Ad

Ad

24 February 2016

ຜົນກອງປະຊຸມລັດຖະບານປະຈໍາເດືອນກຸມພາ2016

 ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນກຸມ ພາ 2016 ໄດ້ໄຂຂຶ້ນ​ໃນ​ວັນ​ທີ 23​ ກຸມພາໂດຍ​ການເປັນປະທານຂອງ ທ່ານນາຍົກລັດຖະມົນຕີ, ທອງສິງ ທຳມະວົງ ເພື່ອປຶກສາຫາລື,   ແລະ ຮັບຮອງບັນຫາສໍາຄັນຂອງຊາດ ຄື:
            1. ພິຈາລະນາ ຮັບຮອງເອົາການປັບປຸງດຳລັດ ວ່າດ້ວຍທຸລະກິດໂຮງຊວດຈໍາ ເພື່ອກຳນົດຫຼັກການ, ລະບຽບການກ່ຽວກັບການສ້າງຕັ້ງ, ການ​ເຄື່ອນ​ໄຫວ, ການ​ຄຸ້ມ​ຄອງ ​ແລະ ຕິດຕາມ​ກວດກາ ທຸລະ​ກິດ​ຊວດ​ຈໍາ ​ເພື່ອ​ເຮັດ​ໃຫ້ການ​ດຳ​ເນີນ​ທຸລະ​ກິດ​ດັ່ງກ່າວ ​ເປັນ​ລະບົບ, ຖືກຕ້ອງ​ຕາມ​ກົດໝາຍ​ແລະ ລະບຽບການ.
         2. ຮັບຮອງເອົາ ​ແຜນ​ພັດທະນາ​ວຽກງານ​ຖະ​ແຫຼງຂ່າວ, ວັດທະນະ​ທໍາ ​ແລະ ທ່ອງ​ທ່ຽວ 5 ປີ (2016-2020), ຍຸດ​ທະ​ສາດ 10 ປີ (2016-2025) ​ແລະ ວິ​ໄສ​ທັດ​ຮອດ​ປີ 2030 ເຊິ່ງ ວຽກງານ​ຖະ​ແຫຼງຂ່າວ​ສື່​ມວນ​ຊົນ ​ເປັນ​ຂະ​ແໜງການໜຶ່ງ ທີ່​ມີ​ການ​ຂະຫຍາຍຕົວ​ຢ່າງ​ວ່ອງ​ໄວ ​ແລະ ກວ້າງຂວາງຢູ່​ໃນ​
ບັນດາ​ປະ​ເທດ​ຕ່າງໆ​ໃນ​ໂລກ, ປະຈຸ​ບັນຫຼາຍປະ​ເທດ​ໄດ້​ເອົາ​ໃຈ​ໃສ່ ​ແລະ ​ໃຫ້​ຄວາມ​ສໍາ​ຄັນ​ຕໍ່ວຽກງານ​ຖະ​ແຫຼງຂ່າວ​ສື່​ມວນ​ຊົນ ​ເພາະ​ປຽບ​ເໝືອນອາວຸດ​ທີ່​ແຫຼມຄົມ​ຂອງ​ປະ​ເທດ​ຊາດ.ຕໍ່ບັນຫາ​ດັ່ງກ່າວ, ກອງ​ປະຊຸມ​ໄດ້​ມີ​ທິດ​ຊີ້​ນໍາ​ໃຫ້​ພາກ​ສ່ວນ​ກ່ຽວຂ້ອງນໍາ​ໄປ​ປັບປຸງ​ຕື່ມຕາມ​ການ​ປະກອບ​ຄໍາ​ເຫັນ​ຂອງ​ສະມາຊິກ​ລັດຖະບານ ​ເປັນ​ຕົ້ນຕ້ອງສຶກສາຄົ້ນຄວ້າໃຫ້ມີຄວາມລະອຽດຈະແຈ້ງໃນແຕ່ລະບັນຫາ ໂດຍສະເພາະວຽກງານຖະແຫຼງຂ່າວສື່ມວນຊົນ ຊຶ່ງເປັນວຽກທີ່ມີຄວາມສໍາຄັນຫຼາຍໃນການໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງ ພັກ ແລະ ລັດຖະບານ ແນໃສ່ສຶກສາອົບຮົມໃຫ້ປະຊາຊົນ ໄດ້ຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບສະພາບການ, ຂໍ້ມູນຂ່າວສານຕ່າງໆ ທີ່ເປັນປະໂຫຍດ, ອັນໃດທີ່ເຫັນວ່າບໍ່ເໝາະສົມ ກໍ່ຕ້ອງມີການແຈ້ງກ່າວເຕືອນ ແລະ ສຶກສາອົບຮົມ, ຮັບປະກັນໃຫ້ມີຄວາມວ່ອງໄວ, ຊັດເຈນ ແລະ ມີເນື້ອໃນທີ່ເລິກເຊິ່ງ ມີຫຼາຍຮູບແບບຫຼາຍສີ ຮັກສາໄດ້ລັກສະນະຊາດ ໄປຕາມທິດຫັນເປັນທັນສະໄໝ ໃນນັ້ນກ່ອນອື່ນໝົດຕ້ອງເອົາໃຈໃສ່ໃນການສ້າງບຸກຄະລາກອນໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ. ສໍາລັບຂະແໜງການທ່ອງທ່ຽວ: ຕ້ອງເອົາໃຈໃສ່ຍາດແຍ່ງ ແລະ ດຶງດູດນັກທ່ອງທ່ຽວໃຫ້ມີຈໍານວນເພີ່ມຂຶ້ນ ພ້ອມທັງເອົາໃຈໃສ່ປັບປຸງ ແລະ ພັດທະນາພື້ນຖານໂຄງລ່າງ ເພື່ອຮັບໃຊ້ໃຫ້ແກ່ຂະແໜງການທ່ອງທ່ຽວ, ສ້າງສະຕິໃຫ້ທຸກພາກສ່ວນໃນສັງຄົມ ແລະ ປະຊາຊົນ ມີຄວາມສີວິໄລທາງດ້ານຈິດໃຈ, ມີຄວາມເອື້ອເຟື້ອເພື່ອແຜ່ ພ້ອມນັ້ນ, ກໍ່ຕ້ອງເອົາໃຈໃສ່ປັບປຸງໃນຂອດການບໍລິການ ເພື່ອສ້າງເງື່ອນໄຂໃນການບໍລິການຮັບໃຊ້ໃຫ້ແກ່ນັກທ່ອງທ່ຽວ.
