Ad

Ad

22 February 2016

ງານມະຫາກໍາບຸນຊ້າງແຂວງໄຊຍະບູລີ 2016 ເປີດຂຶ້ນແລ້ວ

          ງານມະຫະກໍາບຸນຊ້າງແຂວງໄຊຍະບູລີ 2016 ເປີດຂຶ້ນແລ້ວໃນວັນທີ 19-21 ກຸມພານີ້ ທີ່ເທສະບານແຂວງດັ່ງກ່າວເປັນຄັ້ງທີ 10 ເພື່ອແນໃສ່ສົ່ງເສີມການທ່ອງທ່ຽວ ແລະ ເປັນການອະນຸລັກຊ້າງໃຫ້ມີປະສິດທິຜົນ ແລະ ກວ້າງຂວາງ, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ອາຊາງ ລາວລີ ຮອງນາຍົກລັດຖະມົນຕີ, ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ແລະ ມວນຊົນຊາວແຂວງໄຊຍະບູລີ, ພ້ອມດ້ວຍນັກທ່ອງທ່ຽວເຂົ້າຮ່ວມເປັນຈຳນວນຫລາຍ.
ທ່ານ ຍັນຍົງ ສີປະເສີດ ຮອງເຈົ້າແຂວງໄຊຍະບູລີ, ທັງເປັນປະທານຄະນະກໍາມະການຈັດງານ ມະຫະກໍາບຸນຊ້າງປີນີ້, ມີຄຳເຫັນໃນພິທີວ່າ: ງານມະຫະກໍາບຸນຊ້າງ ຖືເປັນເທດສະການບຸນໃຫຍ່ຂອງ
ແຂວງໄຊຍະບູລີ, ທີ່ສ່ອງແສງເຖິງປະຫວັດສາດຄວາມເປັນມາຂອງ ສປປ ລາວ ໃນອະດີດທີ່ມີປະຊາກອນຊ້າງເປັນຈໍານວນຫລວງຫລາຍອັນໄດ້ຕິດພັນກັບການດໍາລົງຊິວີດຂອງປະຊາຊົນລາວບັນດາເຜົ່າ. ພ້ອມນັ້ນ, ກໍເພື່ອເປັນການເສີມຂະຫຍາຍຮີດຄອງປະເພນີອັນດີງາມຂອງຊາດຂອງປະຊາຊົນລາວບັນດາເຜົ່າ ທີ່ ເປັນເອກະລັກ ບວກກັບມູນເຊື້ອຄວາມດຸໝັ່ນຂະຫຍັນພຽນ ແລະ ພິລາອາດຫານໃນການປົກປັກຮັກສາ ແລະ ສ້າງສາພັດທະນາແຂວງກ້າວຂຶ້ນຢ່າງບໍ່ຢຸດຢັ້ງ ດັ່ງຄໍາຂັວນທີ່ວ່າ: "ແຂວງໄຊຍະບູລີ ເປັນດິນແດນຍາວສຸດຫລ້າ, ດ່ານໜ້າທີ່ແຂງແກ່ນ,ແດນພູເຂົາແຫ່ງຄໍາຂຽວ,ຊ້າງ ຄໍາຮູ້ພູໄຟ, ດອກຝ້າຍຈັນ, ວັດທະນະທໍາເຜົ່າຫລາຍສີສັນ ພະລັງດັນສູ່ຄວາມມັ່ງຄັ່ງ".

          ທ່ານກ່າວວ່າ: ງານຄັ້ງນີ້ໄດ້ຈັດຂຶ້ນເປັນຄັ້ງທີ 10 ແລ້ວ, ໂດຍເລີ່ມແຕ່ປີ 2007 ເປັນຕົ້ນມາ. ສະເພາະ ປີນີ້ໄດ້ມີຊ້າງເຂົ້າຮ່ວມທັງໝົດ 67 ເຊືອກ ເພື່ອນຳມາສະແດງດ້ວຍຫລາຍກິດຈະກໍາທີ່ສຳຄັນເຊັ່ນ: ປະກວດຊ້າງງາມ ປະຈໍາປີ 2016, ພິທີບາສີສູ່ຂວນຊ້າງ, ຂະບວນຂີ່ຊ້າງອ້ອມຕົວເມືອງ, ກິດຈະກໍາການສະແດງກ່ຽວກັບ ຊ້າງຄໍາຮູ້ ແລະ ອື່ນໆ. ນອກນັ້ນ, ຍັງມີງານວາງສະແດງສິນຄ້າປະເພດຕ່າງໆ ປະມານ 150 ຮ້ານຈາກພາກສ່ວນຕ່າງໆ, ເຊິ່ງເລີ່ມມາແຕ່ວັນທີ 15 ກຸມພາ, ພ້ອມການສະແດງສິລະປະ, ມວຍລາຍລາວ ແລະ ການຂັບລຳແຕ່ລະເຜົ່າທີ່ດຳລົງຊີວິດຢູ່ແຂວງໄຊຍະບູລີ ແລະ ອື່ນໆດ້ວຍບັນຍາກາດອັນຟົດຟື້ນ.

No comments:

Post a Comment