Ad

Ad

12 October 2015

ລັດຖະບານ​ລາວ​ປະດັບ​ຫລຽນ​ກາ​ພັດທະນາ​ໃຫ້​ບໍລິສັດ ວັນ​ລາງ ​ແລະ ຕວນອ້າ ຈຳກັດ​ຂອງ ສສ. ຫວຽດນາມ


           ​ວັນທີ 9 ຕຸລາຜ່ານມາ, ທ່ານ ດຣ. ຄຳແພງໄຊສົມແພງ ລັດຖະມົນຕີວ່າການ ກະຊວງແຮງງານແລະ ສະຫວັດດີການສັງຄົມ ​​ໄດ້ຕາງໜ້າລັດຖະບານປະດັບຫລຽນກາພັດທະນາໃຫ້ແກ່ທ່ານ​ ​ໂຕຊວັນ ຢາງ ອຳນວຍການບໍລິສັດວັນລາງ ຈຳກັດແລະ ບໍລິສັດ ຕວນອ້າ ຈຳກັດ ສສ. ຫວຽດນາມທີ່​​ມີຜົນງານໃນການຊ່ວຍເຫລືອດ້ານອຸປະກອນການສຶກສາແກ່ລາວ ມູນຄ່າ 1 ຕື້ກວ່າດົງ.

              ​ເພື່ອເປັນການສົ່ງເສີມການຮຽນຂອງນັກສຶກສາແລະ ການສິດສອນຂອງຄູ-ອາຈານໃຫ້ນັບມື້ນັບເຂັ້ມແຂງຂຶ້ນແລະ ສ້າງສີມືໃຫ້ນັກສຶກສາລາເປັນນັກພັດທະນາທີ່ມີສີມືຄຸນນະພາບທຽບເທົ່າລະດັບສາກົນ, ​ທັງນີ້ ກໍເພື່ອຈັດຕັ້ງຜັນຂະຫຍາຍສັນຍາວ່າດ້ວຍການຮ່ວມມືດ້ານແຮງງານແລະ ສັນຍາການຮ່ວມມືລະຫວ່າງສອງກະຊວງ ລາວ-ຫວຽດນາມ ກ່ຽວກັບການຮ່ວມມືດ້ານແຮງງານແລະ ສະຫວັດດີການສັງຄົມ ທີ່ໄດ້ລົງນາມໃນປີ 2013 ຜ່ານມາ, ​ໃນການຮ່ວມມືດັ່ງກ່າວນັ້ນ ຜູ້ອຳນວຍການບໍລິສັດ ວັນລາງ ຜະລິດແລະ ຈຳໜ່າຍອຸປະກອນການຮຽນ-ການສອນ ຈຳ ກັດແຫ່ງ ສສ ຫວຽດນາມ ກໍໄດ້​​ໃຫ້ການຊ່ວຍເຫລືອແກ່ສະຖາ
ບັນພັດທະນາສີມືແຮງງານລາ-​ເກົາຫລີ, ກະຊວງແຮງານແລະ ສະຫວັດດີການສັງຄົມໃນມູນຄ່າ 340 ລ້ານກວ່າດົງແລະໃນປີ 2015 ນີ້, ​ໄດ້ສືບຕໍ່ໃຫ້ການຊ່ວຍເຫລືອຕື່ມອີກ 1 ຕື້ກວ່າດົງ, ພ້ອມນີ້ ຍັງໄດ້ສະໜອງຊ່ຽວຊານດ້ານເຕັກນິກມາແນະນຳແລະ ຝຶກການນຳໃຊ້ໃຫ້ແກ່ຝ່າຍລາວເພື່ອນຳໃຊ້ເຂົ້າໃນການຮຽນ-ການສອນແລະ ຝຶກສີມືແຮງງານນຳອີກ.

No comments:

Post a Comment