Ad

Ad

22 February 2016

ອພບ ກຽມປັບປຸງຂອດເກັບມ້ຽນຂີ້ເຫຍື້ອໃນຕົວເມືອງໃຫ້ມີປະສິດທິພາບສູງຂຶ້ນ

ຮອງປະທານອົງການບໍລິ ຫານ ແລະ ພັດທະນາຕົວເມືອງນະ ຄອນຫຼວງວຽງຈັນ (ອພບ) ໄດ້ ໃຫ້ສຳພາດຕໍ່ນັກພວກເຮົາເມື່ອມໍ່ໆມານີ້ວ່າ: ປັດຈຸບັນອົງການຂອງຕົນ ມີແຜນຈະປັບປຸງຂອດການເກັບ ມ້ຽນຂີ້ເຫຍື້ອໃນຕົວເມືອງໃຫ້ມີປະສິທິຜົນສູງຂຶ້ນ ແລະ ຖືກຕ້ອງຕາມ ກຳນົດນັດໝາຍ, ຍ້ອນວ່າຜ່ານມາ ນີ້ການເກັບມ້ຽມຂີ້ເຫຍື້ອຢູ່ບາງຈຸດຍັງຊັກຊ້າບໍ່ຖືກຕ້ອງຕາມເວລານັດໝາຍ, ຍ້ອນລຳພັງພຽງ ອພບ ໜ່ວຍງານດຽວ, ດັ່ງນັ້ນ ມັນຈຳ ເປັນຕ້ອງມອບໃຫ້ບໍລິສັດເອກະຊົນ ເຂົ້າມາມີສ່ວນຮ່ວມໃນການເກັບ ມ້ຽນຂີ້ເຫຍື້ອເຖິງ 8 ບໍລິສັດ, ແຕ່ກໍ ຍັງບໍ່ສາມາດເກັບມ້ຽນໄດ້ທັນເວ ລາ, ຍ້ອນຄວາມພ້ອມດ້ານບຸກຄະ ລາກອນ ແລະ ພາຫະນະຮັບໃຊ້ ທີ່ມີບໍ່ພຽງພໍ, ບວກກັບເປັນວຽກ ທີ່ເປິະເປື້ອນ ແລະ ເມື່ອບໍ່ດົນມານີ້
ລັດຖະບານລາວກໍຄື  ອພບ ເອງກໍ ໄດ້ຮັບການຊ່ວຍເຫຼືອລົດເກັບມ້ຽນຂີ້ເຫຍື້ອຈາກລັດຖະບານຍີ່ປຸ່ນຈຳ ນວນໜຶ່ງ, ຊຶ່ງຈະເປັນເງື່ອນໄຂໃຫ້ ວຽກງານເກັບມ້ຽນຂີ້ເຫຍື້ອຂອງ  ອພບ ມີປະສິດທິພາບສູງຂື້ນ ແລະ ປັດຈຸ ບັນ ອພບ ເອງກໍມີແຜນທີ່ຈະ ປັບປຸງຂອດການເກັບມ້ຽນຂີ້ເຫຍື້ອດ້ວຍການເພີ່ມຄ່າຕອບແທນກໍຄືຈຳນວນບຸກຄະລະກອນ ແລະ  ພາຫະ ນະເພີ່ມບໍລິສັດເອກະຊົນໃຫ້ເຂົ້າມາມີສ່ວນຮ່ວມໃນວຽກງານນີ້ຫຼາຍ ຂຶ້ນ, ພ້ອມຈະໄດ້ແບ່ງເຂດຮັບຜິດ ຊອບໃນການເກັບມ້ຽນຂີ້ເຫຍື້ອ ຂອງແຕ່ລະໜ່ວຍງານຮັບຜິດຊອບໃຫ້ສອດຄ່ອງຊຶ່ງໃນເມື່ອກ່ອນ ລົດເກັບຂີ້ເຫຍື້ອຄັນໜຶ່ງຕ້ອງເກັບ ຂີ້ເຫຍື້ອເຖິງ 34 ບ້ານ ຫຼື ຫຼາຍ ກວ່ານັ້ນ, ບວກກັບບາງຄັ້ງລົດ ເກັບມ້ຽນຂີ້ເຫຍື້ອເປ່ເພ, ແຕ່ບໍ່ມີລົດ ສຳຮອງຈຶ່ງເຮັດໃຫ້ການເກັບມ້ຽນຂີ້ເຫຍື້ອຊັກຊ້າບໍ່ຖືກຕາມເວລານັດໝາຍ, ດັ່ງນັ້ນ ຈຶ່ງເຊື່ອວ່າເມື່ອໃດ ການປັບປຸງຂອດບໍລິການດັ່ງກ່າວສຳເລັດເຊື່ອວ່າຈະເຮັດໃຫ້ການ ເກັບມ້ຽນຂີ້ເຫຍື້ອໃນຕົວເມືອງນະ ຄອນຫຼວງວຽງຈັນມີປະສິດທິພາບດີຂຶ້ນ.

ຮອງປະທານ ອພບ ໃຫ້ຮູ້ອີກ ວ່າ: ປັດຈຸບັນມື້ໜຶ່ງໜ່ວຍງານກ່ຽວຂ້ອງຂອງຕົນສາມາດເກັບ ມ້ຽມຂີ້ເຫຍື້ອໃນຕົວເມືອງໄປບໍ່ຂີ້ເຫຍື້ອຫຼັກ 32 ໄດ້ພຽງ 60% ຂອງຂີ້ເຫຍື້ອທີ່ມີການຜະລິດອອກມາ, ຊຶ່ງໂດຍສະເລ່ຍແລ້ວພົນລະເມືອງ ໃນແຕ່ລະມື້ຜູ້ໜຶ່ງຈະຜະລິດຂີ້ເຫຍື້ອອອກ 0,6 ກິໂລກຼາມ, ສະນັ້ນເພື່ອ ເຮັດໃຫ້ວຽກງານເກັບມ້ຽນຂີ້ເຫຍື້ອມີປະສິດທິພາບສູງຂຶ້ນ.

No comments:

Post a Comment