Ad

Ad

25 February 2016

ເຈົ້າແຂວງສະຫວັນນະເຂດ ລົງຊຸກຍູ້ໂຄງການກໍ່ສ້າງພື້ນຖານ ໂຄງລ່າງເຂດເມືອງຈຳພອນ

ໃນວັນທີ 17 ກຸມພານີ້ ທ່ານ ດຣ ສຸພັນ ແກ້ວມີໄຊ ເຈົ້າແຂວງສະຫວັນ ນະເຂດ, ພ້ອມຫົວໜ້າພະແນກ ຍທຂ, ເຈົ້າເມືອງຈຳພອນ ແລະ ຂະແໜງການກ່ຽວຂ້ອງຂອງ ແຂວງຈຳນວນໜຶ່ງ, ໄດ້ລົງຊຸກຍູ້ ແລະ ກວດກາຄວາມຄືບໜ້າຂອງໂຄງການກໍ່ສ້າງທາງ ປູຢາງສອງຊັ້ນພ້ອມດ້ວຍການກໍ່ສ້າງຂົວເບຕົງເສີມເຫລັກ ແຕ່ແຍກທາງເລກ 9 ຫາ ບ້ານສະພັງແກ້ວ-ບໍ່ຫີນກາວ-ບ້ານດົງເມືອງ-ສະຄຶນ-ຂາມເຖົ້າ ແລະ ຈອດກັບທາງເຂົ້າ ແກ້ງກອກ ບ້ານນາຄູ ເມືອງຈຳພອນ, ໂດຍແມ່ນ ບໍລິສັດ ຄູນໄຊ ພັດທະນາກໍ່ສ້າງ ເປັນຜູ້ຮັບເຫມົາກໍ່ສ້າງ, ພາຍຫລັງໄດ້ລົງມືມາແຕ່ຕົ້ນປີ 2013 ແລະ ມາຮອດປັດຈຸບັນ ສຳລັບການກໍ່ສ້າງທາງ ກໍ່ຄືຂົວ ແມ່ນສຳເລັດ ໄປແລ້ວຫລາຍກວ່າ 40% ໃນມູນຄ່າການກໍ່ສ້າງທັງໝົດຫລາຍກວ່າ 200 ຕື້ກີບ.

ຜູ້ຈັດການໂຄງການບໍລິສັດຄູນໄຊພັດທະນາກໍ່ສ້າງ ຈຳກັດ ໃຫ້ສຳພາດວ່າ: ໂຄງການກໍ່ສ້າງທາງຢູຢາງ ພ້ອມດ້ວຍຂົວອັດແຮງສອງແຫ່ງ ດັ່ງກ່າວ ແມ່ນໂຄງການບູລິມະສິດຂອງແຂວງກໍ່ຄື ເມືອງຈຳພອນເພາະເປັນເສັ້ນທາງຍຸດທະສາດຂອງການທ່ອງທ່ຽວ ເຊັ່ນວ່າ: ແຫລ່ງທ່ອງທ່ຽວທາງທຳມະຊາດບ້ານດົງເມືອງ, ຫໍໄຕ ບ້ານໜອງລຳຈັນ, ອ່າງເບນ້ຳຝາຍສຸຍ ແລະ ເບິ່ງວິຖີ ດຳລົງຊີວິດຂອງຊາວບ້ານເຂດນັ້ນ. ຖ້າເມື່ອໃດການກໍ່ສ້າງເສັ້ນທາງດັ່ງກ່າວສຳເລັດ ກໍຈະເປັນສ່ວນສຳຄັນເຮັດໃຫ້ການດຳລົງຊີວິດຂອງປະຊາຊົນດີຂຶ້ນ, ຊຶ່ງຄາດວ່າການກໍ່ສ້າງຈະໃຫ້ສຳເລັດໃນທ້າຍປີ 2016 ນີ້.

ໃນໂອກາດດັ່ງກ່າວ ທ່ານ ດຮ ສຸພັນ ແກ້ວມີໄຊ ໄດ້ແນະນຳໃຫ້ຜູ້ກໍ່ສ້າງຕ້ອງຮັບປະກັນຄຸນນະພາບຕາມມາດຖານເຕັກນິກ ແລະ ໃຫ້ສຳເລັດຕາມແຜນການທີ່ວາງອອກ. ໃນເບື້ອງປະຊາຊົນຜູ້ມີເນື້ອທີ່ການຜະລິດໄດ້ຮັບຜົນກະທົບຈາກໂຄງການດັ່ງກ່າວ ໃຫ້ອຳນວຍຄວາມສະດວກແກ່ບໍລິສັດໄດ້ດຳເນີນການກໍ່ສ້າງຢ່າງເປັນປົກກະຕິ, ເຮັດແນວໃດໃຫ້ການສັນຈອນໄປມາບົນເສັ້ນທາງດັ່ງກ່າວໄດ້ສະດວກສະບາຍ ແລະ ຮັບປະກັນການພັດທະນາ.

No comments:

Post a Comment