Ad

Ad

25 February 2016

ຈະເລິ່ມກໍ່ສ້າງໂຮງງານນໍ້າປະປາແສນດິນທີ່ມີກໍາລັງການຜະລິດ 24 ພັນແມັດກ້ອນຕໍ່ມື້

ໃນວັນທີ 24 ກຸມພານີ້, ທ່ານ ຄໍາເຜີຍ ວົງສາຄໍາຜຸຍ ອໍານວຍການລັດວິສາຫະກິດນໍ້າປະປານະຄອນຫລວງ ແລະ ຄະນະ, ໄດ້ລົງໄປຕິດຕາມເບິ່ງການບຸກເບີກເນື້ອທີ່ດິນຫລາຍກວ່າ 3 ເຮັກຕາ, ຢູ່ເຂດບ້ານແສນດິນ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ເຊິ່ງແມ່ນສະຖານທີ່ກໍ່ສ້າງໂຮງ ງານຜະລິດນໍ້າປະປາແຫ່ງໃໝ່ທີ່ມີກໍາລັງການຜະລິດປະມານ 24 ພັນແມັດກ້ອນຕໍ່ມື້ທີ່ດູດເອົານໍ້າງື່ມຂຶ້ນມາຜະລິດ.
          ທ່ານອໍານວຍການລັດວິສາຫະກິດດັ່ງກ່າວ ໃຫ້ຮູ້ວ່າ: ໂຮງງານແຫ່ງນີ້ມີມູນຄ່າກໍ່ສ້າງປະມານ 15 ລ້ານໂດລາສະຫະລັດ, ໂດຍແມ່ນບໍລິສັດເອເຊຍລົງທຶນພັດທະນາ ແລະ ກໍ່ສ້າງເປັນຜູ້ຮັບເໝົາ ແລະ ຄາດ ວ່າຈະໃຫ້ສໍາເລັດ ໃນປີ 2017. ການລົງມາເຮັດວຽກຂອງຄະນະນໍາລັດວິສາຫະກິດນໍ້າປະປາພວກເຮົາ
ເທື່ອນີກໍເພື່ອເປັນການຕິດຕາມຊຸກຍູ້ໃຫ້ຜູ້ຮັບເໝົາໄດ້ດໍາເນີນວຽກງານການບຸກເບີກເນື້ອທີ່ສໍາເລັດຕາມແຜນກໍານົດໄວ້ເພື່ອສາມາດໄດ້ ລົງມືກໍ່ສ້າງໃນເດືອນມີນາທີ່ຈະເຖິງນີ້ ແລະ ພາຍຫລັງກໍ່ສ້າງສໍາເລັດຈະສາມາດສະໜອງນໍ້າໃຫ້ແກ່ປະຊາຊົນໃນເຂດເມືອງນາຊາຍທອງຊົມໃຊ້ສະດວກສະບາຍ, ໂດຍຈະເຊື່ອມຕໍ່ກັບທໍ່ນໍ້າທີ່ມີຢູ່ແລ້ວໃນເຂດເມືອງດັ່ງກ່າວ.

           ທ່ານອໍານວຍການ ໃຫ້ຮູ້ອີກວ່າ: ປັດຈຸບັນຄວາມຕ້ອງການໃຊ້ນໍ້າປະປາຢູ່ນະຄອນຫລວງວຽງຈັນມີຫລາຍກວ່າ 320 ພັນແມັດກ້ອນຕໍ່ມື້, ແຕ່ສາມາດສະໜອງນໍ້າໄດ້ພຽງ 280 ພັນແມັດກ້ອນຕໍ່ມື້, ກວມປະມານ 80% ໃນທົ່ວນະຄອນຫລວງວຽງຈັນ, ແຕ່ຮັບປະກັນວ່າຮອດປີ 2020 ປະຊາຊົນຈະມີນໍ້າປະປາຊົມໃຊ້ຢ່າງທົ່ວເຖິງແນ່ນອນ. ສະນັ້ນ ໃນໄລຍະທີ່ສະພາບການສະໜອງນໍ້າຍັງບໍ່ພຽງພໍຕາມຄວາມຕ້ອງການຄືດັ່ງປັດຈຸບັນນີ້ກໍຂໍຮຽກຮ້ອງເຖິງພະນັກງານ, ທະຫານ, ຕໍາຫລວດຕະຫລອດຮອດປະຊາຊົນບັນດາເຜົ່າຈົ່ງໃຊ້ນໍ້າຢ່າງປະຢັດ, ຖ້າພົບກໍລະນີທໍ່ນໍ້າແຕກ, ຮົ່ວກໍໃຫ້ຮີບຮ້ອນແຈ້ງຫາພາກສ່ວນກ່ຽວຂ້ອງຮັບຊາບ ເພື່ອມາສ້ອມແປງແກ້ໄຂໄດ້ທັນເວລາ ແລະ ໃນນາມທ່ານ ຄໍາເຜີຍ ວົງສາຄໍາຜຸຍ ເປັນຜູ້ແທນທີ່ລົງສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ VIII ເຂດເລືອກຕັ້ງທີ 1 ນະຄອນຫລວງວຽງຈັນ, ເພິ່ນກໍໄດ້ຮຽກຮ້ອງໃຫ້ປະຊາຊົນລາວບັນດາເຜົ່າຜູ້ທີ່ມີສິດປ່ອນບັດເລືອກຕັ້ງ ຈົ່ງໄດ້ອອກໄປໃຊ້ສິດຂອງຕົນເລືອກເອົາສະມາຊິກສະພາແຫ່ງຊາດຊຸດໃໝ່ ແລະ ສະມາຊິກສະພາປະຊາຊົນທ້ອງຖິ່ນ, ນະຄອນຫລວງ ທີ່ຈະມີຂຶ້ນພ້ອມກັນທົ່ວປະເທດໃນວັນທີ 20 ມີນາທີ່ຈະເຖິງນີ້ໃຫ້ເປັນຂະບວນຟົດຟື້ນ ແລະ ບັນລຸຜົນສໍາເລັດຈົບງາມ.

No comments:

Post a Comment