Ad

Ad

23 February 2016

ຕ້ອງ​ໄດ້ແກ້ໄຂຫລາຍດ້ານໃນການປະຕິບັດຄໍາຕັດສີນຂອງສານໃຫ້ມີຄວາມຖືກຕ້ອງວ່ອງໄວ​ເດັດຂາດ

            ການຈັດຕັ້ງປະຕິບັດຄໍາຕັດສີນຂອງສານແມ່ນຂັ້ນຕອນສຸດທ້າຍຂອງຂະບວນການຍຸຕິທໍາ ແລະ ເປັນຂັ້ນຕອນທີ່ມີຄວາມຫຍຸ້ງຍາກ, ເນື່ອງຈາກເປັນການນໍາເອົາຄໍາສັ່ງ, ຄໍາຊີ້ຂາດ, ຄໍາຕັດສີນຫລືຄໍາພິພາກສາຂອງສານທີ່ໃຊ້ໄດ້ຢ່າງເດັດຂາດແລ້ວມາຈັດຕັ້ງປະຕິບັດໃຫ້ຖືກຕ້ອງ ແລະ ເປັນທໍາ.
ພະແນກຍຸຕິທໍານະຄອນຫລວງວຽງຈັນໃຫ້ຮູ້ວ່າ: ການປະຕິບັດຄໍາຕັດສີນຂອງສານແມ່ນຂະບວນການປະຕິບັດກົດໝາຍທີ່ສໍາຄັນ ແລະ ເປັນໜຶ່ງໃນຫົກປາກົດການຫຍໍ້ທໍ້ໃນສັງຄົມຄື: ໃນໄລຍະຜ່ານມາພາກສ່ວນກ່ຽວຂ້ອງຈຶ່ງໄດ້ພະຍາຍາມຂະຫຍາຍຕາໜ່າງວຽກງານດັ່ງກ່າວນັບແຕ່ສູນກາງລົງຮອດທ້ອງຖິ່ນ, ໂດຍສະເພາະສ້າງຖັນແຖວພະນັກງານໃຫ້ມີຄວາມຮູ້ດ້ານກົດໝາຍເລິກເຊິ່ງ ແລະ ມີປະສົບການໃນການແກ້ົໄຂຄະດີ, ເພື່ອສ້າງຄວາມເຊື່ອໝັ້ນໃຫ້ແກ່ພົນລະເມືອງ, ນັກລົງທຶນທັງພາຍໃນ ແລະຕ່າງປະເທດຫລາຍຂຶ້ນ, ທັງເປັນການສະກັດກັ້ນການລະເມີດລະບຽບກົດໝາຍ, ຮັບປະກັນໃຫ້ສັງຄົມມີຄວາມສະຫງົບເປັນລະບຽບຮຽບຮ້ອຍ ແລະ ມີຄວາມຍຸຕິທໍາໂດຍພື້ນຖານ, ຊຶ່ງສະແດງໃຫ້ເຫັນໃນ

ໄລຍະ 5 ປີຜ່ານມາຢູ່ນະຄອນຫລວງວຽງຈັນມີຄະດີເກີດຂຶ້ນຫລາຍກວ່າ 9 ພັນເລື່ອງ, ໃນນີ້ຄະດີແພ່ງຫລາຍກວ່າ 3.700 ເລື່ອງ, ຄະດີອາຍາຫລາຍກວ່າ 5.800 ເລື່ອງ, ສາມາດປະຕິບັດສໍາເລັດ 2.442 ເລື່ອງ, ໃນນັ້ນຄະດີແພ່ງ 1.890 ເລື່ອງ, ຄະດີອາຍາ 618 ເລື່ອງ,ໂດຍໄດ້ດໍາເນີນການປັບໄໝແລະຮິບເປັນຂອງລັດຫລາຍກວ່າ 1,8 ຕື້ກີບ, ຍຶດພາຫະນະ 28 ຄັນ, ຮິບທີ່ດິນມອບໃຫ້ລັດຄຸ້ມຄອງ 35 ຕອນໃນເນື້ອທີ່ 1,5 ລ້ານເຮັກຕາ, ນອກຈາກນີ້ຍັງສາມາດເກັບກູ້ໜີສີນມອບໃຫ້ບຸກຄົນໄດ້ຫລາຍກວ່າ 13 ຕື້ກວ່າກີບ,49 ລ້ານບາດ(ສະກຸນເງິນໄທ) ແລະ 6,5ລ້ານໂດລາສະຫະລັດ, ມີທີ່ດິນ 18 ຕອນ, ເຮືອນ 18 ຫລັງ ແລະ ຊັບສີນອື່ນໆຈໍານວນໜຶ່ງ.

