Ad

Ad

9 June 2016

ລັດຖະມົນຕີກະຊວງແຮງງານເຂົ້າຮ່ວມກອງປະຊຸມອົງການແຮງງານສາກົນຄັ້ງທີ 105 ທີ່ປະເທດສະວິດເຊີແລນ

          ກອງປະຊຸມອົງການແຮງງານສາກົນ ຄັ້ງທີ 105, ໄດ້ໄຂຂຶ້ນໃນລະຫວ່າງວັນທີ 6-10 ມີຖຸນານີ້, ທີ່ເມືອງເຊີແນວ ປະເທດສະວິດເຊີແລນ, ມີຜູ້ແທນຈາກບັນດາປະເທດຕ່າງໆເຂົ້າຮ່ວມ, ຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມຄັ້ງນີ້, ນຳໂດຍທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ໄດ້ມີຄຳເຫັນໃນເວທີປະຊຸມວ່າ: ອົງການແຮງງານສາກົນ ແມ່ນອົງການໜຶ່ງທີ່ໄດ້ເຄື່ອນໄຫວຢ່າງຫ້າວຫັນ ເພື່ອຜົນປະໂຫຍດພື້ນຖານຂອງຊາວຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານ, ກໍຄືການສົ່ງເສີມຄວາມຍຸຕິທຳ ແລະ ສິດທິທາງດ້ານແຮງງານ, ການສ້າງໂອ ກາດໃຫ້ທຸກຄົນມີວຽກເຮັດງານທຳຢ່າງໝັ້ນຄົງ, ມີລາຍໄດ້
ແລະ ໄດ້ຮັບການປົກປ້ອງທີ່ດີຈາກສັງຄົມ, ຊຶ່ງອົງການແຮງງານສາກົນ ໄດ້ເປັນເຈົ້າການລິເລີ່ມສ້າງຂຶ້ນ ທັງໄດ້ເຄື່ອນໄຫວຈັດຕັ້ງປະຕິບັດ ບັນ ດາກິດຈະກຳທີ່ສຳຄັນ ແລະ ອື່ນໆ. ສະນັ້ນ ຕາງໜ້າລັດຖະບານລາວ ຂໍສະແດງຄວາມຊົມເຊີຍມາຍັງຜົນສຳເລັດດັ່ງກ່າວ, ພ້ອມທັງ ສະໜັບສະໜູນຕໍ່ບົດລາຍງານຂອງທ່ານຜູ້ອຳ ນວຍການໃຫຍ່ອົງການແຮງງານສາກົນກ່ຽວກັບຕ່ອງໂສ້ການສະໜອງສາກົນ ທີ່ສຸມໃສ່ການປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານ. ສຳລັບ ສປປ ລາວ ໃນຖານະເປັນປະເທດສະມາຊິກ ເວ ລາໃດກໍໄດ້ເອົາໃຈໃສ່ປະຕິບັດພັນທະໜ້າທີ່ຂອງຕົນ ແລະ ໄດ້ຍຶດໝັ້ນໃນຫລັກການພື້ນຖານຂອງອົງ ການແຮງງານສາກົນກ່ຽວກັບການສົ່ງເສີມຄວາມຍຸຕິທຳ ແລະ ປົກປ້ອງສິດທາງດ້ານແຮງງານດ້ວຍການຜັນຂະຫຍາຍເຂົ້າໃນບັນດານິຕິກຳເພື່ອປົກປ້ອງສິດຂອງຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານ, ພ້ອມນີ້ ລັດຖະບານຍັງຖືເອົາວຽກຈັດຫາວຽກເຮັດງານທຳເຂົ້າເປັນບູລິມະສິດໜຶ່ງໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ຊຸກຍູ້ສົ່ງເສີມໃຫ້ທຸກພາກສ່ວນເສດຖະກິດເອົາໃຈໃສ່ພັດທະນາ ແລະ ຍົກລະດັບສີມືແຮງງານໃຫ້ຜູ້ອອກແຮງງານຂອງຕົນ, ທັງເອົາໃຈໃສ່ສ້າງ ແລະ ປັບປຸງນິຕິກຳທີ່ພົວ ພັນກັບວຽກງານແຮງງານ ແລະ ສະຫວັດດີການສັງຄົມ ເພື່ອເຊື່ອມໂຍງກັບພາກພື້ນ ແລະ ສາກົນອີກດ້ວຍ.

