Ad

Ad

12 October 2015

ປະກາດ​ສ້າງຕັ້ງກົມ​ກວດກາ​ຂອງ​ອົງການ​ກວດ​ສອບ​ແຫ່ງ​ລັດ

             ເມື່ອທ້າຍອາທິດຜ່ານມານີ້, ອົງການກວດສອບແຫ່ງລັດ​, ໄດ້​​ປະກາດສ້າງຕັ້ງກົມກວດກາແລະແຕ່ງຕັ້ງສັບຊ້ອນພະນັກງານພາຍໃນອົງການປະກອບເຂົ້າໃນກົງຈັກການຈັດຕັ້ງຂອງກົມດັ່ງກ່າວ, ​ໂດຍການເຂົ້າຮ່ວມຂອງທ່ານ ດຣ ນາງ ວຽງທອງ ສີພັນດອນ ປະທານອົງການກວດສອບແຫ່ງລັດ.
            ​ໃນພິທີ​, ທ່ານຮອງປະທານອົງການກວດສອບແຫ່ງລັດ ປະດັບເພັດໄຊຍະໂຄດ ໄດ້ຂຶ້ນຜ່ານຂໍ້ຕົກລົງວ່າດ້ວຍການສ້າງຕັ້ງກົມກວດກາເຂົ້າໃນການຈັດຕັ້ງຂອງອົງການກວດສອບແຫ່ງລັດ ແລະ ທ່ານ ອຳໄພວັນ ພັນທະວົງ ຫົວໜ້າກົມຈັດຕັ້ງພະນັກງານໄດ້ຂຶ້ນຜ່ານຂໍ້ຕົກລົງວ່າດ້ວຍການສັບຊ້ອນພະນັກງານຂັ້ນຮັກສາການຫົວໜ້າກົມໄປຮັບໜ້າທີ່ໃໝ່ພາຍໃນອົງການກວດສອບແຫ່ງລັດ, ປະທານອົງການກວດສອບແຫ່ງລັດຕົກລົງແຕ່ງຕັ້ງທ່ານ ອິນຄຳ ສຸກສະຫວັນ ຮັກສາການຫົວໜ້າກົມກວດສອບທະນາຄານແລະ ວິສາຫະກິດເປັນຮັກສາການຫົວໜ້າກົມກວດກາ, ພ້ອມທັງແຕ່ງຕັ້ງທ່ານນາງ ຄຳພູໄຫວ ຈັນທະວົງເປັນຮອງຫົວໜ້າກົມກວດກາແລະແຕ່ງຕັ້ງທ່ານ ສຸກສະຫວັນ ພະໄຊສົມບັດ, ທ່ານ ສົມດີໄຊຍະວົງ, ທ່ານນາງ ວິນພອນ ຄຳທອງແພງ, ທ່ານ ຄຳອ້າຍ ວົງນະລາດແລະ ທ່ານ ສຸບັນໄຊຍະສິງ ຮັບໜ້າທີ່ໃໝ່ຢູ່ກົມກວດກາເພື່ອສັງກັດເຂົ້າແຕ່ລະພະແນກທີ່ຂຶ້ນກັບກົມ.


             ທ່ານປະທານອົງການກວດສອບແຫ່ງລັດ ກ່າວວ່າ: ການສ້າງຕັ້ງແລະ ປະກອບບຸກຄະລາກອນເຂົ້າໃສ່ກົງຈັກການຈັດຕັ້ງກົມກວດກາແມ່ນຮັບປະກັນໃຫ້ການຈັດຕັ້ງຂອງກົມມີຄວາມເຂັ້ມແຂງທາງດ້ານບຸກຄະລາກອນແລະເສີມຄວາມເຂັ້ມແຂງໃນການປະຕິບັດໜ້າທີ່ວຽກງານກວດສອບໃຫ້ມີຄຸນນະພາ, ​ໄດ້ມາດຕະຖານ, ມີຄວາມໂປ່ໃສແລະເປັນກຳລັງແຮງຊຸກດັນສ້າງບຸກຄະລາກອນໃຫ້ມີຄວາມຮູ້, ຄວາມສາມາດ ມີຄວາມຮັບຜິດຊອບເຮັດ​​ໃຫ້ວຽກງານຄຸ້ມຄອງພັກ-​ລັດ,​ ຫົວໜ່ວຍງົບປະມານແຫ່ງລັດໃນການນຳໃຊ້ງົບປະມານມີປະສິດທິພາບແລະ ປະສິດທິຜົນເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມແລະ ພື້ນຖານໂຄງລ່າງດີຂຶ້ນຕາມຄວາມຮຽກຮ້ອງຕ້ອງການ, ​ເປັນເຈົ້າການໃນການປະຕິບັດລະບຽບຂອງພັກ, ກົດໝາຍຂອງລັດຢ່າງເຂັ້ມງວດແລະ ສ້າງສະຕິຕື່ນຕົວໃຫ້ສັງຄົມມີຄວາມຮັບຜິດຊອບຢ່າງຕັ້ງໜ້າເພື່ອເຮັດໃຫ້ອົງການກວດສອບແຫ່ງລັດມີການເຕີບໃຫຍ່ຂະຫຍາຍຕົວຂຶ້ນໄປເລື້ອຍໆ.

No comments:

Post a Comment