Ad

Ad

25 February 2016

ຮັບປະກັນໃຫ້ຜູ້ມີສິດເລືອກຕັ້ງ ສສຊ ເກືອບ 4 ລ້ານຄົນ ໄດ້ ໄປໃຊ້ສິດລົງຄະແນນສຽງ 100%

ຄະນະກຳມະການເລືອກຕັ້ງລະດັບຊາດຖະແຫຼງວ່າ: ຕົນຈະຕ້ອງຮັບປະກັນໃຫ້ຜູ້ມີສິດປ່ອນບັດເລືອກຕັ້ງ ຈຳນວນ 3.988.000 ຄົນ ແຕ່ອາຍຸ 18 ປີຂື້ນໄປຢູ່ແຕ່ລະເຂດເລືອກຕັ້ງໃນທົ່ວປະເທດ, ໄດ້ໄປໃຊ້ສິດລົງ ຄະແນນສຽງໃຫໄດ້ 100% ຄືຢູ່ເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນມີຈຳນວນຜູ້ມີສິດເລືອກຕັ້ງ 592.000 ຄົນ, ຍິງ 300.000 ຄົນ, ເຂດເລືອກຕັ້ງທີ 2 ແຂວງຜົ້ງສາລີ ມີຈຳນວນຜູ້ມີສິດເລືອກຕັ້ງ 102.000 ຄົນ, ຍິງ 50.000 ຄົນ, ເຂດເລືອກຕັ້ງທີ 3 ແຂວງຫຼວງນ້ຳທາ ມີຈຳນວນຜູ້ມີສິດເລືອກຕັ້ງ 103.000 ຄົນ, ຍິງ 53.000 ຄົນ, ເຂດເລືອກຕັ້ງທີ 4 ແຂວງອຸດົມໄຊ ມີຈຳນວນຜູ້ມີສິດເລືອກຕັ້ງ 174.000 ຄົນ, ຍິງ 87.000 ຄົນ, ເຂດເລືອກຕັ້ງທີ 5 ແຂວງບໍ່ແກ້ວ ມີຈຳນວນຜູ້ມີສິດເລືອກຕັ້ງ 107.000 ຄົນ, ຍິງ 53.000 ຄົນ, ເຂດເລືອກຕັ້ງທີ 6 ແຂວງຫຼວງພະບາງ ມີຈຳນວນຜູ້ມີສິດເລືອກຕັ້ງ 256.000 ຄົນ, ຍິງ 127.000 ຄົນ, ເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ມີຈຳນວນ ຜູ້ມີສິດເລືອກຕັ້ງ
252.000ຄົນ, ຍິງ 123.000 ຄົນ, ເຂດເລືອກຕັ້ງທີ 8 ແຂວງຫົວພັນ ມີຈຳນວນຜູ້ມີສິດເລືອກຕັ້ງ 160.000 ຄົນ, ຍິງ 79.000 ຄົນ, ເຂດເລືອກຕັ້ງທີ 9 ແຂວງຊຽງຂວາງ ມີຈຳນວນຜູ້ມີສິດເລືອກຕັ້ງ 140.000 ຄົນ, ຍິງ 69.000 ຄົນ, ເຂດເລືອກຕັ້ງທີ 10 ແຂວງວຽງຈັນ ມີຈຳນວນຜູ້ມີສິດເລືອກຕັ້ງ 263.000 ຄົນ, ຍິງ 132.000 ຄົນ,ເຂດເລືອກຕັ້ງທີ 11 ແຂວງບໍລິຄຳໄຊ ມີຈຳນວນຜູ້ມີສິດເລືອກຕັ້ງ 164.000 ຄົນ, ຍິງ 81.000 ຄົນ, ເຂດເລືອກຕັ້ງທີ 12 ແຂວງຄຳມ່ວນ ມີຈຳນວນຜູ້ມີສິດເລືອກຕັ້ງ 236.000 ຄົນ, ຍິງ 121.000 ຄົນ, ເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດມີຈຳນວນຜູ້ມີສິດ ເລືອກຕັ້ງ 596.000 ຄົນ, ຍິງ 304.000 ຄົນ, ເຂດເລືອກຕັ້ງທີ 14 ແຂວງສາລະວັນມີຈຳນວນຜູ້ມີສິດເລືອກຕັ້ງ 227.000 ຄົນ, ຍິງ 117.000 ຄົນ, ເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ມີຈຳນວນຜູ້ມີສິດເລືອກຕັ້ງ 431.000 ຄົນ, ຍິງ 220.000 ຄົນ, ເຂດເລືອກຕັ້ງທີ 16 ແຂວງເຊກອງ ມີຈນວນຜູ້ມີສິດເລືອກຕັ້ງ 59.000 ຄົນ, ຍິງ 29.000 ຄົນ, ເຂດເລືອກຕັ້ງທີ 17 ແຂວງອັດຕະປືມີຈຳນວນຜູ້ມີສິດເລືອກຕັ້ງ 79.000 ຄົນ, ຍິງ 40.000 ຄົນ, ເຂດເລືອກຕັ້ງທີ 18 ແຂວງໄຊສົມບູນ ມີຈຳນວນຜູ້ມີສິດເລືອກຕັ້ງ 46.000 ຄົນ, ຍິງ 21.000 ຄົນ ແລະ ເພື່ອຮັບປະກັນຄາດໝາຍດັ່ງກ່າວຄະນະກຳມະການເລືອກຕັ້ງລະດັບຊາດ ຈຶ່ງຂໍຮຽກຮ້ອງໃຫ້ປະຊາຊົນບັນດາເຜົ່າຜູ້ທີ່ມີສິດເລືອກຕັ້ງຈົ່ງໃຊ້ສິດປະຊາທິປະໄຕຂອງຕົນໄປຄັດເລືອກເອົາສະມາຊິກສະພາແຫ່ງຊາດຊຸດທີ VIII ແລະ ສະມາຊິກສະພາປະຊາຊົນແຂວງ, ນະຄອນຫຼວງໃຫ້ຄົບຖ້ວມ ແລະ ຖືຕ້ອງຕາມເງື່ອນໄຂ.


No comments:

Post a Comment