Ad

Ad

24 February 2016

24-26 ກຸມພາ​ນີ້, ສະພາບ​ອາກາດ​ຈະ​ເຢັນລົງ​ແຕ່ 3-5 ອົງສາ

          ກົມອຸຕຸນິຍົມແລະ ອຸທົກກະສາໃຫ້ຮູ້ວ່າ: ລະຫວ່າງວັນທີ 24-26 ກຸມພານີ້, ມວນອາກາດໜາວເຢັນຈາກປະເທດຈີນ ຈະເພີ່ມກຳລັງແຮງຂຶ້ນຕື່ມອີກເທື່ອໃໝ່, ຊຶ່ງຈະແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງລາວ ​​ໂດຍສົມທົບກັບກະແສລົມຕາເວັນອອກ-ຕາເວັນອອກສ່ຽງເໜືອພັດປົກຄຸມ, ​ເຊິ່ງຈະເຮັດໃຫ້ອຸນຫະພູມອາກາດຈະໜາວເຢັນລົງຕື່ມອີກ 3-5 ອົງສາໃນແຕ່ລະພາກ, ພ້ອມຈະມີຝົນຕົກ​ ​ແລະ ລົມພັດແຮງຢູ່ບາງທ້ອງຖິ່ນ. ສະເພາະເຂດພູສູງ, ພູດອຍ, ບັນດາແຂວງພາກເໜືອ, ​ໄຊສົມບູນ, ​ເມືອງດາກຈຶງແລະເຂດພູພຽງບໍລະເວນ ອາກາດຈະໜາວເຢັນຫລາຍ. ດັ່ງນັ້ນ ຈຶ່ງເຕືອນມາຍັງປະຊາຊົນທີ່ອາໃສຢູ່ແຂວງຜົ້ງສາລີ, ຫົວພັນ, ຊຽງຂວາງ, ຫລວງນ້ຳທາ, ອຸດົມໄຊ, ບໍ່ແກ້ວ, ຫລວງພະບາງ, ນະຄອນຫລວງ
ວຽງຈັນ, ​ແຂວງວຽງຈັນ, ​ໄຊສົມບູນ, ​ບໍລິຄຳໄຊແລະ ຄຳມ່ວນ ຈົ່ງມີສະຕິກຽມພ້ອມຮັບມືກັບການປ່ຽນແປງຂອງອຸນຫະພູມ, ຊຶ່ງອາດຈະມີຜົນກະທົບຕໍ່ສຸຂະພາບ, ​ໂດຍສະເພາະເດັກນ້ອຍແລະ ຜູ້ເຖົ້າ, ອາດຈະເຈັບປ່ວຍໄດ້ງ່າຍ, ຈຶ່ງຂໍໃຫ້ມີສະຕິ​​ໃນການນຸ່ງຫົ່ມໃຫ້ອົບອຸ່ນແລະເອົາໃຈໃສ່ປະຕິບັດຫລັກການອະນາໄມສາມສະອາດໃຫ້ເຂັ້ມງວດ, ພ້ອມທັງໃຫ້ຕິດຕາມການລາຍງານສະພາບອາກາດຈາກກົມອຸຕຸນິຍົມແລະ ອຸທົກກະສາເປັນປົກກະຕິເພື່ອສາມາດຮັບມືກັບການປ່ຽນແປງຂອງສະພາບອາກາດດັ່ງກ່າວນັ້ນໄດ້.

No comments:

Post a Comment