Ad

Ad

24 February 2016

ປໍ້າບາງແຫ່ງຈ່າຍນໍ້າມັນບໍ່ເຕັມບໍລິມາດ

           ພາຍຫລັງລັດຖະບານໄດ້ປັບລາຄານໍ້າມັນເຊື້ອໄຟຫລຸດລົງຢ່າງຕໍ່ເນື່ອງຕາມລາຄານໍ້າມັນໃນຕະຫລາດໂລກຄືປັດຈຸບັນນໍ້າມັນແອັດຊັງມີລາຄາ 6.800 ກີບຕໍ່ລິດ ແລະ ກາຊວນ 5.440 ກີບຕໍ່ລິດໄດ້ເຮັດໃຫ້ຜູ້ຊົມໃຊ້ມີຄວາມດີໃຈໂດຍສະເພາະຜູ້ທີ່ມີລາຍຮັບຕໍ່າເຊັ່ນ: ພະນັກງານ-ລັດຖະກອນ, ທະ ຫານ-ຕໍາຫລວດຕະຫລອດຮອດນັກຮຽນ-ນັກສຶກສາ, ແຕ່ສິ່ງທີ່ສັງຄົມມີຄວາມເປັນຫວ່ງຫລາຍກໍຍັງແມ່ນຄວາມບໍ່ໂປ່ງໃສຂອງຜູ້ໃຫ້ບໍລິການນໍ້າມັນບາງປໍ້າໃນຕົວເມືອງເຫັນວ່າມີລັກສະນະສວຍໂອກາດເອົາປຽບລູກຄ້າດ້ວຍການຈ່າຍນໍ້າມັນບໍ່ເຕັມບໍລິມາດ. ດັ່ງປະຊາຊົນທ່ານໜຶ່ງໄດ້ສະເໜີຕໍ່ໜັງສືພິມລາວ
ພັດທະນາ ເພື່ອໃຫ້ພາກສ່ວນກ່ຽວຂ້ອງລົງໄປກວດກາມາດຕະຖານປໍ້ານໍ້າມັນບາງແຫ່ງຢູ່ເຂດເສັ້ນທາງຫລັກ7(ທາງໄປດົງໂດກ) ເມືອງໄຊທານີ, ພາຍຫລັງສັງເກດເຫັນວ່າມີການຈ່າຍນໍ້າມັນບໍ່ເຕັມບໍລິມາດ. ນອກຈາກນີ້ກໍມີປະຊາຊົນເຂດບ້ານທ່າງ່ອນ, ເມືອງໄຊທານີໄດ້ສະເໜີຕື່ມມາວ່າປໍ້ານໍ້າມັນແຫ່ງໜຶ່ງຢູ່ເຂດທ່າງ່ອນ ແມ່ນນໍ້າມັນບໍ່ໄດ້ຄຸນນະພາບ (ມີການປົນນໍ້າ) ເຮັດໃຫ້ລົດຂອງລູກຄ້າຈໍານວນບໍ່ໜ້ອຍເກີດເປ່ເພຫລັງຈາກຕື່ມນໍ້າມັນຢູ່ປໍ້າແຫ່ງນັ້ນ ຈຶ່ງຢາກໃຫ້ໜ່ວຍງານກ່ຽວຂ້ອງລົງໄປກວດກາໂດຍໄວ.

           ບັນຫາການສວຍໂອກາດຈ່າຍນໍ້າມັນໃຫ້ລູກຄ້າບໍ່ເຕັມບໍລິມາດນັ້ນບໍ່ແມ່ນບັນຫາໃໝ່, ຊຶ່ງມັນເກີດມີມາດົນແລ້ວ, ບາງປໍ້າເປັນຍ້ອນເຄື່ອງຈັກເກົ່າແກ່ບໍ່ຮັບປະກັນດ້ານມາດຕະຖານ, ແຕ່ມີບາງປໍ້າແມ່ນຕັ້ງແກ້ງສວຍໂອກາດຂຶ້ນມາເອງ, ຊຶ່ງປາກົດການແບບນີ້ມັກເກີດຂຶ້ນເມື່ອພາກສ່ວນກ່ຽວຂ້ອງຂາດການລົງກວດກາຢ່າງເປັນປົກກະຕິ ແລະ ໃນໄລຍະທີ່ມີການເໜັງຕິງຂອງລາຄານໍ້າມັນ, ສະນັ້ນ ເພື່ອເປັນການປົກປ້ອງສິດຜົນປະໂຫຍດຂອງຜູ້ບໍລິໂພກກໍຄືສັງຄົມຜູ້ປະກອບການຕ້ອງມີນໍ້າໃຈສັດຊື່ບໍລິສຸດ, ໂປ່ງໃສ ແລະ ໃຫ້ບໍລິການທີ່ດີມີຄຸນນະພາບເປັ້ນຕົ້ນ: ໝັ່ນກວດກາລະບົບມາດຕະຖານເຕັກນິກຂອງເຄື່ອງຈັກພາຍໃນປໍ້າໃຫ້ຮັບປະກັນຕະຫລອດໄລຍະໃຊ້ງານ, ຕິດຕາມການປະພືດຂອງພະນັກງານບໍ່ໃຫ້ມີການສວຍໂອກາດບີບນໍ້າມັນບໍ່ເຕັມໃຫ້ລູກຄ້າ,ສ່ວນເບື້ອງມະຫາພາກກໍເພີ່ມທະວີການລົງກວດກາບັນດາປໍ້າຢ່າງເປັນປົກກະຕິເພື່ອຮັບປະກັນ.

No comments:

Post a Comment