Ad

Ad

24 February 2016

ສາຍ​ການບິນ ​ແອ​​ເອ​ເຊຍ (AirAsia) ຂະຫຍາຍ​ເຄືອ​ຂ່າ​ຍ​ເຂົ້າສູ່​ປະ​ເທດ​ລາວ

          AirAsia ຂໍແນະນຳຖ້ຽວບິນປະຈຳວັນເສັ້ນທາງ ຫລວງພະບາງເຖິງ ບາງກອກ ປະເທດໄທ (LPQ-DMK), ​ໃນລາຄາ​ 39​ ໂດລາສະຫະລັດ (ຫລວງພະບາງ-ບາງກອກ), ​ເປີດຈອງປີ້ໄປຈົນເຖິງວັນທີ 14 ກຸມພາ 2016, ​ໂດຍມີກຳນົດການເດີນທາງເລີ່ມຈາກວັນທີ 24 ​ເດືອນມີນາເຖິງວັນທີ 5 ກຸມພາ 2017.
          AirAsia ​ແມ່ນໜຶ່ງໃນສາຍການບິນສາກົນດີທີ່ສຸດໃນໂລກ, ​ເປັນສາຍການບິນທີ່ມີລາຄາຕ່ຳແລະເປີດໃຫ້ບໍລິການຢ່າງຕໍ່ເນື່ອງໃນໄລຍະ 7 ປີທີ່ຜ່ານມາ, ປັດຈຸບັນນີ້ໄດ້ເປີດ​​ເສັ້ນທາງສາຍການບິນປະຈຳວັນ ຫລວງພະບາງ-ບາງກອກ (LPQ-DMK), ​ໂດຍມີກຳນົດເປີດການເດີນທາງເລີ່ ຈາກວັນທີ 24 ມີນາ 2016, ​ເປີດຂາຍປີ້ນັບແຕ່ມື້ນີ້ເປັນຕົ້ນໄປ, ທ່ານສາມາດຈອງທີ່
ນັ່ງສຳລັບເສັ້ນ ທາງ LPQ-DMK ​ໃນລາຄາ​​ເລີ່ມຕົ້ນພຽງ 39 ​ໂດລາສະຫະລັດ (ຫລວງພະບາງ-ບາງກອກ), ລາຄາດັ່ງກ່າວລວມພາສີແລະ ຄ່າທຳນຽມ, ທ່ານສາມາດຈອງທີ່ນັ່ງຜ່ານອິນເຕີເນັດໄດ້ທີ່ airasia.com  ​ແລະ ຕົວ​​ແທນຂາຍປີ້ທີ່ໄດ້ຮັບອະນຸຍາດ.
          ທ່ານ ພອນພັນ ລັດຕະນະພິທັກຄຸນ (Pornpun Ratanapitakkul, Marketing Manager for Indochina region), ຜູ້ຈັດການຝ່າຍການຕະຫລາດ ປະຈຳພາກພື້ນອິນໂດໄຊນາຂອງ AirAsia ກ່າວວ່າ: ​ແຂວງຫລວງພະບາງເປັນເມືອງມໍລະດົກໂລກ, ​ເປັນສະຖານທີ່ປາຍທາງທີ່ເຊື່ອມຕໍ່ກຸ່ມປະເທດອາຊຽນແລະ ປະເທດອື່ນໆໃນທະວີບເອເຊຍ. ການເປີດເສັ້ນທາງການບິນ ຫລວງພະບາງ​-ບາງກກອກ ກໍເພື່ອແນະນຳແລະ ສະໜັບ ສະໜູນການທ່ອງທ່ຽວລະຫວ່າງ 2 ປະເທດ ສ້າງສາຍພົວພັນທີ່ດີລະຫວ່າງ 2 ​ເມືອງດັ່ງກ່າວແລະ ຍັງລວມໄປເຖິງການເຂົ້າເຖິງບັນດາປະເທດອື່ນໆໃນທະວີບເອເຊຍ.

          ຖ້ຽວບິນດັ່ງກ່າວເປັນເສັ້ນທາງທຳອິດທີ່ບິນໂດຍກົງຈາກສູນກາງສາຍການບິນບາງກອກເຖິງປະເທດລາວ, ພ້ອມກັນນັ້ນ ຍັງມີເສັ້ນທາງການບິນໂດຍກົງຈາກນະຄອນຫລວງວຽງຈັນເຖິງສະໜາມບິນສາກົນ ກົວລາລຳເປີ, ສາຍການບິນແອອາຊຽນ ມີເປົ້າໝາຍໃນການເປີດການເຊື່ອມຕໍ່ລະ ຫວ່າງ ສປປ ລາວແລະ ປະເທດອື່ນ. ບັນດາຜູ້ໂດຍສານທີ່ເດີນທາງຈາກຫລວງພະບາງເຖິງສະໜາມບິນສາກົນ ບາງກອກ ຍັງສາມາດບິນເຊື່ອມຕໍ່ໄປຍັງປະເທດອື່ນໆໄດ້ໂດຍຜ່ານເຄືອຂ່າຍຂອງ AirAsia ທີ່ພູເກັດ, ກຣະບີ, ຫາດໃຫຍ່, ຊຽງໃໝ່, ຢາງກຸງ, ຊຽມລຽບ, ສິງກະໂປ, ​ມາກາວ, ​ໂຕກ໋ຽວ, ​ເຊອູແລະ ອີກຫລາຍໆສະໜາມບິນສາກົນປາຍທາງທີ່ໜ້າສົນໃຈໂດຍຜ່າ ທະວີເອເຊຍແລະ ປະເທດອົດສະຕາລີ (Australia) ກໍໄດ້ທ່ານສາມາດຕິດຕາມຂໍ້ມູນໃໝ່ໆດ້ານກິດຈະກຳແລະ ຂໍ້ສະເໜີອື່ນໆ ຂອງ AirAsia ​ໄດ້ທີ່ www.airasia.com

No comments:

Post a Comment