Ad

Ad

23 February 2016

ລາວ ແລະ ຍີ່ປຸ່ນ ເສີມຂະຫຍາຍຄູ່ຮ່ວມມືຍຸດທະສາດ

          ບ່າຍວັນທີ 19 ກຸມພາ 2016 ນີ້, ພະນະທ່ານ ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີວ່າການກະຊວງການຕ່າງປະເທດ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ພົບປະເຮັດວຽກກັບທ່ານ ຟູມິໂອະ ກິຊີດະ ລັດຖະມົນຕີວ່າການກະຊວງການຕ່າງປະເທດຍີ່ປຸ່ນ ທີ່ໂຕກຽວ ເພື່ອເສີມຂະຫຍາຍຄູ່ຮ່ວມມືຍຸດທະ ສາດລະຫວ່າງສອງປະເທດ.
           ການພົບປະຄັ້ງນີ້, ທັງສອງຝ່າຍໄດ້ສະແດງຄວາມຍິນດີ ແລະ ຕີລາຄາສູງຕໍ່ໝາກຜົນຂອງການພົວພັນຮ່ວມມືທີ່ມີມູນເຊື້ອອັນດີງາມລະຫວ່າງສອງປະເທດໃນໄລຍະ 60 ປີຜ່ານມາເຊິ່ງສອງປະເທດໄດ້ຮ່ວມສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດຄົບຮອບ 60 ປີ ຢ່າງຄຶກຄື້ນໃນປີ 2015 ຜ່ານມາ, ໄດ້ມີການແລກປ່ຽນການຢ້ຽມຢາມລະຫວ່າງການນຳຂັ້ນສູງຂອງສອງປະເທດແລະ ສອງຝ່າຍໄດ້ມີການຍົກລະດັບການພົວພັນ
ການຮ່ວມມືຂຶ້ນມາເປັນຄູ່ຮ່ວມມືຍຸດທະສາດ, ເຮັດໃຫ້ການພົວພັນລະຫວ່າງສອງປະເທດເຕີບໃຫຍ່ຂະຫຍາຍຕົວຂຶ້ນສູ່ລະດັບສູງ ເປັນຕົ້ນທາງການເສດຖະກິດ ແລະ ການລົງທຶນ ​ໂດຍສະເພາະແມ່ນການລົງທຶນຂອງຍີີ່ປຸ່ນຢູ່ລາວໄດ້ເພີ່ມຂຶ້ນຢ່າງໄວວາ ຄືປັດຈຸບັນມີນັກທຸລະກິດຍີ່ປຸ່ນເຂົ້າມາລົງທຶນຢູ່ ສປປ ລາວ ຈຳນວນ 130 ບໍລິສັດເຊິ່ງໄດ້ສ້າງວຽກເຮັດງານທຳ, ສ້າງລາຍໄດ້ໃຫ້ແກ່ປະຊາຊົນທ້ອງຖິ່ນຂອງລາວ ແລະ ທັງເປັນການພັດທະນາສີມືແຮງງານລາວດີຂຶ້ນ. ການສ້າງຕັ້ງສູນອາຊີມູນນິທິຍີ່ປຸ່ນ (Japan Foundation Asia Center) ຢູ່ນະຄອນຫລວງວຽງຈັນ ໃນທ້າຍປີ 2015 ຜ່ານມາ ກໍຈະສ້າງຜົນປະໂຫຍດອັນດີໃຫ້ແກ່ການສົ່ງເສີມຄວາມຮັບຮູ້ ແລະ ເຂົ້າໃຈຂອງປະຊາຊົນສອງຊາດ ກ່ຽວກັບວັດທະນະທຳ ແລະ ຮີດຄອງປະເພນີຂອງທັງສອງປະເທດຫລາຍຂຶ້ນ, ພ້ອມທັງເປັນການສົ່ງເສີມການທ່ອງທ່ຽວ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ໃຫ້ນັບມື້ຫລາຍຂຶ້ນກ່ວາເກົ່າ. ສອງຝ່າຍຍັງໄດ້ຕີລາຄາສູງຕໍ່ການຊ່ວຍເຫລືອເຊິ່ງກັນ ແລະ ກັນໃນເວທີພາກພື້ນ ແລະ ສາກົນ ໂດຍສອງຝ່າຍໄດ້ແຈ້ງໃຫ້ກັນຊາບ ກ່ຽວກັບສະພາບພົ້ນເດັ່ນຂອງແຕ່ລະປະເທດ ເປັນຕົ້ນການເປັນປະທານໝູນວຽນອາຊຽນ ຄັ້ງທີ 2 ຂອງ ສປປ ລາວ ໃນປີ 2016 ພາຍໃຕ້ຄຳຂວັນ: “ຫັນວິໄສທັດໃຫ້ເປັນຮູບປະທຳ ເພື່ອຄວາມເຂັ້ມແຂງຂອງປະຊາຄົມອາຊຽນ”ເຊິ່ງເປັນປີທີ່ມີຄວາມໝາຍສຳຄັນສຳລັບອາຊຽນ ເພາະວ່າເປັນປີທຳອິດຂອງການເປັນປະຊາຄົມອາຊຽນ ພາຍຫລັງໄດ້ຮັບການສ້າງຕັ້ງຢ່າງເປັນທາງການໃນວັນທີ 31 ທັນວາ 2015. ພາຍໃຕ້ການເປັນປະທານຂອງ ສປປ ລາວ, ອາຊຽນຈະໄດ້ສຸມໃສ່ 8 ບູລິມະສິດຄື: 1. ຜັນຂະຫຍາຍວິໄສທັດປະຊາຄົມອາຊຽນ 2025 ແລະ ແຜນແມ່ບົດສຳລັບ 3 ເສົາຄ້ຳປະຊາຄົມອາຊຽນ ທີ່ຜູ້ນຳອາຊຽນໄດ້ຮັບຮອງເອົາໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 27. 2. ຮັດແຄບຄວາມແຕກໂຕນດ້ານການພັດທະນາ. 3. ການອຳນວຍຄວາມສະດວກດ້ານການຄ້າ. 4. ການພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ. 5. ການທ່ອງທ່ຽວ. 6. ການເຊື່ອມຈອດ. 7. ການສົ່ງເສີມວຽກເຮັດງານທໍາ ແລະ 8. ສົ່ງເສີມການຮ່ວມມື ເພື່ອອະນຸລັກ, ປົກປັກຮັກສາ ແລະ ສົ່ງເສີມມໍລະດົກທາງດ້ານວັດທະນະທຳອາຊຽນ.
ນອກຈາກນັ້ນ, ກໍຈະສືບຕໍ່ຮັດແໜ້ນການຮ່ວມມືກັບພາຍນອກ ໂດຍສະເພາະບັນດາປະເທດຄູ່ເຈລະຈາຂອງອາຊຽນ ລວມທັງຍີ່ປຸ່ນ. ສ່ວນຍີ່ປຸ່ນ ກໍໄດ້ຮັບການມອບໝາຍໃຫ້ເປັນປະທານກຸ່ມປະເທດຮ່ວມມືອຸດສາຫະກຳ (G-7) ໃນປີ 2016 ນີ້ ແລະ ລັດຖະບານຍີ່ປຸ່ນຈະໄດ້ຈັດກອງປະຊຸມສຸດຍອດກຸ່ມ G-7 ໃນວັນທີ 26-27 ພຶດສະພາ 2016 ທີ່ແຂວງມິເອະ ແລະ ຜູ້ນຳລາວກໍໄດ້ຮັບການເຊື້ອເຊີນເຂົ້າຮ່ວມພ້ອມກັບປະເທດຕ່າງໆ ແລະ ຕົວແທນບັນດາອົງການຈັດຕັ້ງສາກົນ. ​ໃນການພົບປະດັ່ງກ່າວ, ຍີ່ປຸ່ນໄດ້ຢືນຢັນຈະສືບຕໍ່ໃຫ້ການສະໜັບສະໜູນ ສປປ ລາວ ໃນການເປັນປະທານອາ ຊຽນໃນປີນີ້ແລະ ສອງຝ່າຍຍັງໄດ້ປຶກສາຫາລື ແລະ ແລກປ່ຽນຄວາມຄິດຄວາມເຫັນກ່ຽວກັບບັນຫາພາກພື້ນ ແລະ ສາກົນ ໂດຍສະເພາະຜົນຂອງກອງປະຊຸມສຸດຍອດອາຊຽນ-ສະຫະລັດ ສະໄໝພິເສດ ທີ່ຊັນນີແລນ ຄາລິຟໍເນຍ ສ.ອາເມລິກາ ໃນວັນທີ 15-16 ກຸມພານີ້ ໂດຍພາຍໃຕ້ການເປັນປະທານຮ່ວມລະຫວ່າງປະທານປະເທດແຫ່ງ ສປປ ລາວ ແລະ ປະທານາທິບໍດີສະຫະລັດ.

            ໃນໂອກາດນີ້, ພະນະທ່ານ ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະ ຊວງການຕ່າງປະເທດ ແຫ່ງ ສປປ ລາວ ກໍໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານຍີ່ປຸ່ນ ແລະ ປະຊາຊົນຍີ່ປຸ່ນ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອ ສປປ ລາວ ໃນການເປັນປະທານໝູນວຽນອາຊຽນ ໃນປີ 2016 ນີ້, ລວມທັງໃຫ້ການຊ່ວຍເຫລືອເພື່ອການພັດທະນາ (ODA) ໃນແຕ່ລະປີ ແລະ ການຊ່ວຍເຫລືອໃນຂອບການຮ່ວມມືແມ່ນ້ຳຂອງ-ຍີ່ປຸ່ນ. 

No comments:

Post a Comment