ຍ້ອນວຽກງານການຈັດຕັ້ງປະຕິບັດຄໍາຕັດສີນຂອງສານເປັນວຽກທີ່ຫຍຸ້ງຍາກ ແລະ ມີຜົນກະທົບໂດຍກົງຕໍ່ການປະຕິບັດໜ້າທີ່ຂອງພະນັກງານ, ຈຶ່ງເຮັດໃຫ້ຂະແໜງດັ່ງກ່າວຈະຕ້ອງໄດ້ສືບຕໍ່ເອົາໃຈໃສ່ແກ້ໄຂບັນດາຂໍ້ຄົງຄ້າງຕ່າງໆຄື: ກົດໝາຍວ່າດ້ວຍການຈັດຕັ້ງປະຕິບັດຄໍາຕັດສີນຂອງສານບາງມາດຕາຍັງກໍານົດເນື້ອໃນບໍ່ທັນຄົບຖ້ວນ,ຈະແຈ້ງ ແລະ ບໍ່ແທດເໝາະກັບສະພາບຄວາມເປັນຈິງຂອງສັງຄົມໃນປະເທດເຮົາ, ພະນັກງານທີ່ເຮັດວຽກຕົວຈິງຍັງບໍ່ພຽງພໍເມື່ອທຽບກັບຈໍານວນຄໍາຕັດສີນຂອງສານ, ສ່ວນຫລາຍແມ່ນພະນັກງານໜຸ່ມນ້ອຍ, ປະສົບການເຮັດວຽກບໍ່ຫລາຍແລະ ຈໍານວນໜຶ່ງແມ່ນບໍ່ໄດ້ຜ່ານການຝຶກອົບຮົມກ່ຽວກັບວຽກງານດັ່ງກ່າວ, ນອກຈາກນີ້ມີຈໍານວນໜຶ່ງແມ່ນຂາດຈັນຍາບັນໃນການປະຕິບັດໜ້າທີ່ວຽກງານຂອງຕົນ, ຜູ້ຖືກປະຕິບັດຄໍາຕັດສີນຈໍານວນໜຶ່ງເປັນຄົນທຸກຍາກ, ບາງຈໍານວນພວມປະຕິບັດໂທດຢູ່ຄ້າຍຄຸມຂັງຫລືເວລາປະຕິບັດໂທດສໍາເລັດຖືກປ່ອຍຕົວແລ້ວເອົາຕົວຫລົບໜີ, ບາງຄໍາຕັດສີນຂອງສານໄດ້ຮັບການພິຈາລະນາຫລາຍເທື່ອຫລືມີການຕັດສີນແລ້ວແຕ່ຮື້ຟື້ນຄືນໃໝ່ແລະໄດ້ຕັດສີນປີ້ນກັບສິ່ງທີ່ໄດ້ປະຕິບັດ,ຜູ້ຖືກປະຕິບັດຄໍາຕັດສີນຂອງສານຈໍານວນໜຶ່ງຂຽນໃບຄໍາຮ້ອງໄປຫາຫລາຍພາກສ່ວນເປັນຕົ້ນ: ສະພາແຫ່ງຊາດ, ຫ້ອງວ່າການລັດຖະບານ, ຫ້ອງວ່າການປະທານປະເທດ, ອົງການກວດກາແຫ່ງລັດ ແລະ ອື່ນໆເພື່ອແກ່ຍາວເວລາຈຶ່ງເຮັດໃຫ້ມີຄໍາເຫັນມາຈາກພາກສ່ວນຕ່າງໆບໍ່ເອກະພາບກັນ ແລະ ງົບປະມານ, ພາຫະນະ,ອຸປະ ກອນຮັບໃຊ້ວຽກງານຈັດຕັ້ງປະຕິບັດຄໍາຕັດສີນຂອງສານຍັງມີຈໍາກັດ ແລະ ຂາດສະຖານທີ່ເກັບມ້ຽນຂອງກາງຄະດີຈຶ່ງເຮັດໃຫ້ມີຄວາມຫຍຸ້ງຍາກໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ.

No comments:

Post a Comment