະຕິບັດສັນຍາຮ່ວມມືດ້ານການຈ້າງງານກັບປະເທດໃກ້ຄຽງ,​ໂດຍມີຄະນະຮັບຜິດຊອບຢ່າງລະອຽດເພື່ອປັບປຸງສະຖານະພາບແຮງງານລາວທີ່ໄປອອກແຮງງານແບບຖືກຕ້ອງຕາມລະບຽບກົດໝາຍຂອງປະເທດໃກ້ຄຽງໃຫ້ໄດ້ຮັບການປົກປ້ອງສິດຜົນປະໂຫຍແລະບໍ່ຖືກກົດຂີ່ຂູດຮີດແຮງງານ.

No comments:

Post a Comment