Ad

Ad

23 February 2016

ຊາວພຸດລາວມີໂອກາດກາບໄຫວ້ຄໍາພີພຣະໄຕປີດົກອາຍຸຫລາຍກວ່າ 2 ພັນປີ

ຊາວພຸດລາວຈໍານວນຫລາຍໄດ້ມີໂອກາດກາບໄຫວ້ສັກກະລະບູຊາຄໍາພີພຣະໄຕປີດົກທີ່ມີອາຍຸຫລາຍກວ່າ 2 ພັນປີທີ່ວັດອົງຕື້ມະຫາວິຫານ, ນະຄອນຫລວງວຽງຈັນໃນຕອນບ່າຍວັນທີ 20 ກຸມພານີ້, ພາຍຫລັງຄະນະກຳມະການຈັດງານມາຄະບູຊາອາຊຽນ ໄດ້ຈັດພິທີຕ້ອນຮັບພຣະໄຕປີດົກເກົ່າແກ່ທີ່ສຸດໃນໂລກດັ່ງກ່າວ, ເຊິ່ງເປັນພາສາໃນສະໄໝຂອງອົງສົມເດັດພຣະສຳມາສຳພຸດທະເຈົ້າທີ່ໄດ້ອັງເຊີນມາຈາກປະເທດນອກແວ. ໂດຍການຮ່ວມມືລະຫວ່າງມະຫາເຖຣະສະມາຄົມປະເທດໄທ ແລະ ກະຊວງວັດທະນະທຳນອກແວ, ສະຖາບັນອະນຸລັກສະເຄີເຍນແຫ່ງນອກແວເພື່ອອັງເຊີນ ທຳມະເຈດີເກົ່າແກ່ທີ່ສຸດໃນໂລກວຽນໄປໃນ10 ປະເທດອາຊຽນ ເພື່ອສະເຫຼີມສະຫຼອງການເປີດປະຊາຄົມອາຊຽນດ້ວຍການສູດສາທະຍາຍພຣະໄຕປິດົກ, ເຊິ່ງປະຊາຄົມອາຊຽນມີຊາວພຸດຫຼາຍກວ່າ 150 ລ້ານຄົນ.

ສໍາລັບພິທີອັນເຊີນ ທຳມະເຈດີມາປະດິດສະຖານ ແລະ ສູດສາທະຍາຍຢູ່ ສປປ ລາວ ແມ່ນເປັນປະເທດທີສອງຂອງອາຊຽນທີ່ໄດ້ຈັດຂຶ້ນໃນລະຫວ່າງວັນທີ 20-23 ກຸມພານີ້ຢູ່ທີ່ວັດອົງຕື້ມະຫາວິຫານຖັດຈາກປະເທດມຽນມາ ເພື່ອເຜີຍແຜ່ພະກຽດຕິຄຸນໃຫ້ຂະຫຍາຍໄປທົ່ວອາຊຽນ ແລະ ທົ່ວໂລກ ໃນຖານະທີ່ຊົງເປັນເອກອັກຄາສະນູປະຖຳທີ່ຍິ່ງໃຫຍ່ ແລະ ຊົງເປັນພະພຸດທະມາມກະທີ່ເປັນແບບຢ່າງທີ່ດີຂອງຊາວພຸດຕະຫຼອດເປັນການສົ່ງເສີມຄວາມສຳພັນດ້ານພຸດທະສາດສະໜາທີ່ແໜ້ນແຟ້ນໃນໝູ່ປະຊາຄົມອາຊຽນອີກດ້ວຍ.

ເຂົ້າຮ່ວມໃນພິທີອັນສຳຄັນຄັ້ງນີ້ມີພຣະອາຈານໃຫຍ່ ດຣ ມະຫາງອນ ດຳລົງບຸນ ປະທານອົງການພຸດທະສາສະໜາສຳພັນລາວ, ພຣະອາຈານໃຫຍ່ ສຸທິ ປະທານຄະນະກຳມະການຮັບຜິດຊອບເຄື່ອນໄຫວພຣະໄຕປິດົກແຫ່ງປະເທດໄທ, ທ່ານ ສາຍທອງ ແກ້ວດວງດີ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານນາງ ສະດາຣັດ ເກຍຸຣາພັນ ນາຍົກອົງການນິຕິບັນດິດສຶກສາແຫ່ງມະຫາວິທະຍາໄລ ຈຸລາລົງກອນຣາຊວິທະຍາໄລ ພ້ອມນີ້ຍັງມີພຣະເທລານຸເທລະ ແລະ ມວນຊົນຊາວນະຄອນຫລວງວຽງຈັນເຂົ້າຮ່ວມເປັນຈໍານວນຫລາຍເພື່ອກາບໄຫວ້ສັກກະລຸບູຊາພຣະໄຕປີດົກດັ່ງກ່າວ.

No comments:

Post a Comment