Ad

Ad

23 February 2016

ໂຮງໝໍ​ແມ່ ​ແລະ ​ເດັກ​ ຈະລົງ​ຊ່ວຍ​ເຫຼືອ​ແຂວງ​ຊຽງ​ຂວາງ​ຮັກສາ​​ສຸຂະພາບ​​ແມ່ຍິງ​ຜູ້​ທຸກ​ຍາກໂດຍ​ບໍ່​​ເສຍ​ຄ່າ​ບໍລິການ

ທ່ານ ຮອງສາສະດາຈານ ດຣ ບົວວັນແສນສະຖິດ ອຳນວຍການໂຮງໝໍແມ່ແລະ ​​ເດັກ​​ແດງສູນກາງໃຫ້ສຳພາດຕໍ່ນັກຂ່າວວກເຮົາວ່າ: ​​ເພື່ອກະກຽມໃກ້ແກ່ສະເຫຼີມສະຫຼອງວັນ​​ສ້າງຕັ້ງໂຮງໝໍ​​ແມ່ແລເດັກຄົບຮັບ 22 ປີ ( ປີ 1994 – 2016 ), ທັງເປັນການສ້າງຜົນງານຄ່ຳນັບຮັບຕ້ອນວັນສຳຄັນຕ່າງໆຂອງຊາດໃຫ້ມີຂະບວນການຟົດຟື້ນໂຮງໝໍແມ່ ແລະ ເດັກ ຈະຮ່ວມກັບໂຄງການໂຮງໝໍລາວ-ສະວິດລົງບໍລິການກວດ ແລະ ປິ່ນປົວພະຍາດຍິງຜູ້ທຸກຍາກຂາດເຂີນແລະ ດ້ອຍໂອກາດຢູ່ເຂດຫ່າງໄກສອກຫຼີກຂອງແຂວງຊຽງຂວາງໂດຍບໍ່ເສຍຄ່າບໍລິການໃດໆຄື: ຢູ່ໂຮງ ໝໍເມືອງຄຳ, ເມືອງຄູນ, ​ເມືອງພູກູດ, ເມືອງໜອງແຮດ ແລະ ໂຮງໝໍແຂວງດັ່ງກ່າວທີ່ເປັນນະໂຍບາຍຂອງໂຄງ ການຮ່ວມມືລະຫວ່າງໂຮງໝໍແມ່ ແລະ
ເດັກ ແລະ ໂຄງການໂຮງໝໍລາວ-ສະວິດເພື່ອຊ່ວຍໃຫ້ແມ່ຍິງຜູ້​​ດ້ອຍໂອກາດແລະ ທຸກຍາກຂາດເຂີນໃນເຂດຫ່າງ​​ໄກສອກຫຼີກ,​ ໄດ້ເຂົ້າເຖິງການບໍລິການປິ່ນປົວສຸຂະພາບໄດ້ຢ່າງທົ່ວເຖິງ, ​ເປັນຕົ້ນແມ່ນ​​ແມ່ຍິງເຜົ່າມົ້ງ, ໂດຍຈະມີແພດຜູ້ຊ່ຽວຊານດັ່ງທ່ານ ດຣ ອວກ ລາວເປີ ( Dr Urs laoper ) ຫົວໜ້າໂຄງການໂຮງໝໍລາວ-ສະວິດແລະ ທ່ານ ຮສຈ ດຮ ບົວວັນ​ ​ແສນສະຖິດ ອຳນວຍການໂຮງໝໍແມ່ແລະເດັກ, ພ້ອມດ້ວຍທີແພດຊ່ຽວຊານພະຍາດຍິງຈຳນວນໜຶ່ງ, ຊຶ່ງ​​ຈະໃຊ້ເວລາປະມານ 2 ອາທິດ​.

ອຳນວຍການໂຮງໝໍດັ່ງກ່າວໃຫ້ຮູ້ອີກວ່າ: ຜ່ານມາໂຮງໝໍຂອງຕົນໄດ້ຮ່ວມກັບໂຄງການໂຮງໝໍລາວ​-ສະວິດລົງຊ່ວຍເຫຼືອ​​ປິ່ນປົວສຸຂະພາບ​​ແມ່ຍິງຜູ້ທີ່ທຸກຍາກຂາດເຂີນເຂດຫ່າງໄກສອກຫຼີກຢູ່ແຂວງຕ່າງໆມາແລ້ວຫຼາຍຄັ້ງແລະ ​​ສັງເກດເຫັນວ່າຍັງມີແມ່ຍິງຈຳນວນຫຼາຍທີ່ຍັງບໍ່ທັນໄດ້ເຂົ້າເຖິງການບໍລິການປິ່ນປົວສຸຂະພາບທີ່ດີ, ດັ່ງນັ້ນທາງໂຮງໝໍແມ່ແລະເດັກແລະໂຄງການໂຮງໝໍລາວ-ສະວິດຈຶ່ງໄດ້ຮ່ວມກັນກຳນົດນະໂຍບາຍຊ່ວຍເຫຼືອ​​​ເຂົາເຈົ້າໃຫ້ ສາມາດເຂົ້າເຖິງການບໍລິການປິ່ນປົວສຸຂະພາບໄດ້ຫຼາຍຂຶ້ນໃນແຕ່ລະປີ, ອຳນວຍການໂຮງໝໍແມ່ແລະເດັກໃຫ້ຮູ້ອີກວ່າ​:​​ ໃນປີຜ່ານມາມີຜູ້ມາເກີດລູກນຳໂຮງໝໍຂອງຕົນຫຼາຍກວ່າ 7600 ຄົນແລະຮັບປະກັນບໍ່ມີຜູ້ເສຍຊີວິດ, ທັງແມ່ແລະເດັກມີສຸຂະພາບແຂງ​​ແຮງດີ.

No comments:

Post a Comment