Ad

Ad

25 February 2016

ຕະຫລາດເຊົ້າມໍ 2 ໄດ້ປ່ຽນຜູ້ບໍລິຫານຄົນໃໝ່

          ວັນທີ 24 ກຸມພານີ້, ທ່ານຮອງເຈົ້າຄອງນະຄອນຫລວງວຽງຈັນ, ໄດ້ແຈ້ງໃຫ້ຊາວຄ້າຂາຍ ແລະ ພາກສ່ວນກ່ຽວຂ້ອງພາຍໃນຕະຫລາດເຊົ້າມໍ 2 (Shopping Mall 2) ໄດ້ຮັບຮູ້ທົ່ວເຖິງກັນວ່າ: ກະຊວງແຜນການ ແລະ ການລົງທຶນ ໄດ້ເຊັນສັນຍາແມ່ບົດການສຳປະທານໂຄງການພັດທະນາ ແລະ ປັບປຸງຍົກລະດັບຕະຫລາດເຊົ້າວຽງຈັນ ກັບ ກຸ່ມບໍລິສັດ ເອັກສ໌ຄາລີເປີ ຈຳກັດ (ສິງກະໂປ) ໃນຄັ້ງວັນທີ 13 ສິງຫາ 2004. ຫລັງຈາກນັ້ນ ຜູ້ພັດທະນາໂຄງການກໍໄດ້ລົງມືກໍ່ສ້າງຕຶກ A (ຕະ ຫລາດເຊົ້າມໍ 1) ແລະ ມາຮອດຕົ້ນປີ 2008 ກຸ່ມບໍລິສັດ ເອັກສ໌ຄາລີເບີ ຈຳກັດ ໄດ້ເຮັດສັນຍາມອບສິດໃຫ້ບໍລິສັດ ຮົວຊິນພັດທະນາ ຈຳກັດ ເປັນຜູ້ລົງທຶນ
ກໍ່ສ້າງ ຕຶກ B (ຕະຫລາດເຊົ້າມໍ 2), ຂອງໂຄງການຕະຫລາດເຊົ້າຊອບປິ້ງມໍ ແລະ ມາຮອດປັດຈຸບັນການກໍ່ສ້າງກໍໄດ້ສຳເລັດໂດຍພື້ນຖານ ແລະ ໃນໄລຍະຜ່ານມາ ກໍເຫັນວ່າພົບກັບຄວາມຫຍຸ້ງຍາກໃນການຈັດຕັ້ງບໍລິຫານ ແລະ ຕ່າງຝ່າຍຕ່າງອ້າງເປັນເຈົ້າຂອງສິດໃນການບໍລິຫານຈັດການຕຶກດັ່ງກ່າວ, ດັ່ງນັ້ນ ພາກສ່ວນກ່ຽວຂ້ອງຂອງລັດ ໄດ້ມີການປຶກສາຫາລືຮ່ວມກັບຜູ້ພັດທະນາໂຄງການທັງສອງບໍລິສັດ ເພື່ອແກ້ໄຂບັນຫາທີ່ເກີດຂຶ້ນ.
          ປັດຈຸບັນ ກຸ່ມບໍລິສັດ ເອັກສ໌ຄາລີເບີ ຈຳກັດ, ຊຶ່ງເປັນຜູ້ໄດ້ຮັບສິດສຳປະທານໂຄງການຊອບປິ້ງມໍ ແລະ ທັງເປັນຄູ່ສັນຍາກັບລັດຖະບານ ຕາມສັນຍາແມ່ບົດການສຳປະທານໂຄງການພັດທະນາຕະ ຫລາດເຊົ້າຄືນໃໝ່ ແລະ ປັບປຸງຍົກລະດັບຕະຫລາດເຊົ້າວຽງຈັນ, ມີໜັງສືມອບໂອນຄວາມຮັບຜິດ ຊອບຕຶກ B ໃຫ້ແກ່ ບໍລິສັດ ຮົວຊິນພັດທະນາ ຈຳກັດ ເປັນຜູ້ມີສິດການບໍລິຫານຈັດການຕາມໜັງສືມອບໂອນ ແລະ ໜັງສືມອບສິດຂອງບໍລິສັດຕະຫລາດເຊົ້າ ຊອບປິ້ງມໍ ຈຳກັດ ແລະ ມອບສິດໃຫ້ບໍລິສັດ ຮົວຊິນພັດທະນາ ຈຳກັດ ເປັນຜູ້ບໍລິຫານ ແລະ ຄຸ້ມຄອງຕຶກ B ຢ່າງຖືກຕ້ອງຕາມກົດໝາຍ.
          ນອກຈາກນີ້ ກະຊວງແຜນການ ແລະ ການລົງທຶນ ຍັງໄດ້ແຈ້ງວ່າ: ທ່ານ ລຸນອິສ໌ກູ ຫລື ກູຈິນເຮັງ ສັນຊາດ ສິງກະໂປ ໃນນາມເປັນຜູ້ບໍລິຫານໃນບໍລິສັດ ຕະຫລາດເຊົ້າຊອບປິ້ງມໍ ແມ່ນບໍ່ມີສ່ວນກ່ຽວຂ້ອງໃນໂຄງການຕະຫລາດເຊົ້າຊອບປິ້ງມໍ, ພ້ອມທັງບໍ່ແມ່ນຮຸ້ນສ່ວນ, ຜູ້ບໍລິຫານຈັດການ ແລະ ບໍ່ມີສິດອຳນາດໃດໆໃນການຕັດສິນບັນຫາຕ່າງໆຂອງໂຄງການ, ໃນກໍລະນີຂະແໜງການກ່ຽວຂ້ອງ ມີຈຸດປະສົງພົວພັນ ໃຫ້ປະສານໄປຍັງຄະນະຜູ້ບໍລິຫານຂອງກຸ່ມບໍລິສັດ ເອັກສ໌ຄາລີເບີ ຈຳກັດ ໄດ້ໂດຍກົງ.


No comments:

Post a Comment