Ad

Ad

24 February 2016

ນໍ້າປະປານະຄອນຫລວງຝຶກອົບຮົມກຽມ​ຄວາມ​ພ້ອມ​ໃຫ້​ແກ່​ການເລືອກຕັ້ງ ສສຊ ຊຸດທີ VIII

           ໃນວັນທີ 23 ກຸມພານີ້, ຢູທີ່ສູນຝຶກອົບຮົມລັດວິສາຫະກິດນໍ້າປະປາລາວ(ຈີ່ນາຍໂມ້), ເມືອງຫາດຊາຍຟອງ, ນະຄອນຫລວງວຽງຈັນ, ພະນັກງານຫລັກແຫລ່ງຂອງລັດວິສາຫະກິດດັ່ງກ່າວເປັນຈໍານວນຫລາຍໄດ້ເຂົ້າຮ່ວມຝຶກອົບຮົມເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ VIII ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ, ນະຄອນຫລວງ, ໂດຍການເປັນປະທານຂອງທ່ານນາງ ເພື່ອນແສງ ໄຊນາຄໍາ ຮອງຫົວໜ້າລັດວິສາຫະກິດນໍ້າປະປາດັ່ງກ່າວ.

           ໃນໂອກາດນີ້, ທ່ານຮອງຫົວໜ້າລັດວິສາຫະກິດ ໄດ້ຍົກໃຫ້ເຫັນເນື້ອໃນສໍາຄັນຂອເອກະສານຕ່າງໆກ່ຽວກັບການກະກຽມໃຫ້ແກ່ບັ້ນເລືອກຕັ້ງຄັ້ງສໍາຄັນນີ້ຄື: ມະຕິຂອງກົມການເມືອງສູນກາງພັກວ່າດ້ວຍການເພີ່ມທະວີຊີ້ນໍາຂອງພັກຕໍ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ VIII ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ, ນະຄອນຫລວງໄລຍະແຕ່ປີ 2016-2020, ຜົນງານ 40 ປີແຫ່ງການປົກປັກຮັກສາ
ແລະ ສ້າງສາພັດທະນາປະເທດຊາດ, ການເສີມຂະຫຍາຍສິດເປັນເຈົ້າປະເທດຊາດຂອງປະຊາຊົນບັນດາເຜົ່າ, ກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາປະຊາຊົນຂັ້ນແຂວງ ເພື່ອໃຫ້ພະນັກງານໄດ້ຮັບຮູ້ເຂົ້າໃຈເລິກເຊິ່ງກ່ຽວກັບລະບຽບຫລັກການໃນການເລືອກຕັ້ງ, ຄວາມເປັນເຈົ້າການໃນການໃຊ້ສິດເລືອກຕັ້ງເອົາສະມາຊິກສະພາຊຸດໃໝ່ທີ່ເປັນຕົວແທນແຫ່ງມານະຈິດ, ສິດ ແລະ ຜົນປະໂຫຍດຂອງປະຊາຊົນ, ຮັບປະກັນໃຫ້ການເລືອກຕັ້ງຄັ້ງນີ້ບັນລຸຜົນຕາມລະດັບຄາດໝາຍວາງໄວ້ ແລະ ທັງຮັບປະກັນຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ແລະ  ຄວາມສະຫງົບປອດໄພ.

No comments:

Post a Comment