Ad

Ad

25 February 2016

ກະຊວງການເງິນອົບຮົມໃຫ້ແກ່ການເລືອກຕັ້ງ ສສຊ ຊຸດທີ VIII

ໃນວັນທີ 24 ກຸມພານີ້  ທີ່ກະຊວງການເງິນ,   ໄດ້ຈັດການຝຶກອົບຮົມເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ VIII ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ, ໃຫ້ພະນັກງານ ແລະ ລັດຖະກອນໃນທົ່ວກະຊວງຂອງຕົນ, ໂດຍການເປັນປະທານຂອງທ່ານ ດຣ. ລຽນ ທີແກ້ວ ລັດຖະມົນຕີວ່າການກະຊວງດັ່ງກ່າວ ແລະ ໄດ້ຜ່ານມະຕິຂອງກົມການເມືອງ ສູນກາງພັກ ວ່າດ້ວຍການເພີ່ມທະວີການຊີ້ນໍາຂອງພັກ ຕໍ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດ ແລະ ເພື່ອເຮັດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ໃນກະຊວງດັ່ງກ່າວ, ມີຄວາມຮັບຮູ້ ແລະ ເຂົ້າໃຈລະອຽດກ່ຽວກັບລະບຽບ, ຫລັກການໃນການເລືອກຕັ້ງ, ຄວາມເປັນເຈົ້າການໃນການໃຊ້ສິດເລືອກຕັ້ງເອົາສະມາຊິກສະພາແຫ່ງຊາດຊຸດໃໝ່, ເຊິ່ງເປັນຕົວແທນແຫ່ງມະນະຈິດ, ສິດ ແລະ ຜົນປະໂຫຍດຂອງ
ປະຊາຊົນ, ຮັບປະກັນເຮັດໃຫ້ການເລືອກຕັ້ງບັນລຸຕາມລະດັບຄາດໝາຍ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ມີຄວາມສະຫງົບປອດໄພ, ທັງເປັນການປຸກລະດົມ ແລະ ຈັດຕັ້ງນໍາພາຜູ້ທີ່ມີສິດເລືອກຕັ້ງໄປໃຊ້ສິດຂອງຕົນໄດ້ຢ່າງຄົບຖ້ວນ, ຮັບປະກັນການລົງຄະແນນສຽງຢ່າງຖືກຕ້ອງ, ໃຊ້ສິດປ່ອນບັດຂອງຕົນດ້ວຍຄວາມສະໝັກໃຈ ແລະ ຮັບປະກັນໃຫ້ໄດ້ຕາມມາດຖານເງື່ອນໄຂ ເພື່ອແນໃສ່ຍົກລະດັບຄວາມສາມາດໃນການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດຊຸດທີ VIII ມີປະສິດທິຜົນ ສາມາດປະກອບສ່ວນເຂົ້າໃນການປັບປຸງອໍານາດລັດທີ່ເປັນຂອງປະຊາຊົນໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນຢ່າງແທ້ຈິງ.

No comments:

Post a Comment