Ad

Ad

23 February 2016

ໂຮງພິມປະຊາຊົນເປີດສາຂາທີ 2 ຢູ່ພາກໃຕ້ຄາດຈະດຶງດູດລູກຄ້າ 5 ແຂວງ


        ໂຮງພິມໜັງສືພິມປະຊາຊົນ ເປີດນຳໃຊ້ສາຂາແຫ່ງທີ 2 ຢູ່ແຂວງຈຳປາສັກ ຫວັງດຶງດູດລູກຄ້າໃນ 4 ແຂວງພາກໃຕ້ ( ຈຳປາສັກ, ສາລະວັນ, ເຊກອງ ແລະ ອັດຕະປື) ແລະ ແຂວງສະຫວັນນະເຂດ, ຊຶ່ງພິທີເປີດນຳໃຊ້ໂຮງພິມດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 20 ກຸມພານີ້, ຢູ່ບ້ານບົວ, ເມືອງໂພນທອງ ແຂວງຈຳປາສັກ, ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສຈ.ດຣ ບໍ່ແສງຄຳ ວົງດາລາ ລັດຖະ ມົນຕີວ່າການກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ມີທ່ານ ດຣ. ບຸນຖອງ ດີວິໄຊ ເຈົ້າແຂວງຈຳປາສັກເຂົ້າຮ່ວມນຳດ້ວຍ.
          ໃນໂອກາດດັ່ງກ່າວ ທ່ານ ສຈ.ດຣ ບໍ່ແສງຄຳ ວົງດາລາ ໄດ້ມີຄຳເຫັນວ່າ: ຈຸດປະສົງຂອງການກໍ່ສ້າງໂຮງພິມໜັງສືພິມປະຊາຊົນແຫ່ງທີ 2 ນີ້, ເພື່ອປະຕິບັດຕາມແນວທາງນະໂຍບາຍຂອງພັກທັງແມ່ນເປົ້າໝາຍລວມຂອງລັດຖະບານລາວ ເພື່ອເສີມຂະຫຍາຍກຳລັງແຮງຂອງພາຫະນະຂອງສື່ມວນຊົນ, ໂດຍສະເພາະໜັງສືພິມປະຊາຊົນເປັນສຽງຂອງສູນກາງພັກ, ເພື່ອເຮັດໃຫ້ຂໍ້ມູນຂ່າວສານໄດ້ລົງສູ່ທ້ອງຖິ່ນນັບມື້ກວ້າງຂວາງ.
          ທ່ານ ທອງລິດ ຫລ່ຽມໄຊຍະຈັກ ຮອງຫົວໜ້າບັນນາທິການໜັງສືພິມປະຊາຊົນ ກ່າວວ່າ: ໂຮງພິມແຫ່ງທຳອິດ ແມ່ນຕັ້ງຢູ່ນະຄອນຫລວງວຽງຈັນ, ໂດຍຜ່ານມາ ພວກເຮົາອາໃສໂຮງພິມດັ່ງກ່າວ ເຂົ້າໃນການເຄື່ອນໄຫວບໍລິການຈັດພິມໜັງສືພິມປະຊາຊົນ ແລະ ສິ່ງພິມອື່ນໆ ໃນຂອບເຂດທົ່ວປະເທດ, ເພື່ອຮັບໃຊ້ໜ້າທີ່ການເມືອງ, ໂຄສະນາເຜີຍແຜ່ ແນວທາງນະໂຍບາຍຂອງພັກ ແລະ ລະບຽບກົດໝາຍຕ່າງໆຢ່າງຖືກຕ້ອງ ແລະ ສອດຄ່ອງກັບເງື່ອນໄຂ ການປ່ຽນແປງແຕ່ລະໄລຍະເຮັດໃຫ້ແຂກພາຍໃນ-ຕ່າງປະເທດ ແລະ ປະຊາຊົນລາວ ບັນດາເຜົ່າ ສາມາດເຂົ້າເຖິງຂໍ້ມູນຂ່າວສານທີ່ເປັນປະໂຫຍດ. ສະນັ້ນ, ການຂະຫຍາຍສາຂາມາຕັ້ງຢູ່ແຂວງຈຳປາສັກ ກໍເພື່ອຂະຫຍາຍຖານການຜະລິດຕອບສະໜອງຄວາມຕ້ອງການລູກຄ້າ, ຜູ້ອ່ານໃຫ້ສະດວກວ່ອງໄວທັນເຫດການ ແລະ ປະຢັດເວລາ.


No comments:

Post a Comment