Ad

Ad

25 February 2016

ອີຢູປະກາດສະໜອງທຶນ 7 ລ້ານ ເອີໂຣແກ່ໂຄງການ ຂອງອົງການຈັດຕັ້ງສັງຄົມ ແລະ ອົງການປົກ ຄອງທ້ອງຖິ່ນ

          ສະຫະພາບເອີຣົບ (ອີຢູ) ຈະສະໜອງວົງເງິນ7 ລ້ານເອີໂຣ, ໂດຍຜ່ານການຂຽນບົດ ສະເໜີຂໍໂຄງການເພື່ອເຂົ້າຮ່ວມຄັດເລືອກໃນການສະໜັບສະໜູນບັນດາໂຄງການລິເລີ່ມຂອງອົງການຈັດສັງ ຄົມ ແລະ ອົງການປົກຄອງທ້ອງຖີ່ນທີ່ປະກອບສ່ວນເຂົ້າໃນການຫຼຸດຜ່ອນຄວາມທຸກຍາກໃນ ສປປ ລາວ, ເຊິ່ງເປົ້າໝາຍຂອງແຜນງານນີ້ ແມ່ນເພື່ອຍົກສູງຄວາມສາມາດອົງການຈັດຕັ້ງທາງສັງຄົມຂອງລາວ ແລະ ອົງການປົກຄອງທ້ອງຖີ່ນໃນການປະກອບສ່ວນເຂົ້າໃນການລືບລ້າງຄວາມທຸກຍາກ ແລະ ບັນລຸເປົ້າໝາຍແຫ່ງການພັດທະນາຂອງຊາດ.
           ວົງເງິນສ່ວນທຳອິດຈຳນວນ 6,4 ລ້ານເອີໂຣ, ຈະສະໜອງໃຫ້ແກ່ໂຄງການຂອງອົງການ ຈັດຕັ້ງທາງສັງຄົມ, ສ່ວນອີກ 6 ແສນເອີໂຣ ແມ່ນຈະສະໜອງໃຫ້ແກ່ບັນດາໂຄງການຂອງອຳນາດການປົກຄອງທ້ອງຖິ່ນໃນລາວ.

          ທ່ານ ມີແຊນ ໂກແຟງ ອຸປະທູດອີຢູ ກ່າວໃນກອງປະຊຸມແຈ້ງການຊ່ວຍເຫຼືອທີ່ເຂົ້າຮ່ວມໂດຍຜູ້ຕາງໝ້າອົງການຈັດຕັ້ງທາງສັງຄົມ ແລະ ອົງການປົກຄອງທ້ອງຖີ່ນວ່າ: ສະຫະພາບເອີຣົບມີຄວາມໝຸ້ງໝັ້ນໃນການປັບປຸງສະພາບແວດລ້ອມທີ່ເອື້ອອຳນວຍ ແລະ ຄວາມສາມາດແກ່ອົງການຈັດຕັ້ງທາງສັງຄົມ ແລະ ອົງການປົກຄອງທ້ອງຖິ່ນໃນທົ່ວໂລກກໍຄືໃນລາວຜ່ານແຜນງານນີ້, ພວກເຮົາເຊື່ອວ່າບົດບາດຂອງອົງການຈັດຕັ້ງທາງສັງຄົມ ແລະ ອຳນາດການປົກຄອງທ້ອງຖີ່ນ ແມ່ນມີຄວາມສຳຄັນຕໍ່ການປະກອບສ່ວນເຂົ້າໃນການພັດທະນາປະເທດ, ໂດຍສະເພາະແມ່ນພາລະກິດໃນການຫຼຸດຜ່ອນຄວາມທຸກຍາກ.
          ການປະກອບສ່ວນຂອງອົງການຈັດຕັ້ງທາງສັງຄົມແກ່ການບັນລຸເປົ້າໝາຍສະຫັດສະວັດໄດ້ຮັບການຍອມຮັບຈາກລັດຖະບານລາວ, ການມີສ່ວນຮ່ວມຂອງເຂົາເຈົ້າໃນຂະແໜງການພັດທະນາໄດ້ນຳເອົາການປ່ຽນແປງອັນສຳຄັນກ້າວໄປສູ່ການບັນລຸເປົ້າໝາຍສະຫັດສະວັດເພື່ອການພັດທະນາ(MDGs) ລວມທັງການສ້າງຄວາມສາມາດໃຫ້ແກ່ອົງການຈັດຕັງທາງສັງຄົມຂອງລາວ ແລະອຳນາດການປົກຄອງທ້ອງຖີ່ນອີກດ້ວຍ.
          ອົງການຈັດຕັ້ງທີ່ສາມາດຂໍທຶນພາຍໃຕ້ກອບແຜນງານນີ້ປະກອບມີ: ອົງການຈັດຕັ້ງທັງສັງຄົມຂອງເອີຣົບ ແລະ ຂອງລາວ ແລະ ອຳນາດການປົກຄອງທ້ອງຖິ່ນ. ນອກນີ້ອີຢູຍັງຈະໄດ້ຈັດການຝຶກອົບຮົມກ່ຽວກັບວິທີຂຽນບົດສະເໜີຂໍທຶນໂຄງການຈາກສະຫະພາບເອີຣົບ ເພື່ອຊ່ວຍໃຫ້ບັນດາອົງການຈັດຕັ້ງທາງສັງຄົມ ແລະ ພະນັກງານຂອງອົງການປົກຄອງທ້ອງຖີ່ນສາມາດຂຽນບົດຂໍໂຄງການໄດ້ຢ່າງມີປະສິດທິພາບ ແລະ ຖືກຕ້ອງຕາມເງື່ອນໄຂຕ່າງໆທີ່ກຳນົດໄວ້.
          ບັດດາກິດຈະກຳພາຍໃຕ້ກອບແຜນງານສຳລັບອົງການຈັດຕັ້ງທາງສັງຄົມ ແລະ ອຳນາດການປົກຄອງທ້ອງຖິ່ນນີ້, ຈະຊ່ວຍຊຸກຍູ້ແຜນງານການຮ່ວມມືຂອງສະຫະພາບເອີຣົບໃນລາວ, ເຊິ່ງກວມເອົາສາມຂະແໜງການຫຼັກຄື: ການປົກຄອງ, ໂພຊະນາການ ແລະ ການສຶກສາ.

          ແຜນງານນີ້, ໄດ້ເລີ່ມຕົ້ນໃນລາວແຕ່ປີ 2007 ເປັນຕົ້ນມາ ແລະ ປັດຈຸບັນກໍໄດ້ສະໜອງທຶນໄປແລ້ວຫຼາຍກ່ວາ 15 ໂຄງການທີ່ພວມຈັດຕັ້ງປະຕິບັດ ເພື່ອປະກອບສ່ວນເຂົ້າໃນການບັນລຸເປົ້າໝາຍແຫ່ງການພັດທະນາໃນລາວ.

No comments:

Post a Comment