Ad

Ad

23 February 2016

ຍົກ​ລະດັບ​ຄວາມ​ສາມາດ​ໃຫ້​ນັກ​ຂ່າວ​ລາວ​​

          ໃນລະຫວ່າງວັນທີ 22-24 ກຸມພານີ້, ​ວິທະຍຸກະຈາຍສຽງແຫ່ງຊາດ ໄດ້​​ຈັດຝຶກອົບຮົມຍົກລະດັບຄວາມຮູ້ໃຫ້ນັກຂ່າວ, ນັກຈັດລາຍການ​​ໂທລະພາບ, ວິທະຍຸແລະ ໜັງສືພິມ, ​ໂດຍການສະໜັບສະ ໜູນຈາກອົງການ AIBD ເພື່ອແນໃສ່ຍົກສູງທັກສະ ແລະ ຄວາມເຂົ້າໃຈຂອງສື່ໃນການປະຕິບັດວຽກງານຂອງແຕ່ລະພາກສ່ວນໃຫ້ຫລາຍຂຶ້ນ, ​ໂດຍສະເພາະນັກຈັດລາຍການດ້ວຍສຽງແລະ ພາບ, ສາມາດກະຕຸກຊຸກຍູ້ແລະ ສົ່ງເສີມສັກກະຍາພາບ-ທ່າແຮງຂອງບັນດາກຸ່ມຜູ້ຟັງ, ຜູ້ເບິ່ງໃຫ້ຮູ້ຈັກປະ​​ເມີນ, ວິເຄາະແລະ ສາ ມາດຮັບມືກັບການເຮັດ
ວຽກງານໂຄສະນາຕາມພາລະບົດບາດສື່ຂອງຕົນໃຫ້ເຂົ້າເຖິງສື່ດ້ວຍຄວາມປອດໄພ, ​ພ້ອມທັງສາມາດນຳໄປປະຕິບັດໃນວຽກງານ​​ຂອງຕົນໃຫ້ປະສົບຜົນສຳເລັດ.

          ຊຸດອົບຮົມດັ່ງກ່າວ ຈັດຂຶ້ນທີ່ສະຖານີວິທະຍຸກະຈາຍສຽງແຫ່ງຊາດ ໂດຍການເຂົ້າຮ່ວມເປີດພິທີຂອງທ່ານອຳນວຍການໃຫຍ່ວິທະຍຸກະຈາຍສຽງດັ່ງກ່າວ ແລະ ຜູ້ຕາງໜ້າອົງການ AIBD, ພ້ອມດ້ວຍນັກສຳມະນາກອນເຂົ້າຮ່ວມຫລາຍກວ່າ 20 ຄົນ, ຊຶ່ງມາຈາກສື່ຕ່າງໆຂອງລາວ.

No comments:

Post a Comment