Ad

Ad

23 February 2016

ຜົນສໍາເລັດຂອງການປະຕິສັງຂອນພິພິທະພັນຫໍພະແກ້ວໄລຍະທີ 1

ພິທີສະຫລຸບການປະຕິສັງຂອນພິພິທະພັນຫໍພະແກ້ວຄັ້ງທີ III ໄລຍະທີ 1 ໄດ້ຈັດຂຶ້ນໃນວັນທີ 21 ກຸມພານີ້, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານປະທານປະເທດ ຈູມມາລີ ໄຊຍະສອນ ແລະ ພັນລະຍາ, ມີທ່ານ ດຣ ພັນຄໍາ ວິພາວັນ ຮອງນາຍົກລັດຖະມົນຕີທັງເປັນຫົວໜ້າຄະນະກໍາມະການຊີ້ນໍາລະດັບຊາດໂຄງການປະຕິສັງຂອນພິພິທະພັນຫໍພະແກ້ວ,ທ່ານເຈົ້າຄອງນະຄອນຫລວງວຽງຈັນ, ພ້ອມດ້ວຍມວນຊົນຊາວນະຄອນຫລວງວຽງຈັນເຂົ້າຮ່ວມເປັນຈໍານວນຫລາຍ.

ໃນໂອກາດນີ້, ທ່ານຮອງເຈົ້າຄອງນະຄອນຫລວງວຽງຈັນ ສາຍທອງ ແກ້ວດວງດີ ໄດ້ຂຶ້ນລາຍງານຜົນສໍາເລັດຂອງການປະຕິສັງຂອນຫໍດັ່ງກ່າວໃນໄລຍະທີ 1 ວ່າ: ມາຮອດເດືອນມັງກອນ 2016 ເຫັນວ່າການປະຕິບັດໂຄງການດັ່ງກ່າວມີຄວາມຄືບໜ້າປະມານ 73% ແລະ ໄດ້ນໍາໃຊ້ງົບປະມານໄປແລ້ວ
ຫລາຍກວ່າ 3,9 ຕື້ກີບໃນຈໍານວນວົງເງິນຮັບເໝົາທັງໝົດ 6,3 ຕື້ກວ່າກີບ, ຊຶ່ງໜ້າວຽກທີ່ສໍາເລັດແລ້ວປະກອບມີ: ການຮື້ຖອນ ແລະ ສ້ອມແປງຫລັງຄາ, ເພດານດ້ານໃນ ແລະ ດ້ານນອກ, ສ້ອມແປງປະຕູ, ປ່ອງຢ້ຽມ, ຝາລະບຽງ, ຂັ້ນໄດ, ພື້ນ ແລະ ທາສີຕ່າງໆ. ສ່ວນໜ້າວຽກທີ່ຈະສືບຕໍ່ປະຕິບັດໃນໄລຍະທີ 2 ແລະ 3 ແມ່ນສືບຕໍ່ຕິດຕັ້ງລະບົບເຕືອນໄພ, ດັບເພິງ, ລະບົບໄຟຟ້າສ້ອມແປງພື້ນ, ຂັ້ນໄດ, ທາສີກໍາແພງ, ປັບປຸງເດີ່ນຫຍ້າ, ທາງຍ່າງ, ຕົບແຕ່ງສວນດອກໄມ້ໃຫ້ມີຄວາມສວຍງາມ ແລະ ສ້າງຫໍວາງສະແດງວັດຖຸພັນຕ່າງໆໃຫ້ສໍາເລັດ.

No comments:

Post a Comment