Ad

Ad

12 October 2015

ຕະຫລາດນັດ​ວິກບາ​ຊາຈະຈັດຂຶ້ນຕົ້ນເດືອນພະຈິກນີ້

ເມື່ອທ້າຍອາທິດຜ່ານມານີ້, ທີ່ຮ້ານອາຫານໝາກເຜັດ ນະຄອນຫລວງວຽງຈັນ ໄດ້ມີການຖະແຫລງຂ່າວການຈັດງານຕະຫລາດນັດຂອງກຸ່ມອາສາ​ສະໝັກວິກບາຊາ (WIG) ​​ໂດຍການເຂົ້າຮ່ວມຂອງທ່ານ ສົມສະໜຸກ ມີໄຊ ຮອງປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ, ທ່ານນາງ ນາມິ ອິຊິຮາຣະ ປະທານກຸມອາສາສະໜັກ (WIG), ພ້ອມດ້ວຍສື່ມວນຊົນເຂົ້າຮ່ວມເປັນຈໍານວນຫລາຍ.
             ທ່ານຮອງປະທານສະມາຄົມນັກຂ່າວໃຫ້ຮູ້ວ່າ:ຕະຫລາດນັດດັ່ງກ່າວ, ແມ່ນ​​ກິດຈະກຳຫລັກໃນການລະດົມທຶນຂອງກຸ່ມ (WIG) ກຳໄລທັງໝົດແມ່ນຈະຖືກນຳໃຊ້ເປັນກອງທຶນເພື່ອຈັດຕັ້ງປະຕິບັດບັນດາກິດຈະກຳການກຸສົນເພື່ອຊ່ວຍເຫລືອຜູ້ດ້ອຍໂອກາດຕ່າງໆແລະ ການຊ່ວຍເຫລືອກໍ່ສ້າງໂຮງຮຽນ, ເຊິ່ງຕະຫລາດນັດດັ່ງກ່າວຈະຈັດຂຶ້ນໃນວັນທີ 7 ພະຈິກ 2015 ທີ່ຈະ​ເຖິງນີຢູ່ຄະນະວິສະວະກຳສາດ ເລີ່ມຕັ້ງແຕ່ເວລາ 10:00 ​ຫາ 17:00 ໂມງ. ພາຍ​​ໃນງານຈະມີສິນຄ້າຫລາກຫລາຍປະເພດ​​​​ເຊັ່ນ: ຜະລິດຕະພັນຫັດຖະກຳ, ​ເຄື່ອງນຸ່ງ, ອາຫານ, ​ເຄື່ອງດື່ມແລະ ການສະແດງຕ່າງໆ ​​​ເພື່ອສ້າງສີສັນໃຫ້ແກ່ແຂກທີ່ມາທ່ຽວຊົມ, ພິເສດສຳລັບທ່ານ​​ໃດທີ່ສົນໃຈຢາກນຳສິນຄ້າແລະ ການບໍລິການໄປວາງສະ​ແດງໃນງານແມ່ນບໍ່ໄດ້ເສຍຄ່າ.


No comments:

Post a Comment