          ໃນໂອກາດນີ້, ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ປ້ານ ນ້ອຍມະນີ ປະທານສູນກາງສະຫະພັນກຳມະບານ ລາວ ແລະ ຜູ້ຕາງຫນ້າຈາກສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ, ໄດ້ເຂົ້າພົບກັບທ່ານຜູ້ອຳນວຍການໃຫຍ່ ອົງການ ແຮງງານສາກົນປະຈຳເຈນີວາ ເພື່ອປຶກສາຫາລືໃນການເພີ່ມທະວີການຮ່ວມມືທາງດ້ານ ວຽກແຮງງານລະຫວ່າງ ສປປ ລາວ ແລະ ອົງການແຮງງານສາກົນ. ການພົບປະຄັ້ງນີ້ ເປັນການສະແດງໃຫ້ເຮັດເຖິງການມີບົດບາດ ແລະ ການໃຫ້ຄວາມສຳຄັນຕໍ່ ສປປ ລາວ ໃນເວທີ່ສາກົນຂອງອົງການດັ່ງກ່າວ, ຊື່ງສະແດງອອກໃນການປະຕິບັດພັນທະຂອງຕົນຕໍ່ ການເປັນສະມາຊິກອົງການແຮງງານສາກົນຢ່າງເອົາໃຈໃສ່, ໂດຍສະເພາະແມ່ນ ໃນໄລຍະ ທີ່ ສປປ ລາວ ເຮົາເປັນປະທານອາຊຽນ ກໍ່ຄືການເປັນປະທານກອງປະຊຸມລັດຖະມົນຕີ ແຮງງານອາຊຽນຄັ້ງທີ 24 ໃນເດືອນຜ່ານມາ, ຊຶ່ງໄດ້ຮັບຮອງເອົາຮ່າງຖະແຫຼງການວຽງຈັນ ວ່າດ້ວຍການຫັນປ່ຽນຈາກການຈ້າງງານນອກລະບົບ ໄປສູ່ການຈ້າງງານໃນລະບົບເພື່ອກ້າວສູ່ການສົ່ງເສີມວຽກທີ່ມີຄຸນຄ່າ ແລະ ເປັນທຳໃນອາຊຽນ, ເຊິ່ງສອດຄ່ອງກັບແຜນການເຊື່ອມໂຍງປະຊາຄົມເສດຖະກິດອາຊຽນ, ແຜນຍຸດທະສາດການລົບລ້າງຄວາມທຸກຍາກຂອງ ສປປ ລາວ ແລະ ຂໍ້ແນະນຳຂອງອົງການແຮງງານສາກົນ ວ່າດວ້ຍການ ສົ່ງເສີມການຈ້າງງານ ແລະ ເປົ້າໝາຍການພັດທະນາ ແບບຍືນຍົງ 2030, ພ້ອມ ຍັງ ໄດ້ເນັ້ນເຖິງການຈັດຕັ້ງປະຕິບັດ ແລະ ພັດທະນາແຜນງານວຽກທີ່ມີຄຸນຄ່າ ແລະ ເປັນ ທຳ, ເຊິ່ງເປັນແຜນງານໜຶ່ງ ທີ່ສາມາດຕອບສະໜອງຕໍ່ການເຮັດໃຫ້ວຽກງານແຮງງງານ ເຊັ່ນ: ການພັດທະນາສີມືແຮງງານ, ການສົ່ງເສີມວຽກເຮັດງານທຳ ແລະ ການປົກປ້ອງ ແຮງງານ ໃຫ້ໄດ້ຮັບການປັບປຸງໃຫ້ດີຂື້ນ, ຊຶ່ງເປັນການສ້າງໂອກາດໃຫ້ຜູ້ອອກແຮງງານ ໄດ້ເຂົ້າເຖິງຕະຫຼາດແຮງງານທີ່ມີຄຸນນະພາບ ແລະ ມີຄວາມຍຸຕິທຳທີ່ແທ້ຈິງ ແລະ ສາ ມາດເຊື່ອມໂຍງໄດ້ກັບພາກພື້ນ ແລະ ສາກົນ.

No comments:

Post a Comment