Ad

Ad

22 February 2016

ສະພາບອາກາດໜາວສົ່ງຜົນໃຫ້ການປັກດຳເຂົ້ານາແຊງຊັກຊ້າ

ກະຊວງກະສິກຳ ແລະ ປ່າໄມ້ໃຫ້ຮູ້ວ່າ: ສະພາບອາການໜາວໃນໄລຍະຜ່ານມານີ້, ໄດ້ສົ່ງຜົນເຮັດໃຫ້ການປັກດຳເຂົ້ານາແຊງຊັກຊ້າກ່ວາປົກກະຕິ, ເນື່ອງຈາກມີບາງທ້ອງຖິ່ນໜາວເຢັນຫຼາຍ ຈຶ່ງບໍ່ສາມາດກະກຽມ ແລະ ຕົກກ້າໄດ້, ຊຶ່ງມາຮອດປັດຈຸບັນທົ່ວປະເທດສາມາດປັກດຳໄດ້ແລ້ວພຽງ 85 ພັນກ່ວາຮັກຕາ, ເທົ່າກັບ 75 % ຂອງເນື້ອທີ່ແຜນການວາງໄວ້, ດັ່ງນັ້ນ ຫຼາຍທ້ອງຖິ່ນຈຶ່ງໄດ້ຂຸ້ນຂ້ຽວປັກດຳໃຫ້ສຳເລັດຕາມຄາດໝາຍເຊັ່ນ: ຫຼວງນ້ຳທາ, ອຸດົມໄຊ, ວຽງຈັນ, ນະຄອນຫຼວງວຽງຈັນ ແລະ ສະຫວັນນະເຂດ, ກໍສາ ມາດປັກດຳສຳເລັດແລ້ວເປັນສ່ວນໃຫຍ່ ໃນນັ້ນສະເພາະແຂວງພາກກາງປະຕິບັດໄດ້ແລ້ວຫຼາຍກວ່າ 86 %, ພາກເໜືອ 48 %, ພາກໃຕ້ 60 % ແລະ ປັດຈຸບັນຂະແໜງກະສິກຳ ກໍໄດ້ສົ່ງພະນັກງານ
ວິຊາການຂອງຕົນລົງຊຸກຍູ້ຊາວກະສິກອນສຸ່ມໃສ່ການຜະລິດກະສິກຳໃຫ້ໄດ້ຮັບຜົນເຊັ່ນ: ການບົວລະບັດຮັກສາ, ການກຽມພ້ອມປ້ອງກັນສັດຕູພືດ, ໃສ່ຝຸ່ນ, ເສຍຫຍ້າໃຫ້ດີ ເພື່ອສາມາດຍົກສະມັດຕະພາບການຜະລິດເຂົ້າສູງຂື້ນ.

ກະຊວງດັ່ງກ່າວໃຫ້ຮູ້ອີກວ່າ: ໃນໄລຍະນີ້ ຄຽງຄູ່ກັບການປັກດຳເຂົ້ານາແຊງແລ້ວກະສິກອນທ້ອງຖິ່ນຕ່າງໆຍັງໄດ້ສຸ່ມໃສ່ປູກພືດລະດູແລ້ງຊະນິດຂອງພືດຢ່າງເປັນຂະບວນຟົດຟື້ນ, ຊຶ່ງມາຮອດປັດຈຸບັນທົ່ວປະເທດສາມາດປະຕິບັດໄດ້ແລ້ວຫຼາຍກວ່າ 87 ພັນເຮັກຕາ, ທົ່ວກັບ 76 % ຂອງແຜນ ການ, ຂະນະທີ່ສະພາບອາກາດໜາວຍັງສົ່ງຜົນກະທົບຕໍ່ຜົນລະປູກຂອງປະຊາຊົນຢູ່ຮ້າຍແຮງ ໂດຍສະເພາະບັນດາແຂວງພາກເໜືອຄື: ຜົ້ງສາລີ, ຫຼວງນ້ຳທາ, ບໍ່ແກ້ວ, ອຸດົມໄຊ , ຫຼວງພະບາງ, ຫົວພັນ, ໄຊຍະບູລີ ແລະ ແຂວງຊຽງຂວາງ, ລວມມີເນື້ອທີ່ປະສົບໄພໜາວທັງໝົດ 1.620 ເຮັກຕາ. 

No comments:

Post a Comment