         3.  ໄດ້ພິຈາລະນາ ຮັບຮອງການ​ປັບປຸງດຳລັດ​ວ່າ​ດ້ວຍ​ລະບອບ​ນະ​ໂຍບາຍ​ຕໍ່ນັກ​ກິລາ ​ແລະ ຄູ​ຝຶກ​ທີ​ມຊາດ ​ເພື່ອ​ກຳນົດຫຼັກການ, ລະບຽບການ​ໃນ​ການ​ປະຕິບັດ​ລະບອບ​ນະ​ໂຍບາຍ​ບຳລຸງ, ອຸດໜູນ, ​ໃຫ້​ລາງວັນ, ນາມມະຍົດ, ການ​ປະກັນ​ສັງຄົມ​ແກ່​ນັກ​ກິລາ ​ແລະ ຄູ​ຝຶກ​ທີ​ມຊາດ ​ເພື່ອ​ຊຸກຍູ້, ສົ່ງ​ເສີມ​ການ​ສ້າງ ​ແລະ ພັດທະນາ​ນັກ​ກິລາ ​ແລະ ຄູ​ຝຶກ​ທີ​ມຊາດ ​ໃຫ້​ທຸ້ມ​ເທ​ເຮື່ອ​ແຮງ​ເຂົ້າ​ໃນ​ການ​ຝຶກ​ແອບ ​ແລະ ​ເຂົ້າ​ແຂ່ງຂັນ​ກິລາ, ຍາດ​ແຍ່ງ​ເອົາ​ຜົນງານ​ດີ​ເດັ່ນ​ໃນ​ເວທີ​ສາກົນ, ສ້າງ​ຄຸນງາມຄວາມດີ, ນຳ​​ເອົາກຽດຊື່ສຽງມາສູ່​ປະ​ເທດ​ຊາດ ​ແນ​ໃສ່​ສົ່ງ​ເສີມ​ນັກ​ກິລາ​ລາວ ​ໃຫ້​ກາຍ​ເປັນ​ນັກ​ກິລາ​ອາຊີບ ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ກິລາ​ລະດັບ​ສູງ​ຂອງ​ປະ​ເທດ​ເຮົາ ​ໃຫ້​ມີ​ຄວາມ​ກ້າວໜ້າ ​ແລະ ທັນ​ສະ​ໄໝ.  
         4.  ​​ເຫັນ​ດີ​ຮັບຮອງດຳລັດ​ວ່າ​ດ້ວຍ ນໍ້າມັນ​ເຊື້ອ​ໄຟ​ຊີວະ​ພາບ ​ເພື່ອ​ກຳນົດຫຼັກການ, ລະບຽບການ ​ແລະ ມາດ​ຕະການ ກ່ຽວກັບ​ການ​ຄຸ້ມ​ຄອງ, ການ​ເຄື່ອນ​ໄຫວ, ການ​ກວດກາ​ການ​ຜະລິດ, ການ​ປຸງ​ແຕ່ງ ​ແລະ ການ​ຈໍາໜ່າຍນໍ້າມັນ​ເຊື້ອ​ໄຟ​ຊີວະ​ພາບ ລວມທັງ​ການ​ບໍລິການ ​ເພື່ອ​ເຮັດ​ໃຫ້ການ​ນໍາ​ໃຊ້, ການ​ດຳ​ເນີນ​ທຸລະ​ກິດ​ນໍ້າມັນເຊື້ອໄຟຊີວະພາບເປັນລະບົບ ຖືກຕ້ອງຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ແນໃສ່ສຶກສາຄວາມເປັນໄປໄດ້ ແລະ ພັດທະນາທ່າແຮງດ້ານວັດຖຸດິບທີ່ມີພາຍໃນປະເທດ ແລະ ນຳໃຊ້ຊັບພະຍາກອນທຳມະຊາດຢ່າງປະຢັດ, ຍົກສູງມູນຄ່າຜະລິດຕະພັນກະສິກໍາ, ຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ພັດທະນາຕາມທິດທີ່ຍືນຍົງ, ປະກອບສ່ວນຊຸກຍູ້ການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງຊາດ ພ້ອມທັງ ເປັນການຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າໃຫ້ດີຂຶ້ນເທື່ອລະກ້າວ.
           ​ໃນຕອນ​ທ້າຍ​ກອງ​ປະຊຸມ ທ່ານ​ນາຍົກລັດຖະມົນຕີ​ ເອົາໃຈໃສ່ປະຕິບັດວຽກ​ງານທີ່​ເປັນຈຸດ​ສຸມ​ໃນເດືອນ ມີນາ2016 ​ດ້ວຍ​ຄວາມ​ຮັບຜິດຊອບສູຄື: ໃຫ້ບັນດາກະຊວງ-ອົງການ ແລະ ທ້ອງຖິ່ນ ເອົາໃຈໃສ່ຜັນຂະຫຍາຍຜົນກອງປະຊຸມໃຫຍ່ຄັງທີ X ຂອງພັກປະຊາຊົນປະຕິວັດລາວໃນຂອບເຂດທົ່ວປະເທດຢ່າງທົ່ວເຖິງ.
           ໃນເດືອນມີນານີ້ ຈະມີການປ່ອນບັດຄັດເລືອກເອົາສະມາຊິກສະພາແຫ່ງຊາດ ຊຸດທີ 8 ແລະ ສະພາປະຊາຊົນແຂວງ ແລະ ນະຄອນຫລວງ ຈຶ່ງໃຫ້ທຸກພາກສ່ວນ ເປັນເຈົ້າການໃນການເຂົ້າຮ່ວມເພື່ອໃຊ້ສິດຂອງຕົນປ່ອນບັດຄັດເລືອກສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ, ນະຄອນຫລວງຄັ້ງນີ້ໃຫ້ໄດ້ຮັບຜົນດີ ແລະ ມີຄວາມສຳເລັດຕາມຄາດຫມາຍ.

