Ad

Ad

22 February 2016

ດີໃຈລາຄານ້ຳມັນຫລຸດລົງອີກແລ້ວ

          ການປັບລົງລາຄາຂາຍຍ່ອຍຂອງນ້ຳມັນຢູ່ໜ້າປ້ຳຄັ້ງໃໝ່ນີ້, ຊຶ່ງໄດ້ເລີ່ມຈັດຕັ້ງປະຕິບັດ ນັບແຕ່ວັນທີ 19 ກຸມພາຜ່ານມານີ້ ແລະ ຖືໄດ້ວ່າເປັນການປັບລົງຄັ້ງທີ 3 ຕິດຕໍ່ກັນໃນຕົ້ນປີ 2016ນີ້.

          ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກແຈ້ງການເລກທີ 0315/ອຄ.ຄພນ ລົງວັນທີ 17 ກຸມພາ 2016 ເລື່ອງປັບລົງລາຄານ້ຳມັນແອັດຊັງ ແລະ ນ້ຳມັນກາຊວນ ໃນຂອບເຂດທົ່ວປະເທດຄື: ເຮັດໃຫ້ລາຄານ້ຳມັນຢູ່ນະຄອນຫລວງວຽງ ຈັນ ແອັດຊັງພິເສດ ຈາກ 7.970 ກີບ/ລິດ ລົງເຫລືອ 7.790 ກີບ/ລິດ, ແອັດຊັງທຳມະດາ 6.970 ເຫລືອ 6.800 ກີບ/ລິດ, ກາຊວນ 5.600 ເຫລືອ 5.440 ກີບ/ລິດ; ແຂວງຄຳ ມ່ວນ ແລະ ສະຫວັນນະເຂດ
ແອັດຊັງພິເສດ 8.000 ກີບ/ລິດ ປັບຫລຸດລົງເປັນ 7.820 ກີບ/ລິດ, ແອັດຊັງ ທຳມະດາ 7.000 ກີບ/ລິດ ເຫລືອ 6.830 ກີບ/ລິດ, ກາຊວນ 5.630 ກີບ/ລິດ ເຫລືອ 5.470 ກີບ/ລິດ; ແຂວງຈຳປາສັກ ແອັດຊັງພິເສດ ຈາກ 8.030 ກີບ/ລິດ ເຫລືອ 7.850 ກີບ/ລິດ, ແອັດຊັງທຳມະດາ 7.030 ກີບ/ລິດ ເຫລືອ 6.860 ກີບ/ລິດ, ກາຊວນ 5.660 ກີບ/ລິດ ເຫລືອ 5.500 ກີບ/ລິດ; ແຂວງບໍ່ແກ້ວ ແອັດຊັງພິເສດ ຈາກ 8.070 ກີບ/ລິດ ເຫລືອ 7.890 ກີບ/ລິດ, ແອັດຊັບທຳມະດາ 7.070 ກີບ/ລິດ ເຫລືອ 6.900 ກີບ/ລິດ, ກາຊວນ 5.700 ກີບ/ລິດ ເຫລືອ 5.540 ກີບ/ລິດ; ແຂວງຊຽງຂວາງ ແອັດຊັງທຳມະດາ 7.160 ກີບ/ລິດ ເຫລືອ 6.990 ກີບ/ລິດ, ກາຊວນ 5.790 ກີບ/ລິດ ເຫລືອ 5.630 ກີບ/ລິດ.

No comments:

Post a Comment