Ad

Ad

24 February 2016

ພະຍາດ​ປາກ​ເປື່ອຍລົງ​ເລັບ​ຢູ່​ເມືອງ​ສັງ​ທອງ ​ແລະ ​ເມືອງ​ປາກງື່ມ​ຍັງ​ບໍ່​​ຫາຍ​ຂາດ

 ຕາມການລາຍງານຂອງຫົວໜ້າໜ່ວຍງານສັດຕະວະແພດນະຄອນຫຼວງວຽງຈັນໃຫ້ຮູ້ວ່າ: ປັດຈຸບັນໜ່ວຍງານສັດຕະວະແພດຂອງຕົນພວມສຸມໃສ່ການສັກຢາແລະ ປິ່ນປົວສັດລ້ຽງທີ່ຕິດເຊື້ອພະຍາດປາກ​​ເປື່ອຍລົງເລັບທີ່ລະບາດຂຶ້ນຢູ່ເມືອງປາກງື່ມແລະເມືອງສັງທອງມາແຕ່ທ້າຍປີ 2015 ​ຜ່ານມາ ຊຶ່ງມີສັດລ້ຽງປະເພດງົວ, ຄວາຍ, ໜູແລະແບ້ ຕິດເຊື້ອພະ ຍາດດັ່ງກ່າວຫຼາຍກວ່າ 3 ພັນໂຕແລະ ມາຮອດປັດຈຸບັນກໍ່ຍັງບໍ່ທັນຫາຍຂາດລົງໄດ້.ຫົວໜ້າໜ່ວຍງານສັດຕະວະແພດນະຄອນຫຼວງວຽງຈັນໃຫ້ຮູ້ວ່າ: ຕາມການຕິດຕາມການລະບາດຂອງພະຍາດຢູ່ສອງເມືອງດັ່ງກ່າວໃນຄັ້ງນີ້ຖືວ່າແກ່ຍາວມາ​​​ເປັນເວລາດົນພໍສົມ ຄວນແລ້ວແຕ່ບໍ່ມີການລະບາດໄປສູ່ເຂດອື່ນ ​​ແລະມາຮອດດຽວນີ້ໜ່ວຍງານສັດຕະວະ
ແພດສາມາປິ່ນປົວສັດຫາຍດີແລ້ວຫຼາຍກວ່າ 2 ພັນໂຕ, ຍ້ອນການຄວບຄຸມແລະ ການຮ່ວມມືຂອງປະຊາຊົນ​​ໃນການສະກັດກັ້ນພະຍາດ​​ຮ້າຍແຮງນີ້ກັບຄືນສູ່ສະພາບປົກກະຕິໄດ້ໃນອີກບໍ່ດົນ​.

          ໜ່ວຍງານສັດຕະວະແພດບັນດາແຂວງພາກເໜືອໃຫ້ຮູ້ວ່າ: ສະພາບອາກາດໜາວເຢັນຮຸນແຮງໃນຜ່ານມາໄດ້ສົ່ງຜົນກະທົບຕໍ່ສັດລ້ຽງຂອງປະຊາຊົນເຂດພາກເໜືອຫຼາຍພໍສົມຄວນເຮັດໃຫ້​​ງົວ,ຄວາຍ​​​ຕາຍຈຳນວນໜຶ່ງຄື: ​ຢູ່ແຂວງຫົວພັນແລະ ຊຽງຂວາງ, ຊຶ່ງກ່ອນໜ້ານີ້ພາກສ່ວນກ່ຽວຂ້ອງກໍໄດ້ລົງແນະນຳໃຫ້ປະຊາຊົນເອົາໃຈໃສ່ເບິ່ງແຍງສຸຂະພາບສັດລ້ຽງ​​ໃຫ້ດີໂດຍການສ້າງຄອກ ​​ແລະ ສັກຢາກັນພະຍາດໃຫ້​​ໄດ້ທົ່ວເຖິ່ງ,​ ແຕ່ເນື່ອງຈາກສະພາບອາກາດທີ່ໜາວເຢັນ​​ເປັນສາເຫດໃຫ້ເຮັດໃຫ້ເກີດພະຍາດໄດ້ງ່າຍ.

No comments:

Post a Comment