            ໃຫ້ພາກສ່ວນທີ່ກ່ຽວຂ້ອງສືບຕໍ່ເປັນເຈົ້າພາບໃນການກະກຽມຄວາມພ້ອມດ້ານຕ່າງໆ ເພື່ອເປັນປະທານກອງປະຊຸມສຸດຍອດອາຊຽນ, ກອງປະຊຸມປິ່ນອ້ອມຕ່າງໆ ໂດຍປະສານງານສົມທົບກັບກະຊວງການຕ່າງປະເທດ. ສືບຕໍ່ເອົາໃຈໃສ່ໃນການຈັດເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ຕາມຄາດຫມາຍ ດ້ວຍວິທີການ ແລະ ມາດຕະການທີ່ຮັດກຸມ ເພື່ອກຳຈັດການຕົກເຮ່ຍເສຍຫາຍ ແລະ ແກ້ໄຂໃຫ້ທັນເວລາ, ໃຫ້ກະຊວງອຸດສາຫະກຳ ແລະ ການຄ້າເອົາໃຈໃສ່ຄຸ້ມຄອງ ແລະ ຄວບຄຸມລາຄາສິນຄ້າໃນທ້ອງຕະຫລາດເປັນຕົ້ນແມ່ນສິນຄ້າບໍລິໂພກບໍ່ໃຫ້ເພີ່ມຂຶ້ນຫລາຍເຊິ່ງຈະມີຜົນກະທົບຕໍ່ຊີວິດການເປັນຢູ່ຂອງພະນັກງານ, ທະຫານ, ຕຳຫລວດ ແລະ ປະຊາຊົນເຮົາ, ໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມກະຊວງປ້ອງກັນຄວາມສະຫງົບ ແລະ ພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ຄຸ້ມຄອງບັນຫາແຮງງານຄົນຕ່າງດ້າວ ແລະ ຄົນບໍ່ມີສັນຊາດທີ່ເຄື່ອນໄຫວເຮັດວຽກຢູ່ປະເທດເຮົາໃຫ້ຖືກຕ້ອງຕາມລະບຽບກົດໝາຍ ແລະ ໃຫ້ເອົາໃຈໃສ່ເຮັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂງແຮງກວ່າເກ່ົາເປັນຕົ້ນການໃສ່ຮ້າຍປ້າຍສີຕໍ່ແນວທາງນະໂຍບາຍຂອງພັກ-ຂອງລັດເຮົາ, ປຸ້ນຈີ້, ຊິງຊັບ, ກຸ່ມແກ້ງນັກເລງອັນຕະພານ, ບັນຫາຢາເສບຕິດ, ອຸປະຕິເຫດໃນທ້ອງຖະຫນົນ ແລະ ອື່ນໆ.

No comments:

Post a Comment