Ad

Ad

12 October 2015

ມອບ-ຮັບໜ້າ​ທີ່ຮັກສາ​ການ​ຫົວໜ້າ​ຫ້ອງການ​ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ

              ພິທີມອບ-ຮັບໜ້າທີ່ຫົວໜ້າຫ້ອງການກະຊວງຖະແຫລງຂ່າວ, ວັດທະນະທຳແລະ ທ່ອງທ່ຽວ (ຖວທ) ລະຫວ່າງທ່ານ ຂັນທອງ ມະໂນທຳ ຫົວໜ້າຫ້ອງການຜູ້ເກົ່າທີ່ອອກຮັບເບ້ຍບຳນານແລະ ທ່ານ ວັນສີ ກົວມົວເປັນຜູ້ຮັກສາການຫົວໜ້າຫ້ອງການຜູ້​​ໃໝ່ , ໄດ້ມີຂຶ້ນວັນທີ 9 ຕຸລາຜ່ານມານີ້, ທີ່ກະຊວງດັ່ງກ່າວ,​ ໂດຍການ​​ເຂົ້າຮ່ວມ​​ຂອງ ທ່ານລັດຖະມົນຕີວ່າການກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ສຈ ດຣ ບໍ່ແສງຄໍາ ວົງດາລາ ພ້ອມທັງມີຄໍາເຫັນວ່າ: ການມອບ-ຮັບໜ້າທີ່ຄັ້ງນີ້ແມ່ນອີງໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ແລະ ວຽກງານໃນໄລຍະໃໝ່ , ສະນັ້ນຜູ້ທີ່ໄດ້ຮັບການແຕ່ງຕັ້ງໃໝ່ນີ້, ຈົ່ງຕັ້ງໜ້າບຸກບືນ, ເອົາໃຈໃສ່ຄວາມເປັນເຈົ້າເພື່ອສ້າງເງື່ອນໄຂຕ່າງໆເອື້ອອຳນວຍໃຫ້ແກ່ຫ້ອງການກະຊວງ, ​ເຊີດຊູຄວາມຮັບຜິດຊອບ​​ການເມືອງໃຫ້ສູງ, ຊອກທຸກວິທີທາງເພື່ອເຮັດໃຫ້ວຽກງານເດີນແມ່ນແລ່ນສະດວກ, ຖ້າມີບັນຫາຫຍຸ້ງຍາກກໍໃຫ້ສົມທົບໂດຍກົງກັບການນຳກະຊວງເພື່ອໃຫ້ສາມາດແກ້ໄຂໄດ້ທ່ວງທັນ, ສືບຕໍ່ເສີມຂະຫຍາຍຈຸດດີ ໃນການຈັດຕັ້ງປະຕິບັດວຽກງານໄລຍະຜ່ານມາ,​ ແກ້ໄຂຈຸດອ່ອນຂໍ້ຄົງຄ້າງ​, ເພື່ອເຮັດໃຫ້ວຽກງານຫ້ອງການກະຊວງສືບຕໍ່ປະສົບຜົນສຳເລັດໃໝ່ໃຫຍ່ຫລວງກວ່າເກົ່າ.

No comments:

Post a Comment