Ad

Ad

23 February 2016

ລົດ​​ໂດ​ຍສານ​ຕຳ​ລົດ​ຕູ້​ ຢູ່​​ທາງຕັດໃໝ່ເມືອງນານ-ກາສີ ​ເສຍ​ຊີວິດ​ 5 ຄົນ ​ແລະ ບາດ​ເຈັບຈຳນວນ​ຫລາຍ


        ​ເຈົ້າໜ້າທີ່ ຈະລາຈອນແຂວງວຽງຈັນລາຍງານໃຫ້ຮູ້ວ່າ: ​ເວລາປະມານ 9:30 ​ໂມງຂອງວັນທີ 21 ກຸມພານີ້, ໄດ້ເກີດອຸປະ ຕິເຫດຢ່າງຮ້າຍແຮງ ມີລົດໂດຍສານ ໝາຍເລກທະບຽນ ບກ 6551 ກຳແພງນະຄອນແລ່ນມາແຕ່ຫລວງພະບາງເພື່ອມຸ້ງໜ້າມານະຄອນຫລວງວຽງຈັນແຕ່ພໍມາຮອດເຂດບ້ານທົ່ງເມືອດ, ເມືອງກາສີ ໃນເສັ້ນທາງຕັດໃໝ່ເມືອງນານ-ກາສີ, ຊຶ່ງເປັນທາງຄົດໂຄ້ງ ບວກໃສ່ກັບສະພາບເຕັກນິກຂອງລົດບໍ່ພ້ອມຈຶ່ງເຮັດໃຫ້ເສຍຫລັກພຸ້ງໄປຕຳເອົາລົດຕູ້ໝາຍເລກທະບຽນ ກກ 5536 ຫລວງພະບາງທີ່ແລ່ນສວນທາງມາຢ່າງແຮງ, ​ເຮັດໃຫ້ຄົນຂັບແລະ ຜູ້ໂດຍສານໃນລົດຕູ້ເສຍຊີວິດ 5 ຄົນຄື: ທ້າວ ຈັນພູທອນ (ຜູ້ຂັບລົດ), ອາຍຸ 36 ປີ ຢູ່ບ້ານສັງກະໂລກ, ​ເມືອງແລະແຂວງຫລວງພະບາງ, ທ້າວ ຈອງຊືຈູ, ນາງ ລີຊ່ອງຫໍ່, ນາງ​ ​ໂຈອຶນອົກແລະ ນາງ ລີເຊີກຽງ ທັງ 4 ຄົນເປັນນັກທ່ອງທ່ຽວຊາວເກົາຫລີ. ນອກຈາກນີ້, ຍັງມີຜູ້ໂດຍສານ​​ໃນລົດເມໄດ້ຮັບບາດເຈັບສາຫັດ​ 9 ຄົນ, ສົມຄວນ 6 ຄົນແລະ ບາດເຈັບເລັກນ້ອຍ 9 ຄົນ. ສ່ວນລາຍລະອຽດຂອງການເກີດອຸປະຕິເຫດດັ່ງກ່າວເຈົ້າໜ້າທີ່ພວມເລັ່ງສືບສວນ-ສອບສວນ.

No comments:

Post a Comment