Ad

Ad

26 February 2016

ກົມຄວບຄຸມພະຍາດຕິດຕໍ່ແລກປ່ຽນບົດຮຽນດ້ານລະບາດວິທະຍາ

          ວັນທີ 25 ກຸມພານີ້, ກົມຄວບຄຸມພະຍາດຕິດຕໍ່ກະຊວງສາທາລະນະສຸກໄດ້ຈັດຝຶກອົບຮົມເພື່ອແລກປ່ຽນບົດຮຽນດ້ານລະບາດວິທະຍາລະຫວ່າງຊຸດທີ 7 ແລະ ຊຸດທີ 8 ຂຶ້ນທີ່ໂຮງແຮມລ້ານຊ້າງ ນະຄອນຫລວງວຽງຈັນ ໂດຍການເຂົ້າຮ່ວມຂອງຫົວໜ້າທີມງານເຝົ້າລະວັງ ແລະ ຕອບໂຕ້ການລະບາດຂອງພະຍາດອົງການອະນາໄມໂລກປະຈຳລາວ, ພ້ອມດ້ວຍຫົວໜ້າພະແນກສາທາລະນະສຸກບັນດາແຂວງຕ່າງໆເຂົ້າຮ່ວມນຳດ້ວຍ.
          ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ມີຄຳເຫັນໃນພິທີວ່າ: ນັບແຕ່ມີການຝຶກອົບຮົມລະບາດວິທະຍາພາກສະໜາມມາແຕ່ປີ 2009 ເປັນຕົ້ນມາກົມຄວບຄຸມພະຍາດຕິດຕໍ່ກໍໄດ້ເອົາໃຈໃສ່ຈັດກອງປະຊຸມແລກປ່ຽນບົດຮຽນດ້ານວຽກງານດັ່ງກ່າວລະຫວ່າງຊຸດເກົ່າ ແລະ ຊຸດໃໝ່ຂຶ້ນຢ່າງເປັນປະຈຳ. ດັ່ງຄັ້ງນີ້ ເພື່ອແນໃສ່ແລກປ່ຽນບົດຮຽນ ແລະ ປະສົບການຕ່າງໆດ້ວຍ
ກັນເພື່ອສ້າງຄວາມເຂັ້ມແຂງໃຫ້ຊຸດຝຶກອົບຮົມວຽກງານດັ່ງກ່າວໃຫ້ດີຂຶ້ນພ້ອມເປັນການທົບທວນຄືນບັນດາກິດຈະກຳຕ່າງໆທີ່ໄດ້ຈັດຕັ້ງປະຕິບັດໃນແຕ່ລະຊຸດເພື່ອສະເໜີຂໍທິດຊີ້ນຳປັບປຸງແກ້ໄຂໃຫ້ດີຂຶ້ນໃນຮຸ່ນຕໍ່ໆໄປ.
          ທ່ານຮອງຫົວໜ້າກົມດັ່ງກ່າວ ໃຫ້ຮູ້ວ່າ: ການລະບາດຂອງພະຍາດຕ່າງໆທີ່ເກີດຂຶ້ນໃນໄລຍະຜ່ານມາໄດ້ສົ່ງຜົນກະທົບຕໍ່ສຸຂະພາບ ແລະ ຊີວິດການເປັນຢູ່ຂອງປະຊາຊົນກໍຄືເສດຖະກິດຂອງປະເທດເຮົາ ຫລາຍສົມຄວນ, ຊຶ່ງມັນຮຽກຮ້ອງໃຫ້ວຽກງານລະບາດວິທະຍາຕ້ອງມີຄວາມເຂັ້ມແຂງຫລາຍຂຶ້ນ ເພື່ອເຮັດວຽກງານຄວບຄຸມ ແລະ ປ້ອງກັນການລະບາດຂອງພະຍາດຕ່າງໆໃຫ້ມີປະສິດທິຜົນ ແລະ ເຊື່ອວ່າການແລກປ່ຽນບົດຮຽນລະຫວ່າງຊຸດຝຶກອົບຮົມໃນຄັ້ງນີ້ຈະເຮັດໃຫ້ວຽກງານລະບາດວິທະຍາ ໄດ້ຮັບການຍົກລະດັບຂຶ້ນອີກກ້າວໜຶ່ງ.


No comments:

Post a Comment