Ad

Ad

26 February 2016

ເມືອງສີໂຄດຕະບອງຖອດຖອນບົດຮຽນບັ້ນຢອດຢາປ້ອງກັນພະຍາດໂປລິໂອຮອບ I ແລະ ຮອບ II

ວັນທີ 25 ກຸມພານີ້, ສາທາລະນະສຸກເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ, ໄດ້ຈັດກອງປະຊຸມປຶກສາຫາລື ແລະ ຖອດຖອນບົດຮຽນໃນການລົງຢອດຢາປ້ອງກັນພະຍາດໂປລິໂອ (ເປ້ຍລ່ອຍ) ຮອບ I ແລະ ຮອບ II ໄລຍະຜ່ານມາ, ຂື້ນທີ່ຫ້ອງການຂອງຕົນ, ໂດຍການເຂົ້າຮ່ວມຂອງທ່ານຮອງເຈົ້າເມືອງ ແລະ  ຫົວໜ້າພະແນກສາທາລະນະສຸກນະຄອນຫຼວງວຽງຈັນ, ພ້ອມດ້ວຍປະຊາຊົນເຂົ້າ ຮ່ວມເປັນຈຳນວນຫຼາຍ.
ຫົວໜ້າສາທາລະນະສຸກເມືອງດັ່ງກ່າວໃຫ້ຮູ້ວ່າ: ເພື່ອເປັນການສະຫຼຸບຖອນຖອດບົດຮຽນຜົນການຈັດຕັ້ງປະຕິບັດວຽກງານການລົງສັກຢາ ແລະ ຢອດຢາປ້ອງກັນພະຍາດໂປລິໂອໃນ 2 ຮອບ ຜ່ານມາ, ດັ່ງນັ້ນຫ້ອງການສາທາລະນະສຸກເມືອງ
ໄດ້ຮ່ວມກັບພາກສ່ວນກ່ຽວຂ້ອງ ແລະ ປະຊາຊົນຂື້ນ, ເພື່ອຊອກຫາຈຸດດີ ແລະ ຈຸດອ່ອນ, ຂໍ້ຄົງຄ້າງເພື່ອສົ່ງເສີມ ແລະ ແກ້ໄຂໂດຍແນໃສ່ເຮັດໃຫ້ອັດຕາການຢອດຢາປ້ອງກັນພະ ຍາດໂປລິໂອໃນເດັກກຸ່ມອາຍຸເປົ້າໝາຍຢູ່ເມືອງສີໂຄດຕະບອງບັນລຸຕາມລະດັບຄາດໝາຍທີ່ວາງໄວ້, ທັງເປັນການຫຼຸດຜ່ອນອັດຕາການເຈັບເປັນ ແລະ ການຕາຍຍ້ອນພະຍາດດັ່ງກ່າວ.
ສາທາລະນະສຸກເມືອງໃຫ້ຮູ້ອີກວ່າ: ອີງຕາມການຢັ້ງຢືນທາງວິທະຍາສາດ ວ່າມີພະຍາດເປ້ຍລ່ອຍກະທັນ ຫັນເກີດຂື້ນຢູ່ປະເທດເຮົາມີ 5 ກໍລິນີແລ້ວ ໃນນັ້ນເສຍຊີວິດ ແລ້ວ 2 ກໍລະນີ, ດັ່ງນັ້ນເພື່ອປ້ອງກັນຍາດດັ່ງກ່າວບໍ່ໃຫ້ເກີດຂື້ນອີກ, ທາງສາທາລະນະສຸກເມືອງ ຈຶ່ງໄດ້ຮ່ວມກັບພາກສ່ວນກ່ຽວຂ້ອງລົງສັກຢາ ແລະ ຢອດຢາກັນພະຍາດ ໂປລິໂອ ນີ້ໄດ້ 2 ຮອບແລ້ວໃນຜ່ານມາ ແລະ ຈະສືບຕໍ່ລົງຢອດຢາໃນເດັກກຸ່ມອາຍຸເປົ້າໝາຍ ແລະ ສຳເລັດທົ່ວເຖິ່ງໃນປີນີ້.

No comments:

Post a Comment