Ad

Ad

23 February 2016

ການ​ສ້າງ​ວຽກ​ເຮັດ​ງານ​ທຳຂອງ​ປະ​ເທດ​ອາ​ຊຽນ 85% ​​ແມ່ນ​ມາ​ຈາກ​ທຸລະ​ກິດ​ຂະໜາດ​ນ້ອຍ ​ແລະ ກາງ

ປະທານວິຊາຊີບນັກບັນຊີແລະນັກກວດສອບລາວ, ກ່າວໃນກອງປະຊຸມວິຊາການພາຍໃຕ້ຫົວຂໍ້​​ໂອກາດແລະ ສິ່ງທ້າທາ​​ໃນການຂະຫຍາຍຕົວຂອງວິສະຫະກິດຂະໜາດນ້ອຍແລະ ກາງໃນ​​ອາຊຽນເມື່ອມໍ່ໆມານີ້ວ່າ: ປັດຈຸບັນ​​ວິສາຫະກິດຂະໜາດນ້ອຍແລະ ກາງ​​ໄດ້ປະກອບສ່ວນເຂົ້າໃນລວມຍອດ​​ຜະລິດຕະພັນພາຍໃນ (GDP)ຂອງໂລກປະມານ​ 30%, ​ແຕ່ວິສາຫະກິດດັ່ງກ່າວກໍ່ມີຄວາມສຳຄັນຫຼາຍທາງດ້ານຈຳນວນ ຊຶ່ງກວມເອົາເຖິງ 90 % ຂອງວິສາຫະກິດທັງໝົດໃນ​​ທຸກໆປະເທດຂອງໂລກແລະ ຍັງປະກອບສ່ວນສຳຄັນເຂົ້າໃນ​​ຊີວິດປະຈຳວັນຂອງປະຊາຊົນ,​ ໂດຍສະເພາະແມ່ນການສ້າງວຽກເຮັດງານ
ທຳໃຫ້ແກ່ປະຊາຊົນໃນໂລກຫຼາຍກວ່າ 50 %  ​ແລະ ສະເພາະການສ້າງວຽກເຮັດງານທຳຂອງປະເທດອາຊຽນປະມານ 85 %, ​​ແມ່ນມາຈາກທຸລະກິດຂະໜາດນ້ອຍແລະ ກາງ, ​ຖືວ່າເປັນກະດູກສັນຫຼັງຂອງປະເທດທີ່ກຳລັງພັດທະນາ ​​ແລະ ການພັດທະນາວິສາຫະກິດຂະໜາດນ້ອຍແລະ ກາງຂອງແຕ່ປະເທດໃນໂລກ, ກໍຄືປະເທດລາວເຮົາ, ລ້ວນແລ້ວແຕ່ເປັນພື້ນຖານສຳຄັນເພື່ອໃຫ້ບັນລຸການຂະຫຍາຍຕົວທາງດ້ານ​​ເສດຖະກິດ​​ໄລຍະຍາວແບບຍືນຍົງ,​ ແຕ່ປັດຈຸບັນວິສາຫະກິດຂະໜາດນ້ອຍ ​​ແລະ ກາງຫຼາຍກ່າວເຄິ່ງໜຶ່ງແມ່ນຍັງບໍ່ສາມາດເຂົ້າເຖິງແຫ່ງທຶນ, ຊຶ່ງເປັນສິ່ງກີດກັນເຮັດໃຫ້ເຂົ້າເຈົ້າບໍ່ສາມາດຂະຫຍາຍຕົວໄດ້.
  

No comments:

Post a Comment