Ad

Ad

25 February 2016

ເລີ່ມຈັດຕັ້ງປະຕິບັດໂຄງການຄຸ້ມຄອງປ່າໄມ້ແບບຍືນຍົງໃນລາວ


        ວັນທີ 24 ກຸມພາຜ່ານມານີ້, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຮ່ວມກັບ ກະຊວງກະສິກຳ ແລະ ປ່າໄມ້, ໄດ້ຈັດກອງປະຊຸມ ເພື່ອລິເລີ່ມໂຄງການສະໜັບສະໜູນການຄຸ້ມຄອງປ່າໄມ້ແບບຍືນຍົງ, ໂດຍໄດ້ຮັບການສະໜັບສະໜູນຈາກອົງການໄຈກາ ແລະ ບໍລິສັດ ໂກກູໄຊ ກັອກໂຍ (Kokusai Kogyo), ໂຄງການດັ່ງກ່າວຈະດຳເນີນໄປ 5 ປີ, ນັບແຕ່ເດືອນພະຈິກ 2015 ເປັນຕົ້ນໄປ, ໂດຍແບ່ງອອກເປັນ 2 ໄລຍະຄື:  ແຕ່ເດືອນພະຈິກ 2015 ເຖິງ ເດືອນທັນວາ 2017 ແລະ ແຕ່ເດືອນມັງກອນ 2018 ເຖິງ ເດືອນຕຸລາ 2020 ເພື່ອເພີ່ມທະວີການຄຸ້ມຄອງປ່າໄມ້ແບບຍືນຍົງໃຫ້ມີຄວາມເຂັ້ມແຂງ, ໂດຍນຳເອົາວຽກງານຕ່າງໆມາເຊື່ອມເຂົ້າໃນຍຸດທະສາດຂອງຂະແໜງການ ແລະ ປັບປຸງແຫລ່ງຂໍ້ມູນຂ່າວສານດ້ານປ່າໄມ້, ໃນໂອກາດນີ້ ພາກສ່ວນກ່ຽວຂ້ອງຍັງໄດ້ແນະນຳກ່ຽວກັບສະພາບລວມຂອງໂຄງການດັ່ງກ່າວໃຫ້ທີ່ປະຊຸມໄດ້ຮັບຮູ້ ແລະ ເຂົ້າໃຈ, ພ້ອມທັງ ແນະນຳ ແລະ ປຶກສາຫາລືກ່ຽວກັບກິດຈະກຳຕ່າງໆຂອງໂຄງການ ແລະ ໄດ້ກຳນົດວຽກງານຕ່າງໆ ເພື່ອປະສານງານກັບໂຄງການອື່ນໆ. ນອກນີ້ ທີ່ປະຊຸມຍັງໄດ້ ຄາດຄະເນຜົນໄດ້ຮັບໃນແຕ່ລະໄລຍະຈັດຕັ້ງປະຕິບັດຜ່ານມາ ເພື່ອເຮັດໃຫ້ວຽກງານຕ່າງໆຂອງໂຄງ ການດຳເນີນໄປຢ່າງມີປະສິດທິຜົນ.

          ກອງປະຊຸມດັ່ງກ່າວ ພາຍໃຕ້ການເປັນປະທານຂອງທ່ານຫົວໜ້າກົມຄຸ້ມຄອງຊັບພະຍາກອນປ່າໄມ້, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ມີບັນດາພາກສ່ວນຕ່າງໆເຂົ້າຮ່ວມເປັນຈຳນວນຫລາຍ.

No comments:

Post a Comment